ຮູບແບບຂໍ້ຄວາມ (ຄົ້ນຫາ)
ຄົ້ນຫາລັກສະນະການກຳນົດຮູບແບບຂໍ້ຄວາມສະເພາະ ເຊັ່ນ: ຊະນິດຟອນ, ເອັບເຟັກຟອນ ແລະ ລັກສະນະການໄຫຼຂອງຂໍ້ຄວາມ.
ເງື່ອນໄຂການຄົ້ນຫາສຳລັບຄຸນລັກສະນະແມ່ນມີລາຍຊື່ອຍູ່ຂ້າງລຸ່ມຊ່ອງ ຄົ້ນຫາ.
ທ່ານບໍ່ຈຳເປັນຕ້ອງກຳນົດຂໍ້ຄວາມຄົ້ນຫາໃນຊ່ອງ ຄົ້ນຫາ ເມື່ອທ່ານຄົ້ນຫາ ແລະ ແທນທີ່ຮູບແບບ.
ເພື່ອກຳນົດຮູບແບບການແທນທີ່, ໃຫ້ຄລິກໃນຊ່ອງ ແທນທີ່, ແລ້ວຄລິກປຸ່ມ ຮູບແບບ.
ໃຊ້ ຮູບແບບຂໍ້ຄວາມ (ຄົ້ນຫາ) ຫຼື ຮູບແບບຂໍ້ຄວາມ (ແທນທີ່) ເພື່ອກຳນົດເງື່ອນໄຂການຄົ້ນຫາຮູບແບບຂອງທ່ານ. ປ່ອງຢ້ຽມເຫຼົ່ານີ້ປະກອບດ້ວຍໜ້າແທັບດັ່ງຕໍ່ໄປນີ້:
ລະບຸການຈັດຮູບແບບ ແລະ ຟອນທີ່ທ່ານຕ້ອງການນຳໃຊ້.
ລະບຸເອັບເຟັກຟອນທີ່ທ່ານຕ້ອງການໃຊ້.
ກຳນົດຕົວເລືອກການຍໍ້ໜ້າ ແລະ ໄລຍະຫ່າງສຳລັບຫຍໍ້ໜ້າ.
ກຳນົດການຈັດວາງຂອງຫຍໍ້ໜ້າໃຫ້ສອດຄ່ອງກັບຂອບໜ້າເຈ້ຍ.
ກຳນົດຕົວເລືອກການແຍກພະຍາງ ແລະ ການແບ່ງໜ້າ.
Set the fill options for the selected drawing object or document element.
ການຮອງຮັບພາສາອາຊີ
ຄຳສັ່ງເຫຼົ່ານີ້ສາມາດເຂົ້າເຖິງໄດ້ຫຼັງຈາກທີ່ທ່ານເປີດການຮອງຮັບສຳລັບພາສາອາຊີໃນ LibreOffice - ຄວາມມັກເຄື່ອງມື - ຕົວເລືອກ - ພາສາ ແລະ ທ້ອງຖິ່ນ - ທົ່ວໄປ.
ກຳນົດຕຳແໜ່ງ, ການປັບຂະໜາດ, ການໝູນ ແລະ ໄລຍະຫ່າງສຳລັບຕົວອັກສອນ.
ກຳນົດຕົວເລືອກສຳລັບການຂຽນແບບສອງແຖວສຳລັບພາສາອາຊີ. ເລືອກຕົວອັກສອນໃນຂໍ້ຄວາມຂອງທ່ານ, ແລ້ວເລືອກຄຳສັ່ງນີ້.
ກຳນົດຕົວເລືອກການພິມສຳລັບຫ້ອງ ຫຼື ຫຍໍ້ໜ້າໃນໄຟລ໌ພາສາອາຊີ. ເພື່ອເປີດການຮອງຮັບພາສາອາຊີ, ໃຫ້ເລືອກ ພາສາ ແລະ ທ້ອງຖິ່ນ - ທົ່ວໄປ ໃນກ່ອງໂຕ້ຕອບ ຕົວເລືອກ, ແລ້ວເລືອກຊ່ອງ ອາຊີ ໃນສ່ວນ ພາສາເລີ່ມຕົ້ນສຳລັບເອກະສານ. ຕົວເລືອກການພິມແບບອາຊີຈະຖືກລະເວັ້ນໃນເອກະສານ HTML.