ຟັງຊັນຂໍ້ຄວາມ

ພາກນີ້ປະກອບດ້ວຍຄຳອະທິບາຍຂອງຟັງຊັນ ຂໍ້ຄວາມ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ແຊກ - ຟັງຊັນ - ໝວດໝູ່ ຂໍ້ຄວາມ


ການໃຊ້ເຄື່ອງໝາຍຄຳເວົ້າຄູ່ໃນສູດ

ເພື່ອໃສ່ຂໍ້ຄວາມໃນສູດ, ໃຫ້ວາງຂໍ້ຄວາມນັ້ນໄວ້ລະຫວ່າງເຄື່ອງໝາຍຄຳເວົ້າຄູ່ (") ສອງອັນ ແລະ Calc ຈະຮັບເອົາຕົວອັກສອນໃນຂໍ້ຄວາມນັ້ນໂດຍບໍ່ມີການແປຄວາມໝາຍອື່ນ. ຕົວຢ່າງ: ສູດ ="Hello world!" ຈະສະແດງຂໍ້ຄວາມ Hello world! ໃນຫ້ອງ ໂດຍບໍ່ມີເຄື່ອງໝາຍຄຳເວົ້າຄູ່ປາກົດອອກມາ.

ສູດທີ່ຊັບຊ້ອນກວ່າເຊັ່ນ =CONCATENATE("Life is really simple, "; "but we insist on making it complicated "; "(Confucius).") ຈະເຊື່ອມຕໍ່ສາມຂໍ້ຄວາມໃນເຄື່ອງໝາຍຄຳເວົ້າຄູ່ເຂົ້າກັນ, ໂດຍຈະສະແດງຜົນເປັນ Life is really simple, but we insist on making it complicated (Confucius).

ເພື່ອໃສ່ເຄື່ອງໝາຍຄຳເວົ້າຄູ່ລົງໃນຂໍ້ຄວາມພາຍໃນສູດ, ສາມາດໃຊ້ໄດ້ສອງວິທີ:

  1. ທ່ານສາມາດ "ຫຼົບ" (escape) ເຄື່ອງໝາຍຄຳເວົ້າຄູ່ດ້ວຍການເພີ່ມເຄື່ອງໝາຍຄຳເວົ້າຄູ່ເຂົ້າໄປອີກອັນໜຶ່ງ, ແລະ Calc ຈະຖືວ່າເຄື່ອງໝາຍຄຳເວົ້າຄູ່ທີ່ຖືກຫຼົບນັ້ນເປັນຄ່າຕົວອັກສອນປົກກະຕິ. ຕົວຢ່າງ: ສູດ ="My name is ""John Doe"" ." ຈະສະແດງຂໍ້ຄວາມ My name is "John Doe". ອີກຕົວຢ່າງໜຶ່ງຄືສູດ =UNICODE("""") ເຊິ່ງຈະສົ່ງຄືນຄ່າ 34, ເຊິ່ງແມ່ນຄ່າຖານສິບຂອງຕົວອັກສອນເຄື່ອງໝາຍຄຳເວົ້າ Unicode (U+0022) — ໃນທີ່ນີ້ເຄື່ອງໝາຍຄຳເວົ້າຄູ່ອັນທີໜຶ່ງ ແລະ ອັນທີສີ່ ບອກເຖິງຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດຂອງຂໍ້ຄວາມ, ໃນຂະນະທີ່ອັນທີສອງໃຊ້ເພື່ອຫຼົບອັນທີສາມ.

  2. ທ່ານສາມາດໃຊ້ຟັງຊັນ CHAR ຫຼື ຟັງຊັນ UNICHAR ເພື່ອແຊກເຄື່ອງໝາຍຄຳເວົ້າຄູ່ໄດ້. ຕົວຢ່າງ: ສູດ =UNICHAR(34) & "The Catcher in the Rye" & UNICHAR(34) & " is a famous book by J. D. Salinger." ຈະສະແດງຂໍ້ຄວາມ "The Catcher in the Rye" is a famous book by J. D. Salinger.

ກະລຸນາຮັບຊາບວ່າ ຟັງຊັນການແກ້ໄຂອັດຕະໂນມັດ (AutoCorrect) ຂອງ Calc ອາດຈະມີການປ່ຽນແປງເຄື່ອງໝາຍຄຳເວົ້າຄູ່. ການແກ້ໄຂອັດຕະໂນມັດ ບໍ່ຄວນປ່ຽນແປງເຄື່ອງໝາຍຄຳເວົ້າຄູ່ ຢູ່ພາຍໃນຫ້ອງສູດ ແຕ່ອາດຈະປ່ຽນແປງເຄື່ອງໝາຍທີ່ໃຊ້ໃນຫ້ອງທີ່ບໍ່ແມ່ນສູດເຊິ່ງມີຂໍ້ຄວາມຢູ່ນຳ. ຕົວຢ່າງເຊັ່ນ, ຖ້າທ່ານສຳເນົາຂໍ້ຄວາມທີ່ຖືກລ້ອມຮອບດ້ວຍເຄື່ອງໝາຍຄຳເວົ້າຄູ່ຮູບແບບອື່ນໆ, ເຊັ່ນ ເຄື່ອງໝາຍຄຳເວົ້າຄູ່ເບື້ອງຊ້າຍ (U+201C) ແລະ ເຄື່ອງໝາຍຄຳເວົ້າຄູ່ເບື້ອງຂວາ (U+201D), ແລ້ວນຳໄປວາງໃສ່ໃນຫ້ອງສູດ, ມັນອາດຈະເກີດຂໍ້ຜິດພາດໄດ້. ເປີດສ່ວນ ເຄື່ອງໝາຍຄຳເວົ້າຄູ່ ຂອງໜ້າຕ່າງ Tools - AutoCorrect Options - Localized Options ເພື່ອຕັ້ງຄ່າຕົວອັກສອນທີ່ຈະໃຊ້ເຂົ້າໃນການແກ້ໄຂເຄື່ອງໝາຍຄຳເວົ້າຄູ່ເລີ່ມຕົ້ນ ແລະ ສິ້ນສຸດໂດຍອັດຕະໂນມັດ. ຍົກເລີກການໝາຍເອົາປຸ່ມສະຫຼັບ ປ່ຽນແທນ ເພື່ອປິດການນຳໃຊ້ຄຸນສົມບັດນີ້.

ຂໍ້ຄວາມວ່າງ ແລະ ຫ້ອງວ່າງ

ຫ້ອງທີ່ມີຂໍ້ຄວາມວ່າງ ("") ແມ່ນບໍ່ຄືກັນກັບຫ້ອງວ່າງ (blank). ເມື່ອມີການຄົ້ນຫາ ຫຼື ຄິດໄລ່ກັບຂໍ້ຄວາມ, ຂໍ້ຄວາມວ່າງ "" ຈະຖືກຖືວ່າເປັນຂໍ້ຄວາມທີ່ມີຄວາມຍາວເປັນສູນ.

ຕົວຢ່າງ: ເມື່ອສູດໃນຫ້ອງ A1 ສົ່ງຄືນຂໍ້ຄວາມວ່າງ "", ຈະມີຜົນດັ່ງນີ້:

=ISBLANK(A1) ສົ່ງຄືນ FALSE. ຫ້ອງນັ້ນບໍ່ແມ່ນຫ້ອງວ່າງ.

=ISFORMULA(A1) ສົ່ງຄືນ TRUE. ຫ້ອງນັ້ນແມ່ນສູດ.

=ISLOGICAL(A1) ສົ່ງຄືນ FALSE. ບໍ່ແມ່ນຄ່າທາງຕັກກະສາດ.

=ISNONTEXT(A1) ສົ່ງຄືນ FALSE. ຫ້ອງນັ້ນມີຂໍ້ຄວາມວ່າງຢູ່.

=ISNUMBER(A1) ສົ່ງຄືນ FALSE. ບໍ່ແມ່ນຕົວເລກ.

=ISTEXT(A1) ສົ່ງຄືນ TRUE. ຫ້ອງນັ້ນມີຂໍ້ຄວາມວ່າງ ເຊິ່ງຄິດໄລ່ມາຈາກສູດ.

=LEN(A1) ສົ່ງຄືນ 0. ຄວາມຍາວຂອງຂໍ້ຄວາມວ່າງແມ່ນ 0.

ARABIC

ສົ່ງຄືນຄ່າຕົວເລກທີ່ກົງກັບຕົວເລກໂຣມັນທີ່ລະບຸໄວ້ເປັນຂໍ້ຄວາມ.

ASC

ແປງຕົວອັກສອນແບບດັບເບິນໄບຕ໌ (ຄວາມກວ້າງເຕັມ) ໄປເປັນຕົວອັກສອນ ASCII ແລະ ຄາຕາຄານະ ແບບຊິງເກິນໄບຕ໌ (ເຄິ່ງຄວາມກວ້າງ).

BAHTTEXT

ແປງຕົວເລກເປັນຂໍ້ຄວາມພາສາໄທ, ລວມທັງຊື່ສະກຸນເງິນໄທ.

BASE

ແປງຈຳນວນຖ້ວນບວກໄປເປັນຖານທີ່ກຳນົດໃຫ້ໃນຮູບແບບຂໍ້ຄວາມຈາກ ລະບົບຕົວເລກ. ໂດຍໃຊ້ຕົວເລກ 0-9 ແລະ ຕົວອັກສອນ A-Z.

CHAR

ແປງຕົວເລກເປັນຕົວອັກສອນຕາມຕາຕະລາງລະຫັດປັດຈຸບັນ. ຕົວເລກສາມາດເປັນຈຳນວນຖ້ວນທີ່ມີສອງ ຫຼື ສາມຫຼັກ.

CLEAN

ຕົວອັກສອນທີ່ບໍ່ສາມາດພິມອອກມາໄດ້ທັງໝົດຈະຖືກລຶບອອກຈາກຂໍ້ຄວາມ.

CODE

ສົ່ງຄືນລະຫັດຕົວເລກສຳລັບຕົວອັກສອນທຳອິດໃນຂໍ້ຄວາມ.

CONCATENATE

ຮວມສາຍຂໍ້ຄວາມຫຼາຍໆຂໍ້ຄວາມເຂົ້າກັນເປັນຂໍ້ຄວາມດຽວ.

DECIMAL

ແປງຂໍ້ຄວາມທີ່ແທນຕົວເລກໃນ ລະບົບຕົວເລກ ດ້ວຍເລກຖານທີ່ກຳນົດ ໃຫ້ເປັນເລກຖ້ວນບວກ. ເລກຖານຕ້ອງຢູ່ໃນຊ່ວງ 2 ຫາ 36. ຈະບໍ່ສົນໃຈຍະຫວ່າງ ແລະ ແທັບ (tab). ຟິວ ຂໍ້ຄວາມ ຈະບໍ່ແຍກຕົວອັກສອນນ້ອຍ-ໃຫຍ່.

DOLLAR

ແປງຕົວເລກໃຫ້ເປັນຂໍ້ຄວາມທີ່ສະແງເຖິງຈຳນວນເງິນໃນຮູບແບບສະກຸນເງິນ, ປັດຕົວເລກຕາມຕຳແໜ່ງທົດສະນິຍົມທີ່ລະບຸ, ໂດຍໃຊ້ເຄື່ອງໝາຍຂັ້ນທົດສະນິຍົມທີ່ກົງກັບ ການຕັ້ງຄ່າທ້ອງຖິ່ນໃນປະຈຸບັນ. ໃນຟິວ ຄ່າ ໃຫ້ປ້ອນຕົວເລກທີ່ຈະແປງ. ທ່ານຍັງສາມາດປ້ອນຈຳນວນຕຳແໜ່ງທົດສະນິຍົມໃນຟິວ ທົດສະນິຍົມ ໄດ້. ຖ້າບໍ່ໄດ້ລະບຸຄ່າ, ຕົວເລກທັງໝົດໃນຮູບແບບສະກຸນເງິນຈະສະແດງດ້ວຍທົດສະນິຍົມສອງຕຳແໜ່ງ.

ENCODEURL

ສົ່ງຄືນຂໍ້ຄວາມທີ່ຜ່ານການເຂົ້າລະຫັດ URL (URL-encoded).

EXACT

ປຽບທຽບຂໍ້ຄວາມສອງຊຸດ ແລະ ສົ່ງຄືນຄ່າ TRUE ຖ້າພວກມັນຄືກັນທຸກປະການ. ຟັງຊັນນີ້ຈະແຍກຕົວອັກສອນນ້ອຍ-ໃຫຍ່.

FILTERXML

ໃຊ້ງານນິພົດ XPath ກັບເອກະສານ XML.

FIND

ສົ່ງຄືນຕຳແໜ່ງຂອງຂໍ້ຄວາມພາຍໃນຂໍ້ຄວາມອື່ນ. ທ່ານຍັງສາມາດກຳນົດຈຸດເລີ່ມຕົ້ນຂອງການຄົ້ນຫາໄດ້. ສິ່ງທີ່ຄົ້ນຫາສາມາດເປັນຕົວເລກ ຫຼື ຂໍ້ຄວາມໃດໆກໍໄດ້. ການຄົ້ນຫາຈະແຍກຕົວອັກສອນນ້ອຍ-ໃຫຍ່.

FIXED

ສົ່ງຄືນຕົວເລກໃນຮູບແບບຂໍ້ຄວາມ ໂດຍມີຈຳນວນຕຳແໜ່ງທົດສະນິຍົມທີ່ລະບຸ ແລະ ສາມາດເລືອກໃສ່ເຄື່ອງໝາຍຂັ້ນຫຼັກພັນໄດ້.

JIS

ແປງຕົວອັກສອນ ASCII ຫຼື ຄາຕາການະ ແບບໄບຕ໌ດຽວ (ເຄິ່ງຄວາມກວ້າງ) ໃຫ້ເປັນຕົວອັກສອນແບບດັບເບິນໄບຕ໌ (ເຕັມຄວາມກວ້າງ).

LEFT

ສົ່ງຄືນຕົວອັກສອນຕົວທຳອິດ ຫຼື ຫຼາຍຕົວອັກສອນທຳອິດຂອງຂໍ້ຄວາມ.

LEFTB

ສົ່ງຄືນຕົວອັກສອນທຳອິດຂອງຂໍ້ຄວາມແບບ DBCS.

LEN

ສົ່ງຄືນຄວາມຍາວຂອງຂໍ້ຄວາມ ລວມທັງຍະຫວ່າງ.

LENB

ສຳລັບພາສາທີ່ໃຊ້ຕົວອັກສອນແບບດັບເບິນໄບຕ໌ (DBCS), ຈະສົ່ງຄືນຈຳນວນໄບຕ໌ທີ່ໃຊ້ເພື່ອສະແດງຕົວອັກສອນໃນຂໍ້ຄວາມ.

LOWER

ແປງຕົວອັກສອນພິມໃຫຍ່ທັງໝົດໃນຂໍ້ຄວາມໃຫ້ເປັນຕົວອັກສອນພິມນ້ອຍ.

MID

ສົ່ງຄືນຂໍ້ຄວາມສ່ວນໃດສ່ວນໜຶ່ງຂອງຂໍ້ຄວາມທັງໝົດ. ພາຣາມິເຕີຈະກຳນົດຕຳແໜ່ງເລີ່ມຕົ້ນ ແລະ ຈຳນວນຕົວອັກສອນ.

MIDB

ສົ່ງຄືນຂໍ້ຄວາມສ່ວນໃດສ່ວນໜຶ່ງຂອງຂໍ້ຄວາມແບບ DBCS. ພາຣາມິເຕີຈະກຳນົດຕຳແໜ່ງເລີ່ມຕົ້ນ ແລະ ຈຳນວນຕົວອັກສອນ.

PROPER

ປ່ຽນຕົວອັກສອນທຳອິດຂອງທຸກໆຄຳໃນຂໍ້ຄວາມໃຫ້ເປັນຕົວພິມໃຫຍ່.

REGEX

ຈັບຄູ່ ແລະ ດຶງຂໍ້ມູນ ຫຼື ແທນທີ່ຂໍ້ຄວາມໂດຍໃຊ້ regular expressions.

REPLACE

ແທນທີ່ບາງສ່ວນຂອງຂໍ້ຄວາມດ້ວຍຂໍ້ຄວາມອື່ນ. ຟັງຊັນນີ້ສາມາດໃຊ້ເພື່ອແທນທີ່ໄດ້ທັງຕົວອັກສອນ ແລະ ຕົວເລກ (ເຊິ່ງຈະຖືກປ່ຽນເປັນຂໍ້ຄວາມໂດຍອັດຕະໂນມັດ). ຜົນລັດຂອງຟັງຊັນຈະສະແດງເປັນຂໍ້ຄວາມສະເໝີ. ຖ້າທ່ານຕ້ອງການຄິດໄລ່ຕໍ່ດ້ວຍຕົວເລກທີ່ຖືກແທນທີ່ດ້ວຍຂໍ້ຄວາມແລ້ວ, ທ່ານຈະຕ້ອງປ່ຽນມັນກັບມາເປັນຕົວເລກໂດຍໃຊ້ຟັງຊັນ VALUE.

REPT

ເຮັດຊ້ຳຂໍ້ຄວາມຕາມ ຈຳນວນ ຄັ້ງທີ່ກຳນົດ.

RIGHT

ສົ່ງຄືນຕົວອັກສອນສຸດທ້າຍ ຫຼື ຫຼາຍຕົວອັກສອນສຸດທ້າຍຂອງຂໍ້ຄວາມ.

RIGHTB

ສົ່ງຄືນຕົວອັກສອນສຸດທ້າຍ ຫຼື ຫຼາຍຕົວອັກສອນສຸດທ້າຍຂອງຂໍ້ຄວາມທີ່ມີຊຸດຕົວອັກສອນແບບສອງໄບຕ໌ (DBCS).

ROMAN

ປ່ຽນຕົວເລກໃຫ້ເປັນເລກໂລມັນ. ຊ່ວງຂອງຄ່າຕ້ອງຢູ່ລະຫວ່າງ 0 ຫາ 3999. ສາມາດລະບຸໂໝດການເຮັດໃຫ້ງ່າຍຂຶ້ນໄດ້ໃນຊ່ວງແຕ່ 0 ຫາ 4.

SEARCH

ສົ່ງຄືນຕຳແໜ່ງຂອງສ່ວນຂໍ້ຄວາມພາຍໃນຂໍ້ຄວາມອື່ນ. ທ່ານສາມາດຕັ້ງຈຸດເລີ່ມຕົ້ນຂອງການຊອກຫາໄດ້. ຂໍ້ຄວາມທີ່ຊອກຫາສາມາດເປັນຕົວເລກ ຫຼື ຊຸດຂອງຕົວອັກສອນໃດໆກໍໄດ້. ການຊອກຫາບໍ່ຈຳແນກຕົວພິມໃຫຍ່-ນ້ອຍ. ຖ້າບໍ່ພົບຂໍ້ຄວາມ, ຈະສົ່ງຄືນຂໍ້ຜິດພາດ 519 (#VALUE).

SUBSTITUTE

ແທນທີ່ຂໍ້ຄວາມເກົ່າດ້ວຍຂໍ້ຄວາມໃໝ່ໃນຂໍ້ຄວາມ.

T

ຟັງຊັນນີ້ສົ່ງຄືນຂໍ້ຄວາມເປົ້າໝາຍ, ຫຼື ສົ່ງຄືນຂໍ້ຄວາມຫວ່າງເປົ່າ ຖ້າຫາກເປົ້າໝາຍນັ້ນບໍ່ແມ່ນຂໍ້ຄວາມ.

TEXT

ແປງຄ່າໃຫ້ເປັນຂໍ້ຄວາມຕາມຮູບແບບທີ່ກຳນົດ.

TRIM

ລຶບຍະຫວ່າງອອກຈາກຂໍ້ຄວາມ, ໂດຍໃຫ້ເຫຼືອໄວ້ພຽງຍະຫວ່າງດຽວລະຫວ່າງຄຳສັບ.

UNICHAR

ແປງລະຫັດຕົວເລກໃຫ້ເປັນຕົວອັກສອນ ຫຼື ຕົວໜັງສືໃນຮູບແບບ Unicode.

UNICODE

ສົ່ງຄືນລະຫັດຕົວເລກສຳລັບຕົວອັກສອນ Unicode ຕົວທຳອິດໃນຂໍ້ຄວາມ.

UPPER

ແປງຂໍ້ຄວາມທີ່ລະບຸໃນຟີວ text ໃຫ້ເປັນຕົວພິມໃຫຍ່ທັງໝົດ.

VALUE

ແປງຂໍ້ຄວາມທີ່ສະແດງເຖິງຕົວເລກໃຫ້ເປັນຮູບແບບຕົວເລກ. ຖ້າຂໍ້ຄວາມທີ່ລະບຸເປັນວັນທີ, ເວລາ ຫຼື ວັນທີ-ເວລາ ທີ່ຖືກຕ້ອງ, ມັນຈະສົ່ງຄືນຕົວເລກລຳດັບວັນທີ-ເວລາທີ່ກົງກັນ.

WEBSERVICE

ດຶງເນື້ອໃນບາງຢ່າງຈາກເວັບໂດຍໃຊ້ URI.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!