ການຊ່ວຍເຫຼືອ LibreOffice 26.2
ແຊກກ່ອງຮູບພາບທີ່ສະແດງເຖິງແຖວລາຍເຊັນຂອງເອກະສານ.

ແຖວລາຍເຊັນຈະສະແດງເສັ້ນລວງນອນ, ເຄື່ອງໝາຍສະຖານທີ່, ຊື່, ຕຳແໜ່ງ ແລະ ອີເມວຂອງຜູ້ເຊັນ.
ປ້ອນຊື່ຂອງຜູ້ເຊັນ. ຊື່ຈະຖືກສະແດງຢູ່ໃນກ່ອງຮູບພາບແຖວລາຍເຊັນ.
ປ້ອນຕຳແໜ່ງຂອງຜູ້ເຊັນ. ຕຳແໜ່ງຈະຖືກສະແດງຢູ່ໃນກ່ອງຮູບພາບແຖວລາຍເຊັນ.
ປ້ອນອີເມວຂອງຜູ້ເຊັນ. ອີເມວຈະບໍ່ຖືກສະແດງຢູ່ໃນກ່ອງຮູບພາບແຖວລາຍເຊັນ, ແຕ່ຈະຖືກໃຊ້ສຳລັບລາຍເຊັນດີຈີຕອນ.
ອະນຸຍາດໃຫ້ຜູ້ເຊັນແຊກຄຳເຫັນໃນກ່ອງໂຕ້ຕອບລົງລາຍເຊັນໃນແຖວລາຍເຊັນໃນເວລາທີ່ເຊັນ.
ໝາຍເອົາຊ່ອງນີ້ເພື່ອສະແດງວັນທີຂອງລາຍເຊັນ, ໃນເວລາທີ່ເອກະສານຖືກລົງລາຍເຊັນດີຈີຕອນ.
ແຊກຄຳແນະນຳສຳລັບຜູ້ເຊັນ. ຄຳແນະນຳຈະປາກົດຢູ່ໃນກ່ອງໂຕ້ຕອບລົງລາຍເຊັນໃນແຖວລາຍເຊັນ, ໃນເວລາທີ່ເຊັນ.