ຄັງ, ໂໂມດູນ ແລະ ໄດອາລັອກ

ຕໍ່ໄປນີ້ແມ່ນການອະທິບາຍກ່ຽວກັບການນຳໃຊ້ ຄັງ, ໂໂມດູນ ແລະ ໄດອາລັອກ ພື້ນຖານໃນ LibreOffice Basic.

LibreOffice Basic ມີເຄື່ອງມືທີ່ຊ່ວຍໃນການຈັດໂຄງສ້າງໂປຣເຈັກຂອງທ່ານ. ມັນສະໜັບສະໜູນ "ໜ່ວຍເກັບ" (units) ຕ່າງໆທີ່ຊ່ວຍໃຫ້ທ່ານສາມາດລວມກຸ່ມ SUBS ແລະ FUNCTIONS ເຂົ້າໃນໂປຣເຈັກ Basic ໄດ້.

ຄັງ (Libraries)

ຄັງ (Libraries) ເຮັດໜ້າທີ່ເປັນເຄື່ອງມືໃນການຈັດລະບຽບໂມດູນ, ເຊິ່ງສາມາດຕິດໄປກັບເອກະສານ ຫຼື ແມ່ແບບ (template) ໄດ້. ເມື່ອເອກະສານ ຫຼື ແມ່ແບບຖືກບັນທຶກ, ໂມດູນທັງໝົດໃນຄັງກໍຈະຖືກບັນທຶກໄປພ້ອມໆກັນ.

ໜຶ່ງຄັງສາມາດເກັບໂມດູນໄດ້ສູງສຸດ 16,000 ໂມດູນ.

ໂມດູນ

ໂມດູນປະກອບດ້ວຍ SUBS ແລະ FUNCTIONS ພ້ອມກັບການປະກາດຕົວແປ. ຄວາມຍາວຂອງໂປຣແກຣມທີ່ບັນທຶກໃນໜຶ່ງໂມດູນແມ່ນຈຳກັດຢູ່ທີ່ 64 kB. ຖ້າຕ້ອງການພື້ນທີ່ຫຼາຍກວ່ານັ້ນ, ທ່ານສາມາດແບ່ງໂປຣເຈັກ LibreOffice Basic ອອກເປັນຫຼາຍໆໂມດູນ ແລ້ວບັນທຶກພວກມັນໄວ້ໃນຄັງດຽວກັນ.

ໂມດູນໄດອາລັອກ (Dialog Modules)

ໂມດູນໄດອາລັອກປະກອບດ້ວຍການກຳນົດໄດອາລັອກ, ລວມທັງຄຸນສົມບັດຂອງກ່ອງໄດອາລັອກ, ຄຸນສົມບັດຂອງແຕ່ລະອົງປະກອບ ແລະ ເຫດການ (events) ທີ່ກຳນົດໄວ້. ເນື່ອງຈາກໂມດູນໄດອາລັອກສາມາດບັນຈຸໄດ້ພຽງໜຶ່ງໄດອາລັອກເທົ່ານັ້ນ, ພວກມັນຈຶ່ງມັກຖືກເອີ້ນສັ້ນໆວ່າ "ໄດອາລັອກ".

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!