ຄຳສຳຄັນ Global

ກຳນົດຂະໜາດຕົວປ່ຽນ ຫຼື ອາເຣໃນລະດັບ global (ໝາຍເຖິງ ບໍ່ໄດ້ຢູ່ໃນສ່ວນຍ່ອຍ ຫຼື ຟັງຊັນ), ເພື່ອໃຫ້ຕົວປ່ຽນ ແລະ ອາເຣນັ້ນສາມາດໃຊ້ໄດ້ໃນທຸກໄລບຣາຣີ ແລະ ໂມດູນສຳລັບເຊດຊັນປະຈຸບັນ.

ຮູບແບບຄຳສັ່ງ:


Global VarName[(start To end)] [As VarType][, VarName2[(start To end)] [As VarType][,...]]

ຕົວຢ່າງ:


Global iGlobalVar As Integer
Sub ExampleGlobal
    iGlobalVar = iGlobalVar + 1
    MsgBox iGlobalVar
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!