ຄຳສັ່ງ Do...Loop

ເຮັດຊ້ຳຄຳສັ່ງລະຫວ່າງຄຳສັ່ງ Do ແລະ Loop ໃນຂະນະທີ່ເງື່ອນໄຂເປັນ True ຫຼື ຈົນກວ່າເງື່ອນໄຂຈະກາຍເປັນ True.

ໄວຍາກອນ:

ຄຳສັ່ງ Do


  Do {While | Until} condition = True
  ' Do While: ບລັອກຄຳສັ່ງຈະຖືກເຮັດຊ້ຳຕາບໃດທີ່ເງື່ອນໄຂຍັງເປັນຈິງ
  ' Do Until: ບລັອກຄຳສັ່ງຈະຖືກເຮັດຊ້ຳຕາບໃດທີ່ເງື່ອນໄຂຍັງເປັນເທັດ
     statements
     [Exit Do]
     statements
  Loop

ຄຳສັ່ງ Do...Loop


  Do
     statements
     [Exit Do]
     statements
  ' Loop While: ບລັອກຄຳສັ່ງຈະເຮັດຊ້ຳຕາບໃດທີ່ເງື່ອນໄຂຍັງເປັນຈິງ
  ' Loop Until: ບລັອກຄຳສັ່ງຈະເຮັດຊ້ຳຈົນກວ່າເງື່ອນໄຂຈະເປັນຈິງ
  Loop {While | Until} condition = True

ພາຣາມິເຕີ:

ຄຳສັ່ງ Do...Loop ຈະປະມວນຜົນວົງຈອນຕາບໃດທີ່ ຫຼື ຈົນກວ່າເງື່ອນໄຂໃດໜຶ່ງຈະເປັນ True. ເງື່ອນໄຂສຳລັບການອອກຈາກວົງຈອນຕ້ອງຖືກປ້ອນຕາມຫຼັງຄຳສັ່ງ Do ຫຼື Loop. ຕົວຢ່າງຂ້າງເທິງນັ້ນແມ່ນຮູບແບບການປະສົມປະສານທີ່ຖືກຕ້ອງ.

ເງື່ອນໄຂ: ການປຽບທຽບ, ຕົວເລກ ຫຼື ນິພົດ Basic ທີ່ຖືກປະເມີນເປັນ True ຫຼື False.

ຄຳສັ່ງ: ຄຳສັ່ງຕ່າງໆທີ່ທ່ານຕ້ອງການໃຫ້ເຮັດຊ້ຳໃນຂະນະທີ່ ຫຼື ຈົນກວ່າເງື່ອນໄຂຈະເປັນ True.

ໃຊ້ຄຳສັ່ງ Exit Do ເພື່ອຢຸດວົງຈອນແບບບໍ່ມີເງື່ອນໄຂ. ທ່ານສາມາດເພີ່ມຄຳສັ່ງນີ້ໃສ່ບ່ອນໃດກໍໄດ້ໃນຄຳສັ່ງ Do...Loop. ທ່ານຍັງສາມາດກຳນົດເງື່ອນໄຂການອອກໂດຍໃຊ້ໂຄງສ້າງ If...Then ດັ່ງຕໍ່ໄປນີ້:


  Do...
     statements
     If condition = True Then Exit Do
     statements
  Loop...

ຕົວຢ່າງ:


Sub ExampleDoLoop
    Dim sFile As String
    Dim sPath As String
    sPath = "c:\"
    sFile = Dir$( sPath ,22)
    If sFile <> "" Then
        Do
            MsgBox sFile
            sFile = Dir$
        Loop Until sFile = ""
    End If
End Sub

ຄຳສັ່ງ For, Select Case ຫຼື While

ຟັງຊັນ Iif ຫຼື Switch

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!