ແກ້ໄຂຊ່ວງການພິມ
ເປີດກ່ອງໂຕ້ຕອບທີ່ທ່ານສາມາດລະບຸຊ່ວງການພິມໄດ້. ທ່ານຍັງສາມາດຕັ້ງຄ່າແຖວ ຫຼື ຖັນທີ່ຈະໃຫ້ພິມຊ້ຳໃນທຸກໆ ໜ້າໄດ້.
ຈາກແຖບເມນູ:
ເລືອກ ຮູບແບບ - ຊ່ວງການພິມ - ແກ້ໄຂ.
ເລືອກແຖບ .
ຢູ່ເມນູ ຂອງແຖບ , ເລືອກ .
ການກຳນົດຂອບເຂດການພິມໃນແຜ່ນງານ
ຊ່ວງການພິມ
ອະນຸຍາດໃຫ້ທ່ານແກ້ໄຂຊ່ວງການພິມທີ່ກຳນົດໄວ້.
ເລືອກ -ບໍ່ມີ- ເພື່ອລົບການກຳນົດຊ່ວງການພິມສຳລັບສະເປຣດຊີດປັດຈຸບັນ. ເລືອກ -ທັງໝົດຊີດ- ເພື່ອຕັ້ງຊີດປັດຈຸບັນເປັນຊ່ວງການພິມ. ເລືອກ -ສ່ວນທີ່ເລືອກ- ເພື່ອກຳນົດພື້ນທີ່ທີ່ເລືອກຂອງສະເປຣດຊີດໃຫ້ເປັນຊ່ວງການພິມ. ໂດຍການເລືອກ -ຜູ້ໃຊ້ກຳນົດເອງ-, ທ່ານສາມາດກຳນົດຊ່ວງການພິມທີ່ທ່ານໄດ້ກຳນົດໄວ້ແລ້ວໂດຍໃຊ້ຄຳສັ່ງ ຮູບແບບ - ຊ່ວງການພິມ - ກຳນົດ. ຖ້າທ່ານໄດ້ຕັ້ງຊື່ໃຫ້ຊ່ວງໃດໜຶ່ງໂດຍໃຊ້ຄຳສັ່ງ ຊີດ - ຊ່ວງທີ່ຕັ້ງຊື່ ແລະ ນິພົດ - ກຳນົດ, ຊື່ນີ້ຈະຖືກສະແດງ ແລະ ສາມາດເລືອກໄດ້ຈາກລາຍການ.
ໃນຊ່ອງຂໍ້ຄວາມເບື້ອງຂວາມື, ທ່ານສາມາດປ້ອນຊ່ວງການພິມໂດຍການອ້າງອີງ ຫຼື ໂດຍຊື່. ຖ້າເຄີເຊີຢູ່ໃນຊ່ອງຂໍ້ຄວາມ ຊ່ວງການພິມ, ທ່ານຍັງສາມາດເລືອກຊ່ວງການພິມໃນສະເປຣດຊີດດ້ວຍເມົາສ໌ໄດ້.
ຫຍໍ້ / ຂະຫຍາຍ
ຄລິກໄອຄອນ ຫຍໍ້ ເພື່ອຫຼຸດຂະໜາດກ່ອງໂຕ້ຕອບໃຫ້ເທົ່າກັບຂະໜາດຂອງຊ່ອງປ້ອນຂໍ້ມູນ. ມັນຈະຊ່ວຍໃຫ້ໝາຍບ່ອນອ້າງອີງທີ່ຕ້ອງການໃນແຜ່ນງານໄດ້ງ່າຍຂຶ້ນ. ຈາກນັ້ນໄອຄອນຈະປ່ຽນເປັນໄອຄອນ ຂະຫຍາຍ ໂດຍອັດຕະໂນມັດ. ຄລິກມັນເພື່ອຄືນຄ່າກ່ອງໂຕ້ຕອບເປັນຂະໜາດເດີມ.
ກ່ອງໂຕ້ຕອບຈະຖືກຫຍໍ້ລົງໂດຍອັດຕະໂນມັດເມື່ອທ່ານຄລິກໃສ່ແຜ່ນງານດ້ວຍເມົາສ໌. ທັນທີທີ່ທ່ານປ່ອຍປຸ່ມເມົາສ໌, ກ່ອງໂຕ້ຕອບຈະຖືກຄືນຄ່າ ແລະ ຊ່ວງອ້າງອີງທີ່ກຳນົດດ້ວຍເມົາສ໌ຈະຖືກສະແດງໃຫ້ເຫັນໃນເອກະສານດ້ວຍຂອບສີຟ້າ.
ແຖວທີ່ຈະໃຫ້ພິມຊ້ຳ
ເລືອກໜຶ່ງແຖວ ຫຼື ຫຼາຍກວ່າເພື່ອພິມໃນທຸກໆ ໜ້າ. ໃນຊ່ອງຂໍ້ຄວາມເບື້ອງຂວາໃຫ້ປ້ອນການອ້າງອີງແຖວ, ຕົວຢ່າງ "1" ຫຼື "$1" ຫຼື "$2:$3". ລາຍການຈະສະແດງ -ຜູ້ໃຊ້ກຳນົດເອງ-. ທ່ານຍັງສາມາດເລືອກ -ບໍ່ມີ- ເພື່ອລົບແຖວທີ່ຈະພິມຊ້ຳທີ່ກຳນົດໄວ້ອອກ.
ທ່ານຍັງສາມາດກຳນົດແຖວທີ່ຈະພິມຊ້ຳໄດ້ໂດຍການລາກເມົາສ໌ໃນສະເປຣດຊີດ, ຖ້າເຄີເຊີຢູ່ໃນຊ່ອງຂໍ້ຄວາມ ແຖວທີ່ຈະໃຫ້ພິມຊ້ຳ ໃນກ່ອງໂຕ້ຕອບ.
ຫຍໍ້ / ຂະຫຍາຍ
ຄລິກໄອຄອນ ຫຍໍ້ ເພື່ອຫຼຸດຂະໜາດກ່ອງໂຕ້ຕອບໃຫ້ເທົ່າກັບຂະໜາດຂອງຊ່ອງປ້ອນຂໍ້ມູນ. ມັນຈະຊ່ວຍໃຫ້ໝາຍບ່ອນອ້າງອີງທີ່ຕ້ອງການໃນແຜ່ນງານໄດ້ງ່າຍຂຶ້ນ. ຈາກນັ້ນໄອຄອນຈະປ່ຽນເປັນໄອຄອນ ຂະຫຍາຍ ໂດຍອັດຕະໂນມັດ. ຄລິກມັນເພື່ອຄືນຄ່າກ່ອງໂຕ້ຕອບເປັນຂະໜາດເດີມ.
ກ່ອງໂຕ້ຕອບຈະຖືກຫຍໍ້ລົງໂດຍອັດຕະໂນມັດເມື່ອທ່ານຄລິກໃສ່ແຜ່ນງານດ້ວຍເມົາສ໌. ທັນທີທີ່ທ່ານປ່ອຍປຸ່ມເມົາສ໌, ກ່ອງໂຕ້ຕອບຈະຖືກຄືນຄ່າ ແລະ ຊ່ວງອ້າງອີງທີ່ກຳນົດດ້ວຍເມົາສ໌ຈະຖືກສະແດງໃຫ້ເຫັນໃນເອກະສານດ້ວຍຂອບສີຟ້າ.
ຖັນທີ່ຈະໃຫ້ພິມຊ້ຳ
ເລືອກໜຶ່ງຖັນ ຫຼື ຫຼາຍກວ່າເພື່ອພິມໃນທຸກໆ ໜ້າ. ໃນຊ່ອງຂໍ້ຄວາມເບື້ອງຂວາໃຫ້ປ້ອນການອ້າງອີງຖັນ, ຕົວຢ່າງ "A" ຫຼື "AB" ຫຼື "$C:$E". ລາຍການຈະສະແດງ -ຜູ້ໃຊ້ກຳນົດເອງ-. ທ່ານຍັງສາມາດເລືອກ -ບໍ່ມີ- ເພື່ອລົບຖັນທີ່ຈະພິມຊ້ຳທີ່ກຳນົດໄວ້ອອກ.
ທ່ານຍັງສາມາດກຳນົດຖັນທີ່ຈະພິມຊ້ຳໄດ້ໂດຍການລາກເມົາສ໌ໃນສະເປຣດຊີດ, ຖ້າເຄີເຊີຢູ່ໃນຊ່ອງຂໍ້ຄວາມ ຖັນທີ່ຈະໃຫ້ພິມຊ້ຳ ໃນກ່ອງໂຕ້ຕອບ.