ການປ້ອນຕົວເລກທີ່ມີເລກສູນນຳໜ້າ

ມີຫຼາຍວິທີໃນການປ້ອນຕົວເລກຖ້ວນທີ່ເລີ່ມຕົ້ນດ້ວຍເລກສູນ:

ຖ້າທ່ານຕ້ອງການໃຊ້ຮູບແບບຕົວເລກກັບຖັນຂອງຕົວເລກທີ່ຢູ່ໃນຮູບແບບຂໍ້ຄວາມ (ຕົວຢ່າງ: ຂໍ້ຄວາມ "000123" ໃຫ້ກາຍເປັນຕົວເລກ "123"), ໃຫ້ປະຕິບັດດັ່ງນີ້:

  1. ເລືອກຖັນທີ່ມີຕົວເລກໃນຮູບແບບຂໍ້ຄວາມ. ຕັ້ງຮູບແບບຫ້ອງຕາຕະລາງໃນຖັນນັ້ນເປັນ "ຕົວເລກ".

  2. ເລືອກ ແກ້ໄຂ - ຊອກຫາ & ປ່ຽນແທນ

  3. ໃນຊ່ອງ ຊອກຫາ, ໃຫ້ປ້ອນ ^[0-9]

  4. ໃນຊ່ອງ ປ່ຽນແທນ, ໃຫ້ປ້ອນ &

  5. ໝາຍຕິກເອົາ ນິພົດປົກກະຕິ

  6. ໝາຍຕິກເອົາ ສະເພາະສ່ວນທີ່ເລືອກປັດຈຸບັນ

  7. ຄລິກ ປ່ຽນແທນທັງໝົດ

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!