ການຊ່ວຍເຫຼືອ LibreOffice 26.2
ຊື່ໃນ Calc ສາມາດມີຕົວອັກສອນ, ຕົວເລກ, ແລະ ເຄື່ອງໝາຍຂີດກ້ອງ. ຊື່ຕ້ອງເລີ່ມຕົ້ນດ້ວຍຕົວອັກສອນ ຫຼື ເຄື່ອງໝາຍຂີດກ້ອງເທົ່ານັ້ນ.
ຕົວອັກສອນພິເສດທີ່ອະນຸຍາດ:
ຂີດກ້ອງ (_)
ຊື່ຕ້ອງບໍ່ຊ້ຳກັບການອ້າງອີງເຊວ. ຕົວຢ່າງ: ຊື່ A1 ແມ່ນໃຊ້ບໍ່ໄດ້ ເພາະ A1 ແມ່ນການອ້າງອີງຫາເຊວມຸມຊ້າຍເທິງສຸດ.
ຊື່ຕ້ອງບໍ່ເລີ່ມຕົ້ນດ້ວຍຕົວອັກສອນ C ຫຼື R ທີ່ຕາມດ້ວຍຕົວເລກ; ນອກຈາກນັ້ນ, ຕົວອັກສອນ C ແລະ R ຕົວດຽວກໍບໍ່ອະນຸຍາດໃຫ້ໃຊ້ເປັນຊື່. ເບິ່ງຟັງຊັນ ADDRESS ສຳລັບຂໍ້ມູນເພີ່ມເຕີມ.
ຊື່ສຳລັບຊ່ວງເຊວຕ້ອງບໍ່ມີການຍະວ່າງ. ແຕ່ອະນຸຍາດໃຫ້ມະຍະວ່າງໄດ້ໃນຊື່ຂອງແຜ່ນງານ ແລະ ເອກະສານ.
ວິທີທີ່ດີທີ່ຈະເຮັດໃຫ້ການອ້າງອີງເຊວ ແລະ ຊ່ວງເຊວໃນສູດອ່ານງ່າຍຂຶ້ນແມ່ນການຕັ້ງຊື່ໃຫ້ພວກມັນ. ຕົວຢ່າງ: ທ່ານສາມາດຕັ້ງຊື່ຊ່ວງ A1:B2 ວ່າ ເລີ່ມຕົ້ນ. ຈາກນັ້ນທ່ານສາມາດຂຽນສູດໄດ້ເຊັ່ນ "=SUM(ເລີ່ມຕົ້ນ)". ເຖິງແມ່ນວ່າທ່ານຈະແຊກ ຫຼື ລຶບແຖວ ຫຼື ຖັນ, LibreOffice ຍັງຄົງກຳນົດຊ່ວງຕາມຊື່ນັ້ນໄດ້ຢ່າງຖືກຕ້ອງ. ຊື່ຊ່ວງຕ້ອງບໍ່ມີການຍະວ່າງ.
ຕົວຢ່າງ: ມັນຈະອ່ານສູດພາສີການຂາຍໄດ້ງ່າຍກວ່າຫຼາຍຖ້າທ່ານສາມາດຂຽນວ່າ "= ຈຳນວນ * ອັດຕາພາສີ" ແທນທີ່ຈະຂຽນວ່າ "= A5 * B12". ໃນກໍລະນີນີ້ນ, ທ່ານຈະຕັ້ງຊື່ເຊວ A5 ວ່າ "ຈຳນວນ" ແລະ ເຊວ B12 ວ່າ "ອັດຕາພາສີ".
ໃຊ້ປ່ອງຢ້ຽມ ກຳນົດຊື່ ເພື່ອກຳນົດຊື່ສຳລັບສູດ ຫຼື ສ່ວນຂອງສູດທີ່ທ່ານໃຊ້ເລື້ອຍໆ. ເພື່ອກຳນົດຊື່ຊ່ວງ,
ເລືອກເຊວ ຫຼື ຊ່ວງເຊວ, ຈາກນັ້ນເລືອກ ແຜ່ນງານ - ຊ່ວງທີ່ຕັ້ງຊື່ ແລະ ສຳນວນ - ກຳນົດ. ປ່ອງຢ້ຽມ ກຳນົດຊື່ ຈະປະກົດຂຶ້ນ.
ພິມຊື່ຂອງພື້ນທີ່ທີ່ເລືອກໃນຊ່ອງ ຊື່. ຄລິກ ເພີ່ມ. ຊື່ທີ່ກຳນົດໃໝ່ຈະປະກົດໃນລາຍການທາງລຸ່ມ. ຄລິກ ຕົກລົງ ເພື່ອປິດປ່ອງຢ້ຽມ.
ທ່ານຍັງສາມາດຕັ້ງຊື່ຊ່ວງເຊວອື່ນໆໃນປ່ອງຢ້ຽມນີ້ໄດ້ ໂດຍການປ້ອນຊື່ລົງໃນຊ່ອງ ແລ້ວເລືອກເຊວທີ່ກ່ຽວຂ້ອງ.
ຖ້າທ່ານພິມຊື່ລົງໃນສູດ, ຫຼັງຈາກພິມສອງສາມຕົວອັກສອນທຳອິດ ທ່ານຈະເຫັນຊື່ເຕັມສະແດງຂຶ້ນມາເປັນຄຳແນະນຳ.
ກົດປຸ່ມ Enter ເພື່ອຍອມຮັບຊື່ຈາກຄຳແນະນຳນັ້ນ.
ຖ້າມີຫຼາຍກວ່າໜຶ່ງຊື່ທີ່ເລີ່ມຕົ້ນດ້ວຍຕົວອັກສອນດຽວກັນ, ທ່ານສາມາດເລື່ອນເບິ່ງຊື່ທັງໝົດໄປທາງໜ້າໂດຍໃຊ້ປຸ່ມ CommandCtrl + Tab ແລະ ເລື່ອນຖອຍຫຼັງໂດຍໃຊ້ປຸ່ມ Shift + CommandCtrl + Tab.
ທ່ານສາມາດກຳນົດຊື່ທີ່ງ່າຍ ຫຼື ຄຸ້ນເຄີຍກວ່າໃຫ້ກັບສຳນວນສູດທີ່ຍາວ ຫຼື ຊັບຊ້ອນ.
ເລືອກ ແຜ່ນງານ - ຊ່ວງທີ່ຕັ້ງຊື່ ແລະ ສຳນວນ - ກຳນົດ. ປ່ອງຢ້ຽມ ກຳນົດຊື່ ຈະປະກົດຂຶ້ນ.
ປ້ອນຊື່ສຳລັບສຳນວນສູດໃນຊ່ອງ ຊື່.
ປ້ອນສຳນວນສູດລົງໃນຊ່ອງ ຊ່ວງ ຫຼື ສຳນວນສູດ. ຕົວຢ່າງ: ຖ້າທ່ານຕັ້ງຊື່ສູດວ່າ HYP, ທ່ານສາມາດປ້ອນສຳນວນ SQRT(A1*A1 + B1*B1) ເພື່ອຄຳນວນໄລຍະຫ່າງລະຫວ່າງສອງຈຸດໃນລະນາບ. ຫ້າມໃສ່ເຄື່ອງໝາຍເທົ່າກັບ (=) ໄວ້ທາງໜ້າສຳນວນ.
ຄລິກ ເພີ່ມ. ຊື່ທີ່ກຳນົດໃໝ່ຈະປະກົດໃນລາຍການທາງລຸ່ມ. ຄລິກ ຕົກລົງ ເພື່ອປິດປ່ອງຢ້ຽມ.
ປ້ອນຊື່ຂອງສູດທີ່ຕັ້ງຊື່ໄວ້ລົງໃນເຊວທີ່ຕ້ອງການ. ຄ່າໃນເຊວຈະເປັນຜົນໄດ້ຮັບຂອງສຳນວນສູດນັ້ນ. ຕົວຢ່າງ: ປ້ອນ =HYP() ເພື່ອຄຳນວນສູດຂ້າງເທິງ. ໝາຍເຫດວ່າທ່ານບໍ່ສາມາດສົ່ງພາຣາມິເຕີໂດຍກົງໃຫ້ກັບສູດທີ່ຕັ້ງຊື່ໄດ້.
ຫຼັກການຕັ້ງຊື່ກໍນຳໃຊ້ກັບສູດທີ່ຕັ້ງຊື່ຄືກັນ. ລະບົບຈະຮັກສາການອ້າງອີງແບບສຳບູນ ແລະ ແບບທຽບຖານໄວ້ ເຊັ່ນ ເວລາຄັດລອກ ແລະ ວາງສູດທີ່ຕັ້ງຊື່ນັ້ນ.