ການຊ່ວຍເຫຼືອ LibreOffice 26.2
ລະບຸວ່າຟິວໃດໃນຟິວຕົວຄວບຄຸມຕາຕະລາງທີ່ຄວນຈະສະແດງອອກມາ.
ເພື່ອເຂົ້າເຖິງຄຳສັ່ງນີ້...
ເປີດແຖບເຄື່ອງມື ການຄວບຄຸມຟອມ, ຄລິກໄອຄອນ ການຄວບຄຸມເພີ່ມເຕີມ, ຄລິກໄອຄອນ ການຄວບຄຸມຕາຕະລາງ ແລ້ວລາກເມົ້າສ໌ເພື່ອສ້າງເຂດຂໍ້ມູນ. ຕ້ອງມີການເຊື່ອມຕໍ່ຖານຂໍ້ມູນ.
ສະແດງລາຍຊື່ຂອງຟິລຖານຂໍ້ມູນໃນຕາຕະລາງ ຫຼື ຄຳສັ່ງສອບຖາມທີ່ເລືອກ. ຄລິກເພື່ອເລືອກຟິລ ຫຼື ກົດປຸ່ມ Shift ຫຼື CommandCtrl ຄ້າງໄວ້ໃນຂະນະທີ່ຄລິກເພື່ອເລືອກຫຼາຍກວ່າໜຶ່ງຟິລ.
ຄລິກເພື່ອຍ້າຍຟິລທີ່ເລືອກໄປຍັງກ່ອງທີ່ລູກສອນຊີ້ໄປ.
ຄລິກເພື່ອຍ້າຍທຸກຟິລໄປຍັງກ່ອງທີ່ລູກສອນຊີ້ໄປ.
ສະແດງຟິວຂໍ້ມູນທີ່ຖືກຮັບເອົາເຂົ້າໃນຟິວຂອງຟອມ.
ກະລຸນາສະໜັບສະໜູນພວກເຮົາ!