ແຖບສູດ

ສະແດງ ຫຼື ເຊື່ອງ ແຖບສູດ, ເຊິ່ງໃຊ້ສຳລັບການປ້ອນ ແລະ ແກ້ໄຂສູດ. ແຖບສູດແມ່ນເຄື່ອງມືທີ່ສຳຄັນທີ່ສຸດເມື່ອເຮັດວຽກກັບສະເປຣດຊີດ.

ເພື່ອເຊື່ອງແຖບສູດ, ໃຫ້ຍົກເລີກການໝາຍລາຍການເມນູນີ້.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ມຸມມອງ - ແຖບສູດ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ມຸມມອງ - ແຖບສູດ

ຢູ່ເມນູ ມຸມມອງ ຂອງແຖບ ມຸມມອງ, ເລືອກ ແຖບສູດ.

ຈາກແຖບເຄື່ອງມື:

ໄອຄອນ ແຖບສູດ

ແຖບສູດ


ຖ້າແຖບສູດຖືກເຊື່ອງໄວ້, ທ່ານຍັງສາມາດແກ້ໄຂເຊວໄດ້ໂດຍການເປີດໃຊ້ໂໝດແກ້ໄຂດ້ວຍ F2. ຫຼັງຈາກແກ້ໄຂເຊວແລ້ວ, ໃຫ້ຍອມຮັບການປ່ຽນແປງໂດຍການກົດ Enter, ຫຼື ຍົກເລີກຂໍ້ມູນໂດຍການກົດ Esc. Esc ຍັງຖືກນຳໃຊ້ເພື່ອອອກຈາກໂໝດແກ້ໄຂ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!