ຄຸນສົມບັດແຜນພູມຂອງ LibreOffice

ແຜນພູມຊ່ວຍໃຫ້ທ່ານນຳສະເໜີຂໍ້ມູນເພື່ອໃຫ້ເບິ່ງເຫັນພາບໄດ້ງ່າຍ.

ທ່ານສາມາດສ້າງແຜນພູມຈາກແຫຼ່ງຂໍ້ມູນໃນສະເປຣດຊີດ Calc ຫຼື ຕາຕະລາງ Writer. ເມື່ອແຜນພູມຖືກຝັງຢູ່ໃນເອກະສານດຽວກັນກັບຂໍ້ມູນ, ມັນຈະຖືກເຊື່ອມໂຍງກັບຂໍ້ມູນນັ້ນໄວ້, ເພື່ອໃຫ້ແຜນພູມອັບເດດໂດຍອັດຕະໂນມັດເມື່ອທ່ານປ່ຽນແຫຼ່ງຂໍ້ມູນ.

ການເລືອກປະເພດແຜນພູມ

ເລືອກຈາກແຜນພູມ 3D ແລະ 2D ທີ່ຫຼາກຫຼາຍ ເຊັ່ນ: ແຜນພູມແທ່ງ, ແຜນພູມເສັ້ນ, ແຜນພູມຮຸ້ນ. ທ່ານສາມາດປ່ຽນປະເພດແຜນພູມໄດ້ດ້ວຍການຄລິກເມົາສ໌ພຽງບໍ່ເທື່ອ.

ການຈັດຮູບແບບແຍກແຕ່ລະສ່ວນ

ທ່ານສາມາດປັບແຕ່ງອົງປະກອບຂອງແຜນພູມແຕ່ລະສ່ວນໄດ້ ເຊັ່ນ: ແກນ, ປ້າຍຊື່ຂໍ້ມູນ ແລະ ຄຳອະທິບາຍສັນຍະລັກ ໂດຍການຄລິກຂວາໃສ່ພວກມັນໃນແຜນພູມ ຫຼື ໃຊ້ໄອຄອນແຖບເຄື່ອງມື ແລະ ຄຳສັ່ງເມນູ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!