ມາໂຄຣ

ເປີດກ່ອງໂຕ້ຕອບ ມາໂຄຣ, ເຊິ່ງທ່ານສາມາດ ສ້າງ, ແກ້ໄຂ, ຈັດການ ແລະ ລັນ ມາໂຄຣ Basic ຂອງ LibreOffice ໄດ້.

ຊື່ມາໂຄຣ

ສະແດງຊື່ຂອງມາໂຄຣທີ່ເລືອກ. ເພື່ອສ້າງ ຫຼື ປ່ຽນຊື່ຂອງມາໂຄຣ, ໃຫ້ປ້ອນຊື່ໃສ່ທີ່ນີ້.

ມາໂຄຣຈາກ / ບັນທຶກມາໂຄຣໄວ້ໃນ

ລາຍຊື່ຄັງ ແລະ ໂມດູນ ທີ່ທ່ານສາມາດເປີດ ຫຼື ບັນທຶກມາໂຄຣຂອງທ່ານໄດ້. ເພື່ອບັນທຶກມາໂຄຣໄວ້ກັບເອກະສານໃດໜຶ່ງໂດຍສະເພາະ, ໃຫ້ເປີດເອກະສານນັ້ນ ແລ້ວຈຶ່ງເປີດກ່ອງໂຕ້ຕອບນີ້.

ລັນ / ບັນທຶກ

ລັນ ຫຼື ບັນທຶກ ມາໂຄຣປັດຈຸບັນ.

ກຳນົດ

ເປີດກ່ອງໂຕ້ຕອບການປັບແຕ່ງ, ເຊິ່ງທ່ານສາມາດກຳນົດມາໂຄຣທີ່ເລືອກ ໃຫ້ກັບຄຳສັ່ງເມນູ, ແຖບເຄື່ອງມື ຫຼື ເຫດການໃດໜຶ່ງ.

ແກ້ໄຂ

ເລີ່ມຕົ້ນຕົວແກ້ໄຂ Basic ຂອງ LibreOffice ແລະ ເປີດມາໂຄຣທີ່ເລືອກເພື່ອແກ້ໄຂ.

ໃໝ່/ລຶບ

ສ້າງມາໂຄຣໃໝ່ ຫຼື ລຶບມາໂຄຣທີ່ເລືອກ.

ເພື່ອສ້າງມາໂຄຣໃໝ່, ໃຫ້ເລືອກໂມດູນ "Standard" ໃນລາຍຊື່ ມາໂຄຣຈາກ, ແລ້ວຄລິກ ໃໝ່.

ເພື່ອລຶບມາໂຄຣ, ໃຫ້ເລືອກມັນ ແລ້ວຄລິກ ລຶບ.

ຕົວຈັດການ

ເປີດກ່ອງໂຕ້ຕອບ ຕົວຈັດການມາໂຄຣ, ເຊິ່ງທ່ານສາມາດ ເພີ່ມ, ແກ້ໄຂ ຫຼື ລຶບ ໂມດູນມາໂຄຣ, ກ່ອງໂຕ້ຕອບ ແລະ ຄັງ ທີ່ມີຢູ່ແລ້ວ.

ໂມດູນ/ກ່ອງໂຕ້ຕອບ

ລາຍຊື່ມາໂຄຣ ແລະ ກ່ອງໂຕ້ຕອບທີ່ມີຢູ່.

ທ່ານສາມາດ ລາກ-ແລະ-ວາງ ໂມດູນ ຫຼື ກ່ອງໂຕ້ຕອບ ລະຫວ່າງຄັງຕ່າງໆໄດ້.

ເພື່ອສຳເນົາກ່ອງໂຕ້ຕອບ ຫຼື ໂມດູນ, ໃຫ້ກົດປຸ່ມ ຄ້າງໄວ້ໃນຂະນະທີ່ທ່ານລາກ-ແລະ-ວາງ.

ແກ້ໄຂ

ເປີດມາໂຄຣ ຫຼື ກ່ອງໂຕ້ຕອບທີ່ເລືອກ ເພື່ອແກ້ໄຂ.

ໃໝ່

ສ້າງໂມດູນໃໝ່.

ສ້າງກ່ອງໂຕ້ຕອບໃໝ່.

ໜ້າແທັບຄັງ

ໃຫ້ທ່ານຈັດການຄັງມາໂຄຣ.

ສະຖານທີ່

ເລືອກສະຖານທີ່ທີ່ມີຄັງມາໂຄຣທີ່ທ່ານຕ້ອງການຈັດການ.

ຄັງ

ລາຍຊື່ຄັງມາໂຄຣໃນສະຖານທີ່ທີ່ເລືອກ.

ແກ້ໄຂ

ເປີດຕົວແກ້ໄຂ Basic ຂອງ LibreOffice ເພື່ອໃຫ້ທ່ານສາມາດປັບປ່ຽນຄັງທີ່ເລືອກໄດ້.

ລະຫັດຜ່ານ

ກຳນົດ ຫຼື ແກ້ໄຂ ລະຫັດຜ່ານ ສຳລັບຄັງທີ່ເລືອກ. ຄັງ "Standard" ບໍ່ສາມາດມີລະຫັດຜ່ານໄດ້.

ໃໝ່

ສ້າງຄັງໃໝ່.

ຊື່

ປ້ອນຊື່ສຳລັບໂມດູນ, ກ່ອງໂຕ້ຕອບ ຫຼື ຄັງໃໝ່.

ເພີ່ມຕໍ່ທ້າຍ

ຄົ້ນຫາຄັງ Basic ຂອງ LibreOffice ທີ່ທ່ານຕ້ອງການເພີ່ມເຂົ້າໃນລາຍຊື່ປັດຈຸບັນ, ແລ້ວຄລິກ ເປີດ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!