ການນຳໃຊ້ AutoFilter

ຟັງຊັນ AutoFilter ຈະແຊກກ່ອງລາຍການລວມ (combo box) ລົງໃນໜຶ່ງຖັນຂໍ້ມູນ ຫຼື ຫຼາຍກວ່ານັ້ນ ເພື່ອໃຫ້ທ່ານເລືອກລາຍການ (ແຖວ) ທີ່ຈະສະແດງຜົນ.

  1. ເລືອກຖັນທີ່ທ່ານຕ້ອງການໃຊ້ AutoFilter.

  2. Choose Data - Filter - AutoFilter. The combo box arrows are visible in the first row of the range selected.

  3. ເລີ່ມການຕອງໂດຍການຄລິກທີ່ລູກສອນແບບເລື່ອນລົງໃນຫົວຖັນ ແລະ ເລືອກລາຍການ.

ສະເພາະແຖວທີ່ມີເນື້ອໃນກົງກັບເງື່ອນໄຂການຕອງເທົ່ານັ້ນທີ່ຈະຖືກສະແດງ. ແຖວອື່ນໆຈະຖືກຕອງອອກ. ທ່ານສາມາດສັງເກດເຫັນໄດ້ວ່າແຖວໃດຖືກຕອງອອກຈາກໝາຍເລກແຖວທີ່ບໍ່ຕໍ່ເນື່ອງກັນ. ຖັນທີ່ຖືກນຳໃຊ້ໃນການຕອງຈະຖືກລະບຸດ້ວຍສີທີ່ແຕກຕ່າງກັນຢູ່ປຸ່ມລູກສອນ.

ເມື່ອບໍ່ມີການເລືອກຊ່ວງຫ້ອງ, AutoFilter ຈະຖືກນຳໃຊ້ກັບຖັນຈົນຮອດຫ້ອງຫວ່າງທຳອິດ. ກະລຸນາແນ່ໃຈວ່າທ່ານໄດ້ເລືອກຊ່ວງທີ່ເໝາະສົມກ່ອນທີ່ຈະນຳໃຊ້ AutoFilter.

ເມື່ອຊ່ວງຫ້ອງຖືກຂະຫຍາຍອອກເພື່ອລວມເອົາຫ້ອງທີ່ມີຂໍ້ມູນເພີ່ມເຕີມ, AutoFilter ຈະປັບຊ່ວງການຕອງໂດຍອັດຕະໂນມັດເພື່ອໃຫ້ຄວບຄຸມຫ້ອງໃໝ່ເຫຼົ່ານັ້ນ.

ເມື່ອທ່ານນຳໃຊ້ AutoFilter ເພີ່ມເຕີມໃນຖັນອື່ນຂອງຊ່ວງຂໍ້ມູນທີ່ຖືກຕອງແລ້ວ, ກ່ອງລາຍການລວມອື່ນໆຈະສະແດງສະເພາະຂໍ້ມູນທີ່ຜ່ານການຕອງແລ້ວເທົ່ານັ້ນ.

ເພື່ອສະແດງທຸກລາຍການຄືນໃໝ່, ໃຫ້ເລືອກລາຍການ ທັງໝົດ ໃນກ່ອງລາຍການລວມຂອງ AutoFilter. ຖ້າທ່ານເລືອກ ມາດຕະຖານ, ກ່ອງໂຕ້ຕອບ Standard Filter ຈະປະກົດຂຶ້ນ, ເຊິ່ງຊ່ວຍໃຫ້ທ່ານສາມາດຕັ້ງຄ່າຕົວຕອງມາດຕະຖານໄດ້. ເລືອກ "Top 10" ເພື່ອສະແດງສະເພາະ 10 ຄ່າທີ່ສູງທີ່ສຸດ.

To stop using AutoFilter, reselect all cells selected in step 1 and once again choose Data - Filter - AutoFilter.

ໄອຄອນ ເຄັດລັບ

ເພື່ອຕັ້ງຄ່າ AutoFilters ທີ່ແຕກຕ່າງກັນໃຫ້ກັບແຜ່ນງານທີ່ແຕກຕ່າງກັນ, ກ່ອນອື່ນທ່ານຕ້ອງກຳນົດຊ່ວງຖານຂໍ້ມູນໃນແຕ່ລະແຜ່ນງານກ່ອນ.


ໄອຄອນ ຄຳເຕືອນ

ຟັງຊັນທາງຄະນິດສາດຍັງລວມເອົາຫ້ອງທີ່ບໍ່ສະແດງຜົນເນື່ອງຈາກການນຳໃຊ້ຕົວຕອງນຳດ້ວຍ. ຕົວຢ່າງ, ການລວມຍອດຂອງທັງໝົດຖັນຈະລວມເອົາຄ່າໃນຫ້ອງທີ່ຖືກຕອງອອກນຳ. ໃຫ້ນຳໃຊ້ຟັງຊັນ SUBTOTAL ຖ້າຕ້ອງການໃຫ້ຄິດໄລ່ສະເພາະຫ້ອງທີ່ເຫັນໄດ້ຫຼັງຈາກການນຳໃຊ້ຕົວຕອງເທົ່ານັ້ນ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!