ສະຄຣິບ

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ເຄື່ອງມື - ມາໂຄຣ - ຈັດການມາໂຄຣ - BeanShell/Javascript/Python.

ຈາກສ່ວນຕິດຕໍ່ແບບແທັບ:

ຢູ່ທີ່ເມນູ ເຄື່ອງມື ຂອງແຖບ ເຄື່ອງມື, ເລືອກ Javascript/Beanshell/Python.


ມາກໂຄຣ

ເລືອກມາກໂຄຣ ຫຼື ສະຄຣິບຈາກ ມາກໂຄຣຂອງຂ້ອຍ, ມາກໂຄຣຂອງແອັບພລິເຄຊັນ, ຫຼື ເອກະສານທີ່ເປີດຢູ່. ເພື່ອເບິ່ງມາກໂຄຣ ຫຼື ສະຄຣິບທີ່ມີຢູ່, ໃຫ້ກົດສອງບາດໃສ່ລາຍການ.

ລັນ (Run)

ເພື່ອລັນສະຄຣິບ, ໃຫ້ເລືອກສະຄຣິບໃນລາຍຊື່, ແລ້ວກົດ ລັນ (Run).

ສ້າງ

ສ້າງສະຄຣິບໃໝ່. ຕົວແກ້ໄຂສະຄຣິບເລີ່ມຕົ້ນຈະເປີດຂຶ້ນຫຼັງຈາກທີ່ທ່ານປ້ອນຊື່ສຳລັບສະຄຣິບ.

ປ້ອນຊື່ສຳລັບສະຄຣິບ.

ແກ້ໄຂ

ເປີດຕົວແກ້ໄຂສະຄຣິບເລີ່ມຕົ້ນສຳລັບລະບົບປະຕິບັດການຂອງທ່ານ.

ປ່ຽນຊື່

ເປີດໄດອາລັອກເພື່ອໃຫ້ທ່ານປ່ຽນຊື່ຂອງສະຄຣິບທີ່ເລືອກ.

ລຶບ

ຖາມເພື່ອຢືນຢັນການລຶບສະຄຣິບທີ່ເລືອກ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!