ການຊ່ວຍເຫຼືອ LibreOffice 25.8
ແຖບການຈັດຮູບແບບປະກອບມີຫຼາຍຟັງຊັນສຳລັບການຈັດຮູບແບບຂໍ້ຄວາມ.
ລະບຸວ່າຈະສະແດງ ຫຼື ຊ່ອນໜ້າຕ່າງ ລັກສະນະ (Styles) ເຊິ່ງເປັນບ່ອນທີ່ທ່ານສາມາດກຳນົດ ແລະ ຈັດລະບຽບລັກສະນະຕ່າງໆ ໄດ້.
ຊ່ວຍໃຫ້ທ່ານສາມາດເລືອກຊື່ຟອນຈາກລາຍຊື່ ຫຼື ປ້ອນຊື່ຟອນໂດຍກົງໄດ້.
ທ່ານສາມາດປ້ອນຫຼາຍຟອນໄດ້ໂດຍການຂັ້ນດ້ວຍເຄື່ອງໝາຍຈ້ຳຈຸດ (;). LibreOffice ຈະໃຊ້ແຕ່ລະຟອນຕາມລຳດັບ ຫາກຟອນກ່ອນໜ້ານັ້ນບໍ່ມີຢູ່ໃນລະບົບ.
ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວໜາ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວໜາ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວໜາຢູ່ແລ້ວ, ຮູບແບບຕົວໜາຈະຖືກຍົກເລີກ.
ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວອຽງ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວອຽງ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວອຽງຢູ່ແລ້ວ, ຮູບແບບຕົວອຽງຈະຖືກຍົກເລີກ.
ຫາກເຄີເຊີບໍ່ໄດ້ຢູ່ໃນຄຳສັບ ແລະ ບໍ່ມີການເລືອກຂໍ້ຄວາມ, ຮູບແບບຕົວອັກສອນຈະຖືກນຳໃຊ້ກັບຂໍ້ຄວາມທີ່ທ່ານຈະພິມຕໍ່ໄປ.
ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ພຽງທັງຂອບຊ້າຍ ແລະ ຂອບຂວາຂອງກ່ອງບັນຈຸ. ຫາກທ່ານຕ້ອງການ, ທ່ານຍັງສາມາດກຳນົດຕົວເລືອກການຈັດວາງສຳລັບແຖວສຸດທ້າຍຂອງຫຍໍ້ໜ້າໄດ້ ໂດຍການເລືອກ ຮູບແບບ - ຫຍໍ້ໜ້າ - ການຈັດວາງ.
ກຳນົດສັນຍະລັກໜ້າແຖວໃຫ້ກັບຍໍ້ໜ້າທີ່ເລືອກ, ຫຼື ເອົາພວກມັນອອກຈາກຍໍ້ໜ້າທີ່ມີສັນຍະລັກໜ້າແຖວ.
ລຶບການໃສ່ລຳດັບ ຫຼື ສັນຍະລັກໜ້າແຖວ ແລະ ການຫຍໍ້ໜ້າລາຍການ ສຳລັບວັກປັດຈຸບັນ ຫຼື ວັກທີ່ເລືອກ.
ຫຼຸດການຍັບຍໍ້ໜ້າເບື້ອງຊ້າຍຂອງຍໍ້ໜ້າປັດຈຸບັນ ຫຼື ເນື້ອໃນຫ້ອງ ແລະ ຕັ້ງມັນໄປຫາຕຳແໜ່ງແທັບມາດຕະຖານກ່ອນໜ້າ.
ເພີ່ມການຍັບຍໍ້ໜ້າເບື້ອງຊ້າຍຂອງຍໍ້ໜ້າປັດຈຸບັນ ຫຼື ເນື້ອໃນຫ້ອງ ແລະ ຕັ້ງມັນໄປຫາຕຳແໜ່ງແທັບມາດຕະຖານຖັດໄປ.
Click to apply the current font color to the selected characters. You can also click here, and then drag a selection to change the text color. Click the arrow next to the icon to open the Font color toolbar.
ຄລິກເພື່ອເປີດແຖບເຄື່ອງມືທີ່ທ່ານສາມາດຄລິກເລືອກສີພື້ນຫຼັງສຳລັບຍໍ້ໜ້າ. ສີຈະຖືກນຳໃຊ້ກັບພື້ນຫຼັງຂອງຍໍ້ໜ້າປັດຈຸບັນ ຫຼື ຍໍ້ໜ້າທີ່ເລືອກ.
ເພີ່ມຂະໜາດຕົວອັກສອນຂອງຂໍ້ຄວາມທີ່ເລືອກ.
ຫຼຸດຂະໜາດຕົວອັກສອນຂອງຂໍ້ຄວາມທີ່ເລືອກ.
ຖ້າຫາກເປີດໃຊ້ການຮອງຮັບ CTL ແລ້ວ, ຈະມີອີກສອງໄອຄອນເພີ່ມເຕີມປະກົດໃຫ້ເຫັນ.