ການວິເຄາະການຖົດຖອຍ

ປະຕິບັດການວິເຄາະການຖົດຖອຍແບບເສັ້ນຊື່, ແບບໂລກາຣິດ ຫຼື ແບບເລກກຳລັງ ຂອງຊຸດຂໍ້ມູນທີ່ປະກອບດ້ວຍຕົວປ່ຽນຕາມໜຶ່ງຕົວ ແລະ ຕົວປ່ຽນອິດສະຫຼະຫຼາຍຕົວ.

ຕົວຢ່າງ: ຜົນຜະລິດກະສິກຳ (ຕົວປ່ຽນຕາມ) ອາດຈະກ່ຽວຂ້ອງກັບ ປະລິມານນ້ຳຝົນ, ສະພາບອຸນຫະພູມ, ແສງແດດ, ຄວາມຊຸ່ມຊື່ນ, ຄຸນນະພາບຂອງດິນ ແລະ ອື່ນໆ ເຊິ່ງທັງໝົດນີ້ແມ່ນຕົວປ່ຽນອິດສະຫຼະ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ຂໍ້ມູນ - ສະຖິຕິ - ການຖດຖອຍ (Regression)

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ຂໍ້ມູນ - ສະຖິຕິ - ການຖດຖອຍ (Regression).

ໃນເມນູ ຂໍ້ມູນ ຂອງແຖບ ຂໍ້ມູນ, ໃຫ້ເລືອກ ສະຖິຕິ - ການຖດຖອຍ (Regression).


ໄອຄອນ ບັນທຶກ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການວິເຄາະການຖົດຖອຍ, ສາມາດອ້າງອີງໄດ້ທີ່ ບົດຄວາມ Wikipedia ທີ່ກ່ຽວຂ້ອງ.


ຂໍ້ມູນ

ຊ່ວງຂອງຕົວປ່ຽນອິດສະຫຼະ (X):

ປ້ອນຊ່ວງຂໍ້ມູນດຽວທີ່ປະກອບດ້ວຍຄ່າຂອງຕົວປ່ຽນອິດສະຫຼະຫຼາຍຕົວ (ຕາມຖັນ ຫຼື ແຖວ). ຄ່າຕົວປ່ຽນ X ທັງໝົດຕ້ອງຖືກປ້ອນໄວ້ຕິດກັນໃນຕາຕະລາງດຽວກັນ.

ຊ່ວງຂອງຕົວປ່ຽນຕາມ (Y):

ປ້ອນຊ່ວງຂໍ້ມູນທີ່ປະກອບດ້ວຍຕົວປ່ຽນຕາມທີ່ຕ້ອງການຄິດໄລ່ການຖົດຖອຍ.

ທັງຊ່ວງ X ແລະ Y ມີປ້າຍຊື່

ໝາຍເອົາເພື່ອໃຊ້ແຖວທຳອິດ (ຫຼື ຖັນທຳອິດ) ຂອງຊຸດຂໍ້ມູນເປັນຊື່ຕົວປ່ຽນໃນຜົນລັດ.

ສະແດງຜົນລັດທີ່:

ຕຳແໜ່ງຂອງຫ້ອງເທິງຊ້າຍສຸດຂອງຊ່ວງທີ່ຈະສະແດງຜົນລັດ.

ຈັດກຸ່ມໂດຍ

ເລືອກວ່າຂໍ້ມູນເຂົ້າມີການຈັດວາງແບບ ຖັນ ຫຼື ແຖວ.

ປະເພດການຖົດຖອຍທີ່ສະແດງຜົນ

ກຳນົດປະເພດການຖົດຖອຍ. ມີ 3 ປະເພດໃຫ້ເລືອກ:

ຕົວເລືອກ

ລະດັບຄວາມເຊື່ອໝັ້ນ

ຄ່າຕົວເລກລະຫວ່າງ 0 ຫາ 1, ຄ່າເລີ່ມຕົ້ນແມ່ນ 0.95. Calc ໃຊ້ເປີເຊັນນີ້ເພື່ອຄິດໄລ່ຊ່ວງຄວາມເຊື່ອໝັ້ນສຳລັບຄ່າປະມານຕ່າງໆ (ຄວາມຊັນ ແລະ ຈຸດຕັດແກນ).

ຄິດໄລ່ຄ່າເສດເຫຼືອ (Residuals)

ເລືອກວ່າຈະໃຫ້ຄິດໄລ່ຄ່າເສດເຫຼືອຫຼືບໍ່. ຄ່າເສດເຫຼືອບອກໃຫ້ຮູ້ວ່າຈຸດຂໍ້ມູນຈິງນັ້ນຢູ່ຫ່າງຈາກຈຸດທີ່ໄດ້ຈາກການພະຍາກອນຫຼາຍປານໃດ.

ບັງຄັບໃຫ້ຈຸດຕັດແກນເປັນສູນ

ຄິດໄລ່ແບບຈຳລອງການຖົດຖອຍໂດຍໃຫ້ຈຸດຕັດແກນເປັນສູນ, ເຊິ່ງເປັນການບັງຄັບໃຫ້ເສັ້ນການຖົດຖອຍຜ່ານຈຸດເລີ່ມຕົ້ນ (0,0).

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!