ລະບຸການຈັດຮູບແບບ ແລະ ຟອນທີ່ທ່ານຕ້ອງການນຳໃຊ້.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບຂ້າງ:

ເລືອກລາຍການ ຮູບແບບ, ເປີດເມນູຄລິກຂວາຂອງຮູບແບບໃດໜຶ່ງ, ແລ້ວເລືອກແທັບ ແກ້ໄຂຮູບແບບ - ຟອນ.


ການປ່ຽນແປງຈະຖືກນຳໃຊ້ກັບສ່ວນທີ່ເລືອກປັດຈຸບັນ, ທັງຄຳທີ່ມີເຄີເຊີຢູ່, ຫຼື ຂໍ້ຄວາມໃໝ່ທີ່ທ່ານພິມ.

ອີງຕາມການຕັ້ງຄ່າພາສາຂອງທ່ານ, ທ່ານສາມາດປ່ຽນການຈັດຮູບແບບສໍາລັບປະເພດຟອນຕໍ່ໄປນີ້:

ໄອຄອນ ບັນທຶກ

ເພື່ອເປີດໃຊ້ການຮອງຮັບການຈັດວາງຂໍ້ຄວາມທີ່ຊັບຊ້ອນ ແລະ ຊຸດອັກສອນອາຊີ, ໃຫ້ເລືອກ - ພາສາ ແລະ ທ້ອງຖິ່ນ - ທົ່ວໄປ, ແລ້ວເລືອກຊ່ອງ ເປີດໃຊ້ງານ ໃນສ່ວນທີ່ກ່ຽວຂ້ອງ.


ຊື່ຟອນ

ປ້ອນຊື່ຂອງຟອນທີ່ຕິດຕັ້ງແລ້ວທີ່ທ່ານຕ້ອງການໃຊ້, ຫຼື ເລືອກຟອນຈາກລາຍຊື່.

ທ່ານສາມາດເຫັນຊື່ຟອນທີ່ຖືກຈັດຮູບແບບຕາມຟອນນັ້ນໆ ໄດ້ ຖ້າທ່ານໝາຍເອົາຟິວ ສະແດງຕົວຢ່າງຟອນ ໃນ LibreOffice - ການເບິ່ງ ໃນກ່ອງຂໍ້ຄວາມ ຕົວເລືອກ.

ໄອຄອນເທິງແຖບຈັດຮູບແບບ:

ໄອຄອນ

ຊື່ຟອນ

ຮູບແບບຕົວອັກສອນ

ເລືອກການຈັດຮູບແບບທີ່ທ່ານຕ້ອງການນຳໃຊ້.

ໄອຄອນເທິງແຖບຈັດຮູບແບບ:

ໄອຄອນ ຕົວໜາ

ຕົວໜາ

ໄອຄອນ ຕົວເນີ້ງ

ຕົວເນີ້ງ

ຂະໜາດຟອນ

ປ້ອນ ຫຼື ເເລືອກຂະໜາດຟອນທີ່ທ່ານຕ້ອງການນຳໃຊ້. ສໍາລັບຟອນທີ່ປັບຂະໜາດໄດ້, ທ່ານຍັງສາມາດປ້ອນຄ່າທົດສະນິຍົມໄດ້.

ຫາກທ່ານກຳລັງສ້າງສະໄຕລ໌ທີ່ອີງໃສ່ສະໄຕລ໌ອື່ນ, ທ່ານສາມາດປ້ອນຄ່າເປັນເປີເຊັນ ຫຼື ຄ່າເປັນພອຍ (point) ໄດ້ (ຕົວຢ່າງ: -2pt ຫຼື +5pt).

ໄອຄອນເທິງແຖບຈັດຮູບແບບ:

ພາສາ

ຕັ້ງຄ່າພາສາທີ່ຕົວສະກົດຄຳໃຊ້ສໍາລັບຂໍ້ຄວາມທີ່ເລືອກ ຫຼື ຂໍ້ຄວາມທີ່ທ່ານພິມ. ໂມດູນພາສາທີ່ມີໃຫ້ໃຊ້ຈະມີເຄື່ອງໝາຍຖືກຢູ່ທາງໜ້າ.

ຫາກລາຍຊື່ພາສາເປັນກ່ອງຄອມໂບທີ່ແກ້ໄຂໄດ້, ທ່ານສາມາດປ້ອນ ແທັກພາສາ BCP 47 ທີ່ຖືກຕ້ອງໄດ້ ຫາກພາສາທີ່ທ່ານຕ້ອງການກຳນົດບໍ່ມີຢູ່ໃນລາຍຊື່ທີ່ເລືອກໄດ້.

ສໍາລັບລາຍລະອຽດແທັກພາສາ ກະລຸນາເບິ່ງໜ້າ Wikipedia IETF language tag ແລະ ບົດຄວາມ W3C Language tags in HTML and XML.

ໄອຄອນ ຄຳເຕືອນ

ການກວດສອບຕົວສະກົດສຳລັບພາສາທີ່ເລືອກຈະເຮັດວຽກກໍ່ຕໍ່ເມື່ອທ່ານໄດ້ຕິດຕັ້ງໂມດູນພາສາທີ່ກ່ຽວຂ້ອງແລ້ວເທົ່ານັ້ນ. ລາຍການພາສາຈະມີເຄື່ອງໝາຍຖືກຢູ່ທາງໜ້າ ຖ້າການກວດສອບການສະກົດຄຳຖືກເປີດໃຊ້ສຳລັບພາສານັ້ນ.


ຄຸນສົມບັດຟອນ

ເລືອກ ແລະ ໃຊ້ຄຸນສົມບັດການຈັດຕົວອັກສອນຂອງຟອນກັບຕົວອັກສອນ.

ຊ່ອງສະແດງຕົວຢ່າງ

ສະແດງຕົວຢ່າງຂອງສິ່ງທີ່ເລືອກໃນປະຈຸບັນ.

ຕັ້ງຄ່າໃໝ່

ຕັ້ງຄ່າການປ່ຽນແປງໃນແທັບປະຈຸບັນຄືນໃໝ່ໃຫ້ເປັນຄ່າທີ່ໃຊ້ໃນຕອນເປີດກ່ອງໂຕ້ຕອບນີ້.

ຕົກລົງ

ບັນທຶກທຸກການປ່ຽນແປງ ແລະ ປິດກ່ອງໂຕ້ຕອບ.

ຍົກເລີກ

ການຄລິກ ຍົກເລີກ ຈະປິດກ່ອງໂຕ້ຕອບໂດຍບໍ່ບັນທຶກການປ່ຽນແປງໃດໆທີ່ເກີດຂຶ້ນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!