ຈັດວາງຂໍ້ຄວາມ

ຕັ້ງຄ່າຕົວເລືອກການຈັດວາງສຳລັບຫຍໍ້ໜ້າຂໍ້ຄວາມປັດຈຸບັນໃນກ່ອງບັນຈຸ.

ກ່ອງບັນຈຸສາມາດເປັນໜ້າເອກະສານຂໍ້ຄວາມ, ຫ້ອງໃນສະເປຣດຊີດ ຫຼື ຕາຕະລາງ, ກ່ອງຂໍ້ຄວາມ ຫຼື ຮູບຊົງການແຕ້ມ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ຮູບແບບ - ຈັດວາງຂໍ້ຄວາມ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ

ຈາກແຖບຂ້າງ:

ເລືອກສ່ວນເກັບ ຄຸນສົມບັດ - .


ຊ້າຍ

ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ພຽງກັບຂອບຊ້າຍຂອງກ່ອງບັນຈຸ.

ຂວາ

ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ພຽງກັບຂອບຂວາຂອງກ່ອງບັນຈຸ.

ກາງ

ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ຢູ່ເຄິ່ງກາງຂອງກ່ອງບັນຈຸ.

ຈັດພຽງຂອບ

ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ພຽງທັງຂອບຊ້າຍ ແລະ ຂອບຂວາຂອງກ່ອງບັນຈຸ. ຫາກທ່ານຕ້ອງການ, ທ່ານຍັງສາມາດກຳນົດຕົວເລືອກການຈັດວາງສຳລັບແຖວສຸດທ້າຍຂອງຫຍໍ້ໜ້າໄດ້ ໂດຍການເລືອກ ຮູບແບບ - ຫຍໍ້ໜ້າ - ການຈັດວາງ.

ເທິງ

ຈັດວາງຂໍ້ຄວາມທີ່ເລືອກໃຫ້ພຽງຂອບເທິງຂອງກ່ອງບັນຈຸໃນລວງຕັ້ງ.

ກາງ

ຈັດວາງຂໍ້ຄວາມທີ່ເລືອກໃຫ້ຢູ່ເຄິ່ງກາງຂອງກ່ອງບັນຈຸໃນລວງຕັ້ງ.

ລຸ່ມ

ຈັດວາງຂໍ້ຄວາມທີ່ເລືອກໃຫ້ພຽງຂອບລຸ່ມຂອງກ່ອງບັນຈຸໃນລວງຕັ້ງ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!