ການຊ່ວຍເຫຼືອ LibreOffice 26.2
ເປີດປ່ອງຢ້ຽມໂຕ້ຕອບເຊິ່ງທ່ານສາມາດປ້ອນຄຳສັ່ງ SQL ສຳລັບການບໍລິຫານຖານຂໍ້ມູນໄດ້.
ທ່ານສາມາດປ້ອນສະເພາະຄຳສັ່ງການບໍລິຫານໃນປ່ອງຢ້ຽມໂຕ້ຕອບນີ້, ເຊັ່ນ Grant, Create Table, ຫຼື Drop Table, ແລະ ບໍ່ແມ່ນຄຳສັ່ງການກັ່ນຕອງ. ຄຳສັ່ງທີ່ທ່ານສາມາດປ້ອນໄດ້ແມ່ນຂຶ້ນກັບແຫຼ່ງຂໍ້ມູນ, ຕົວຢ່າງເຊັ່ນ, dBASE ສາມາດເຮັດວຽກໄດ້ພຽງບາງຄຳສັ່ງ SQL ທີ່ມີຢູ່ໃນລາຍຊື່ນີ້ເທົ່ານັ້ນ.
ເພື່ອແລ່ນການສອບຖາມ SQL ສຳລັບການກັ່ນຕອງຂໍ້ມູນໃນຖານຂໍ້ມູນ, ໃຫ້ໃຊ້ ມຸມມອງການອອກແບບການສອບຖາມ.
ປ້ອນຄຳສັ່ງການບໍລິຫານ SQL ທີ່ທ່ານຕ້ອງການແລ່ນ.
ຕົວຢ່າງເຊັ່ນ, ສຳລັບແຫຼ່ງຂໍ້ມູນ "Bibliography", ທ່ານສາມາດປ້ອນຄຳສັ່ງ SQL ດັ່ງຕໍ່ໄປນີ້:
SELECT "Address" FROM "biblio" "biblio"
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຄຳສັ່ງ SQL, ກະລຸນາເບິ່ງຄູ່ມືທີ່ມາກັບຖານຂໍ້ມູນ.
ສະແດງຜົນຂອງຄຳສັ່ງ SQL SELECT ໃນກ່ອງຜົນລັດ (Output).
ແລ່ນຄຳສັ່ງທີ່ທ່ານໄດ້ປ້ອນເຂົ້າໃນກ່ອງ ຄຳສັ່ງທີ່ຈະປະຕິບັດ.
ສະແດງລາຍຊື່ຄຳສັ່ງ SQL ທີ່ເຄີຍປະຕິບັດມາກ່ອນ. ເພື່ອແລ່ນຄຳສັ່ງອີກຄັ້ງ, ໃຫ້ຄລິກທີ່ຄຳສັ່ງນັ້ນ, ແລ້ວຄລິກ ປະຕິບັດ.
ສະແດງສະຖານະ, ລວມທັງຂໍ້ຜິດພາດ, ຂອງຄຳສັ່ງ SQL ທີ່ທ່ານໄດ້ແລ່ນ.
ສະແດງຜົນລັດຂອງຄຳສັ່ງ SQL ທີ່ທ່ານໄດ້ແລ່ນ.