ຄຳສັ່ງ RmDir

ລຶບໄດເຣັກທໍຣີທີ່ມີຢູ່ອອກຈາກສື່ເກັບຂໍ້ມູນ.

ໄວຍາກອນ:

ແຜນວາດຄຳສັ່ງ RmDir


RmDir Text As String

ພາຣາມິເຕີ:

Text: ນິພົດສະຕຣິງໃດໜຶ່ງທີ່ລະບຸຊື່ ແລະ ເສັ້ນທາງຂອງໄດເຣັກທໍຣີທີ່ທ່ານຕ້ອງການລຶບ. ທ່ານຍັງສາມາດໃຊ້ ຮູບແບບ URL ໄດ້.

ຖ້າບໍ່ໄດ້ກຳນົດເສັ້ນທາງ, ຄຳສັ່ງ RmDir ຈະຄົ້ນຫາໄດເຣັກທໍຣີທີ່ທ່ານຕ້ອງການລຶບໃນເສັ້ນທາງປັດຈຸບັນ. ຖ້າບໍ່ພົບຢູ່ທີ່ນັ້ນ, ຂໍ້ຄວາມຜິດພາດຈະປາກົດຂຶ້ນ.

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

76 ບໍ່ພົບເສັ້ນທາງ (Path)

ຕົວຢ່າງ:


Sub ExampleRmDir
    MkDir "C:\Test2"
    ChDir "C:\test2"
    MsgBox Curdir
    ChDir "\"
    RmDir "C:\test2"
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!