ການຊ່ວຍເຫຼືອ LibreOffice 26.2
ໃຊ້ໄອຄອນ ເພີ່ມເຂົ້າໃນບຸກມາກ ເພື່ອກຳນົດ ບຸກມາກ ສຳລັບໜ້າວິທີໃຊ້ທີ່ສະແດງຢູ່ໃນປັດຈຸບັນ.
ທ່ານສາມາດຫາບຸກມາກຕ່າງໆໄດ້ໃນແຖບໜ້າ ບຸກມາກ.
ການດັບເບິນຄລິກທີ່ບຸກມາກ ຫຼື ກົດປຸ່ມ Return ຈະເປັນການເປີດໜ້າວິທີໃຊ້ທີ່ກຳນົດໄວ້. ການຄລິກຂວາຈະເປັນການເປີດເມນູຄຳສັ່ງ.
ໃຊ້ປຸ່ມ Del ເພື່ອລຶບບຸກມາກທີ່ເລືອກໄວ້.
ຄຳສັ່ງຕໍ່ໄປນີ້ມີຢູ່ໃນເມນູຄລິກຂວາຂອງບຸກມາກ:
ສະແດງ - ສະແດງຫົວຂໍ້ວິທີໃຊ້ທີ່ເລືອກ.
ປ່ຽນຊື່ - ເປີດກ່ອງໂຕ້ຕອບເພື່ອປ່ຽນຊື່ບຸກມາກ.
ລຶບ - ລຶບບຸກມາກທີ່ເລືອກ.