ຟັງຊັນ CByte

ແປງສະຕຣິງ ຫຼື ນິພົດຕົວເລກໃຫ້ເປັນປະເພດ Byte.

ໄວຍາກອນ:


Cbyte( expression As Variant) As Byte

ປະເພດຄ່າທີ່ສົ່ງກັບ:

Byte

ພາຣາມິເຕີ:

Expression: ສະຕຣິງ ຫຼື ນິພົດຕົວເລກໃດໆ ທີ່ສາມາດຄຳນວນເປັນຕົວເລກໄດ້. ຄ່າທົດສະນິຍົມຈະຖືກປັດໃຫ້ເປັນເລກຖ້ວນທີ່ໃກ້ຄຽງທີ່ສຸດ. ຄ່າທີ່ຖືກຕ້ອງແມ່ນຢູ່ໃນຊ່ວງ 0 ຫາ 256.

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

6 ຄ່າເກີນຂອບເຂດ (Overflow)

ຕົວຢ່າງ:


  Sub CByte_example
      Print CByte( expression := "17"/2 + 7.44), CByte(EMPTY), CByte(PI)
      ' ນິພົດຂ້າງເທິງຖືກຄຳນວນເປັນ 16, 0 ແລະ 3
  End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!