ແຖບເຄື່ອງມືຫຼິ້ນມີເດຍ

ເປີດແຖບເຄື່ອງມືຫຼິ້ນມີເດຍ

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກ ມຸມມອງ - ແຖບເຄື່ອງມື - ການຫຼິ້ນມີເດຍ.


ເປີດ

ເປີດໄຟລ໌ຮູບເງົາ ຫຼື ໄຟລ໌ສຽງທີ່ທ່ານຕ້ອງການເບິ່ງຕົວຢ່າງ.

ນຳໃຊ້

ແຊກໄຟລ໌ຮູບເງົາ ຫຼື ໄຟລ໌ສຽງປັດຈຸບັນເປັນວັດຖຸມີເດຍລົງໃນເອກະສານປັດຈຸບັນ.

ຫຼິ້ນ

ຫຼິ້ນໄຟລ໌ປັດຈຸບັນ.

ພັກ

ພັກ ຫຼື ສືບຕໍ່ການຫຼິ້ນໄຟລ໌ປັດຈຸບັນ.

ຢຸດ

ຢຸດການຫຼິ້ນໄຟລ໌ປັດຈຸບັນ.

ຫຼິ້ນຊ້ຳ

ຫຼິ້ນໄຟລ໌ຊ້ຳໆ.

ປິດສຽງ

ປິດ ແລະ ເປີດສຽງ.

ຕົວເລື່ອນລະດັບສຽງ

ປັບລະດັບສຽງ.

ມຸມມອງ

ປັບຂະໜາດຂອງການຫຼິ້ນຮູບເງົາ.

ຕົວເລື່ອນຕຳແໜ່ງ

ຍ້າຍໄປຕຳແໜ່ງອື່ນໃນໄຟລ໌.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!