ການເຊື່ອມຕໍ່ ODBC

ກຳນົດການຕັ້ງຄ່າສຳລັບການເຊື່ອມຕໍ່ແຫຼ່ງຂໍ້ມູນ ODBC.

ໃນແພລັດຟອມ Solaris ແລະ Linux, ໃຫ້ລອງໃຊ້ໄດຣເວີ JDBC ແທນໄດຣເວີ ODBC. ເບິ່ງໜ້າເວັບໄຊທ໌ ໂຄງການ unixODBC ສຳລັບການນຳໃຊ້ ODBC ໃນ Solaris ຫຼື Linux.

ເພື່ອເຊື່ອມຕໍ່ກັບຖານຂໍ້ມູນ Microsoft Access ໃນ Windows, ໃຫ້ໃຊ້ອິນເຕີເຟສ ADO ຫຼື Access ແທນທີ່ຈະໃຊ້ ODBC.

ໄອຄອນ ບັນທຶກ

ໄດຣເວີສຳລັບ ODBC ແມ່ນຖືກສະໜອງ ແລະ ສະໜັບສະໜູນໂດຍຜູ້ຜະລິດຖານຂໍ້ມູນ. LibreOffice ຮອງຮັບສະເພາະມາດຕະຖານ ODBC 3 ເທົ່ານັ້ນ.


ຊື່ຂອງແຫຼ່ງຂໍ້ມູນ ODBC

ປ້ອນຊື່ຂອງແຫຼ່ງຂໍ້ມູນທີ່ໄດ້ລົງທະບຽນໃນ LibreOffice.

ຊອກຫາ...

ຄລິກເພື່ອເປີດກ່ອງຂໍ້ຄວາມການເລືອກແຫຼ່ງຂໍ້ມູນ ODBC.

ເລືອກແຫຼ່ງຂໍ້ມູນ

ເລືອກແຫຼ່ງຂໍ້ມູນທີ່ທ່ານຕ້ອງການເຊື່ອມຕໍ່ໂດຍໃຊ້ ODBC. ຈາກນັ້ນຄລິກ ຕົກລົງ.

ໄອຄອນ ບັນທຶກ

ເພື່ອແກ້ໄຂ ຫຼື ເພີ່ມຂໍ້ມູນບັນທຶກເຂົ້າໃນຕາຕະລາງຖານຂໍ້ມູນໃນ LibreOffice, ຕາຕະລາງນັ້ນຕ້ອງມີຟີວດັດຊະນີທີ່ບໍ່ຊ້ຳກັນ (unique index field).


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!