ຟັງຊັນ FreeLibrary

ຄືນໜ່ວຍຄວາມຈຳ (release) ຈາກ DLL ທີ່ຖືກໂຫຼດໂດຍຄຳສັ່ງ Declare. DLL ທີ່ຖືກຄືນໜ່ວຍຄວາມຈຳໄປແລ້ວຈະຖືກໂຫຼດໃໝ່ໂດຍອັດຕະໂນມັດຖ້າມີການເອີ້ນໃຊ້ຟັງຊັນໃດໜຶ່ງຂອງມັນ. ເບິ່ງຕື່ມ: Declare

ໄວຍາກອນ:


FreeLibrary (LibName As String)

ພາລາມິເຕີ:

ຊື່ໄລບຣາຣີ (LibName): ນິພົດສະຕຣິງທີ່ກຳນົດຊື່ຂອງ DLL.

ໄອຄອນ ບັນທຶກ

FreeLibrary ສາມາດຄືນໜ່ວຍຄວາມຈຳໄດ້ສະເພາະ DLL ທີ່ຖືກໂຫຼດໃນລະຫວ່າງການເຮັດວຽກຂອງ Basic ເທົ່ານັ້ນ.


ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

ຕົວຢ່າງ:


Declare Sub MyMessageBeep Lib "user32.dll" Alias "MessageBeep" ( Long )
Sub ExampleDeclare
Dim lValue As Long
    lValue = 5000
    MyMessageBeep( lValue )
    FreeLibrary("user32.dll" )
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!