ຟັງຊັນ Eof

ກວດສອບວ່າຕົວຊີ້ໄຟລ໌ໄດ້ຮອດຈຸດສິ້ນສຸດຂອງໄຟລ໌ແລ້ວຫຼືບໍ່.

ໄວຍາກອນ:


Eof (intexpression As Integer)

ປະເພດຄ່າທີ່ສົ່ງກັບ:

ບູລີນ (Bool)

ພາຣາມິເຕີ:

Intexpression: ນິພົດຈຳນວນຖ້ວນໃດໜຶ່ງທີ່ປະເມີນຄ່າເປັນໝາຍເລກຂອງໄຟລ໌ທີ່ເປີດຢູ່.

ໃຊ້ EOF ເພື່ອຫຼີກລ່ຽງຂໍ້ຜິດພາດເມື່ອທ່ານພະຍາຍາມຮັບຂໍ້ມູນເກີນຈຸດສິ້ນສຸດຂອງໄຟລ໌. ເມື່ອທ່ານໃຊ້ຄຳສັ່ງ Input ຫຼື Get ເພື່ອອ່ານຈາກໄຟລ໌, ຕົວຊີ້ໄຟລ໌ຈະເລື່ອນໄປຕາມຈຳນວນໄບຕ໌ທີ່ອ່ານ. ເມື່ອຮອດຈຸດສິ້ນສຸດຂອງໄຟລ໌, EOF ຈະສົ່ງຄືນຄ່າເປັນ "True" (-1).

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

52 ຊື່ໄຟລ໌ ຫຼື ເລກໄຟລ໌ບໍ່ຖືກຕ້ອງ

ຕົວຢ່າງ:

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!