ການນຳໃຊ້ຕົວຕອງຂັ້ນສູງ

  1. ຄັດລອກຫົວຖັນຂອງຊ່ວງແຜ່ນງານທີ່ຈະຕອງໄປໃສ່ພື້ນທີ່ວ່າງໃນແຜ່ນງານ, ຈາກນັ້ນປ້ອນເງື່ອນໄຂສຳລັບຕົວຕອງໃນແຖວລຸ່ມຫົວຖັນນັ້ນ. ຂໍ້ມູນທີ່ຈັດລຽງຕາມແນວນອນໃນແຖວດຽວກັນຈະຖືກເຊື່ອມຕໍ່ດ້ວຍຕັກກະສາດ AND (ແລະ), ແລະ ຂໍ້ມູນທີ່ຈັດລຽງຕາມແນວຕັ້ງໃນຖັນດຽວກັນຈະຖືກເຊື່ອມຕໍ່ດ້ວຍຕັກກະສາດ OR (ຫຼື).

  2. ເມື່ອທ່ານສ້າງແມັດທຣິກຕົວຕອງແລ້ວ, ໃຫ້ເລືອກຊ່ວງແຜ່ນງານທີ່ຈະຕອງ. ເປີດປ່ອງຢ້ຽມ ຕົວຕອງຂັ້ນສູງ ໂດຍການເລືອກ ຂໍ້ມູນ - ຕົວຕອງເພີ່ມເຕີມ - ຕົວຕອງຂັ້ນສູງ, ແລະ ກຳນົດເງື່ອນໄຂການຕອງ.

  3. ຈາກນັ້ນຄລິກ ຕົກລົງ, ທ່ານຈະເຫັນວ່າສະເພາະແຖວຈາກແຜ່ນງານຕົ້ນສະບັບທີ່ມີເນື້ອໃນກົງກັບເງື່ອນໄຂການຄົ້ນຫາເທົ່ານັ້ນທີ່ຍັງສະແດງໃຫ້ເຫັນ. ແຖວອື່ນໆທັງໝົດຈະຖືກເຊື່ອງໄວ້ຊົ່ວຄາວ ແລະ ສາມາດເຮັດໃຫ້ປະກົດຄືນມາໄດ້ດ້ວຍຄຳສັ່ງ ຮູບແບບ - ແຖວ - ສະແດງ.

ຕົວຢ່າງ

ເປີດສະເປຣດຊີດທີ່ມີຂໍ້ມູນຈຳນວນຫຼາຍ. ພວກເຮົາກຳລັງໃຊ້ເອກະສານ ລາຍຮັບ ສົມມຸດ, ແຕ່ທ່ານສາມາດໃຊ້ເອກະສານອື່ນໆກໍໄດ້. ເອກະສານມີຮູບແບບດັ່ງນີ້:

A

B

C

D

E

1

ເດືອນ

ມາດຕະຖານ

ທຸລະກິດ

ຫລູຫລາ

ຫ້ອງສຸິດ

2

ມັງກອນ

125600

200500

240000

170000

3

ກຸມພາ

160000

180300

362000

220000

4

ມີນາ

170000

ແລະ ຕໍ່ໆໄປ...


ຄັດລອກແຖວທີ 1 ທີ່ມີຫົວແຖວ (ຊື່ຟິວ), ຕົວຢ່າງໄປໃສ່ແຖວທີ 20. ປ້ອນເງື່ອນໄຂການຕອງທີ່ເຊື່ອມຕໍ່ດ້ວຍ OR ໃນແຖວທີ 21, 22, ແລະ ຕໍ່ໆໄປ.

A

B

C

D

E

20

ເດືອນ

ມາດຕະຖານ

ທຸລະກິດ

ຫລູຫລາ

ຫ້ອງສຸິດ

21

ມັງກອນ

22

>160000


ກຳນົດໃຫ້ສະແດງສະເພາະແຖວທີ່ມີຄ່າ January ໃນເຊວ ເດືອນ ຫຼື ມີຄ່າຫຼາຍກວ່າ 160000 ໃນເຊວ ມາດຕະຖານ.

ເລືອກ ຂໍ້ມູນ - ຕົວຕອງເພີ່ມເຕີມ - ຕົວຕອງຂັ້ນສູງ, ແລ້ວເລືອກຊ່ວງ A20:E22. ຫຼັງຈາກຄລິກ ຕົກລົງ, ຈະສະແດງສະເພາະແຖວທີ່ຖືກຕອງເທົ່ານັ້ນ. ແຖວອື່ນໆຈະຖືກເຊື່ອງໄວ້.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!