ໂໝດແຊກ

ສະແດງໂໝດການແຊກປັດຈຸບັນ. ທ່ານສາມາດສະຫຼັບລະຫວ່າງ INSRT = ແຊກ ແລະ OVER = ຂຽນທັບ.

ຄລິກໃນຟີວເພື່ອສະຫຼັບໂໝດ (ຍົກເວັ້ນໃນ LibreOffice Basic IDE, ເຊິ່ງມີພຽງໂໝດ ແຊກ ເທົ່ານັ້ນທີ່ເຮັດວຽກ). ຖ້າເຄີເຊີຢູ່ໃນເອກະສານຂໍ້ຄວາມ, ທ່ານຍັງສາມາດໃຊ້ປຸ່ມ Insert (ຖ້າມີໃນຄີບອດຂອງທ່ານ) ເພື່ອສະຫຼັບໂໝດໄດ້.

ໂໝດ

ຜົນລັດ

INSRT (ແຊກ)

ໃນໂໝດແຊກ, ຂໍ້ຄວາມໃໝ່ຈະຖືກແຊກເຂົ້າໃນຕຳແໜ່ງຂອງເຄີເຊີ ແລະ ຂໍ້ຄວາມທີ່ຕາມມາຈະຖືກຍ້າຍໄປທາງຂວາ. ເຄີເຊີຈະສະແດງເປັນເສັ້ນຕັ້ງ.

OVER (ຂຽນທັບ)

ໃນໂໝດຂຽນທັບ, ຂໍ້ຄວາມທີ່ມີຢູ່ຈະຖືກແທນທີ່ດ້ວຍຂໍ້ຄວາມໃໝ່. ເຄີເຊີຈະສະແດງເປັນເສັ້ນຕັ້ງໜາ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!