ການຊ່ວຍເຫຼືອ LibreOffice 26.2
ຮຽງລໍາດັບຂໍ້ມູນຂອງຟິລທີ່ເລືອກ ຫຼື ຊ່ວງຫ້ອງໃນລັກສະນະຈາກໃຫຍ່ຫານ້ອຍ. ຟິລຂໍ້ຄວາມຈະຖືກຮຽງຕາມຕົວອັກສອນ, ຟິລຕົວເລກຈະຖືກຮຽງຕາມຄ່າຕົວເລກ.
ຂໍ້ມູນຂອງຟິລທີ່ເລືອກໃນປັດຈຸບັນຈະຖືກຮຽງລໍາດັບສະເໝີ. ຟິລໃດໜຶ່ງຈະຖືກເລືອກທັນທີທີ່ທ່ານວາງເຄີເຊີໄວ້ໃນຟິລນັ້ນ. ເພື່ອຮຽງລໍາດັບພາຍໃນຕາຕະລາງ, ທ່ານຍັງສາມາດຄລິກທີ່ຫົວຄໍລໍາທີ່ກ່ຽວຂ້ອງໄດ້.
ເພື່ອຮຽງລໍາດັບຫຼາຍກວ່າໜຶ່ງຟິລຂໍ້ມູນ, ໃຫ້ເລືອກ ຂໍ້ມູນ - ຮຽງລໍາດັບ, ຈາກນັ້ນເລືອກແທັບ ເກນການຮຽງລໍາດັບ, ເຊິ່ງທ່ານສາມາດຮວມຫຼາຍເກນການຮຽງລໍາດັບເຂົ້າກັນໄດ້.
ບລັອກຂອງຫ້ອງແມ່ນຊ່ວງຫ້ອງຮູບຊົງສີ່ຫຼ່ຽມທີ່ລ້ອມຮອບດ້ວຍຫ້ອງວ່າງ.
LibreOffice Calc ຈະລະບຸບລັອກຂອງຫ້ອງເພື່ອຮຽງລໍາດັບໂດຍອັດຕະໂນມັດ. ວາງເຄີເຊີໄວ້ພາຍໃນບລັອກ, ແລະ ການຮຽງລໍາດັບຈະດໍາເນີນການຕາມນັ້ນ.
ຫາກທຸກຫ້ອງໃນແຖວທຳອິດຂອງບລັອກເປັນຫ້ອງຂໍ້ຄວາມ, ແຖວນີ້ຈະຖືກຖືວ່າເປັນຫົວຂໍ້. ຈາກນັ້ນການຮຽງລໍາດັບຈະເລີ່ມຈາກແຖວທີສອງຫາແຖວສຸດທ້າຍຂອງບລັອກ, ຍົກເວັ້ນແຕ່ຫາກທຸກຫ້ອງໃນບລັອກເປັນຫ້ອງຂໍ້ຄວາມທັງໝົດ.
ຢ່າງໃດກໍຕາມ, ຫາກມີຫ້ອງໃດໜຶ່ງໃນແຖວທຳອິດມີຄ່າຕົວເລກ, ຫຼື ທຸກຫ້ອງໃນບລັອກເປັນຫ້ອງຂໍ້ຄວາມທັງໝົດ, ແຖວທຳອິດຈະບໍ່ຖືກຖືວ່າເປັນຫົວຂໍ້, ແລະ ການຮຽງລໍາດັບຈະຖືກນຳໃຊ້ກັບທັງໝົດບລັອກ.
ການຮຽງລໍາດັບຈະຖືກນຳໃຊ້ກັບຄໍລໍາທີ່ເລືອກ ຫຼື ຄໍລໍາທຳອິດຂອງບລັອກ.
ຫາກຄໍລໍາທີ່ເລືອກຢູ່ພາຍໃນບລັອກ, LibreOffice Calc ຈະຖາມເພື່ອຂະຫຍາຍການຮຽງລໍາດັບໄປຫາຄໍລໍາທີ່ຢູ່ຕິດກັນ.
