ການຊ່ວຍເຫຼືອ LibreOffice 25.8
ເມນູນີ້ປະກອບມີຄຳສັ່ງເພື່ອຄວບຄຸມການສະແດງຜົນເທິງໜ້າຈໍຂອງເອກະສານ, ປ່ຽນສ່ວນຕິດຕໍ່ຜູ້ໃຊ້ ແລະ ເຂົ້າເຖິງແຜງແຖບຂ້າງ.
ເປີດກ່ອງໂຕ້ຕອບ ເລືອກສ່ວນຕິດຕໍ່ຜູ້ໃຊ້ທີ່ທ່ານຕ້ອງການ ເພື່ອໃຫ້ທ່ານເລືອກຮູບແບບສ່ວນຕິດຕໍ່ຜູ້ໃຊ້ສຳລັບ LibreOffice.
ສະແດງຂໍ້ຄວາມຊອຣ໌ສຂອງເອກະສານ HTML ປັດຈຸບັນ. ມຸມມອງນີ້ມີໃຫ້ໃຊ້ເມື່ອສ້າງເອກະສານ HTML ໃໝ່ ຫຼື ເປີດເອກະສານທີ່ມີຢູ່ແລ້ວ.
ເປີດເມນູຍ່ອຍເພື່ອສະແດງ ແລະ ເເຊື່ອງແຖບເຄື່ອງມື. ແຖບເຄື່ອງມືປະກອບດ້ວຍໄອຄອນ ແລະ ຕົວເລືອກຕ່າງໆທີ່ຊ່ວຍໃຫ້ທ່ານເຂົ້າເຖິງຄຳສັ່ງຂອງ LibreOffice ໄດ້ຢ່າງວ່ອງໄວ.
ສະແດງ ຫຼື ເຊື່ອງແຖບເລື່ອນແນວນອນ ແລະ ແນວຕັ້ງ ທີ່ໃຊ້ໃນການປ່ຽນພື້ນທີ່ເບິ່ງເອກະສານທີ່ບໍ່ພໍດີກັບປ່ອງຢ້ຽມ.
ສະຫຼັບການສະແດງຜົນຂອງຈຸດຕາຕະລາງ ແລະ ເສັ້ນແນະນຳເພື່ອຊ່ວຍໃນການຍ້າຍວັດຖຸ ແລະ ການກຳນົດຕຳແໜ່ງທີ່ຊັດເຈນໃນໜ້າປັດຈຸບັນ.
ສະແດງສັນຍະລັກການຈັດຮູບແບບທີ່ຊ້ອນຢູ່ໃນຂໍ້ຄວາມຂອງທ່ານ ເຊັ່ນ: ເຄື່ອງໝາຍຫຍໍ້ໜ້າ, ການຂຶ້ນແຖວໃໝ່, ຕຳແໜ່ງແທັບ, ແລະ ຍະຫວ່າງ.
ສະແດງ ຫຼື ຊ້ອນຂອບເຂດຂອງພື້ນທີ່ທີ່ສາມາດພິມໄດ້ຂອງໜ້າເຈ້ຍ.
ສະແດງ ຫຼື ຊ້ອນຂອບຂອງເຊວຕາຕະລາງທີ່ບໍ່ມີການຕັ້ງຄ່າຂອບ.
ສະແດງເອກະສານພ້ອມຂອບເທິງ ແລະ ລຸ່ມ, ຫົວເຈ້ຍ ແລະ ທ້າຍເຈ້ຍ, ແລະ ຊ່ອງຫວ່າງລະຫວ່າງໜ້າ. ຫາກຍົກເລີກການໝາຍເອົາ ຈະເປັນການພັບອົງປະກອບທີ່ກ່າວມາທັງໝົດ ແລະ ສະແດງເອກະສານແບບຕໍ່ເນື່ອງກັນ. ການເຊື່ອງຊ່ອງຫວ່າງສາມາດເຮັດໄດ້ໃນມຸມເບິ່ງແບບໜ້າດຽວເທົ່ານັ້ນ.
ສະແດງ ຫຼື ຊ້ອນເງົາອ້ອມຮອບຟິວໃນເອກະສານຂອງທ່ານ ເຊັ່ນ: ຍະຫວ່າງທີ່ບໍ່ແຍກແຖວ, ເຄື່ອງໝາຍຂີດຕໍ່ແບບອ່ອນ, ສາລະບານ, ແລະ ເຊິງອັດ.
ສະຫຼັບລະຫວ່າງການສະແດງຟິວເປັນຊື່ຟິວ ຫຼື ຄ່າຂອງຟິວ. ເມື່ອເປີດໃຊ້ ຈະສະແດງຊື່ຟິວ, ແລະ ເມື່ອປິດໃຊ້ ຈະສະແດງຄ່າຂອງຟິວ. ເນື້ອໃນຂອງຟິວບາງຢ່າງອາດຈະບໍ່ສາມາດສະແດງໄດ້.
ສະແດງ ຫຼື ຊ້ອນຫຍໍ້ໜ້າທີ່ຊ້ອນຢູ່. ຕົວເລືອກນີ້ຈະມີຜົນຕໍ່ການສະແດງຜົນໃນໜ້າຈໍຂອງຫຍໍ້ໜ້າທີ່ຊ້ອນຢູ່ເທົ່ານັ້ນ, ບໍ່ມີຜົນຕໍ່ການພິມຫຍໍ້ໜ້າທີ່ຊ້ອນຢູ່ນັ້ນອອກມາ.
ແຖບຂ້າງແມ່ນສ່ວນຕິດຕໍ່ຜູ້ໃຊ້ແບບກຣາຟິກແນວຕັ້ງ ເຊິ່ງສ່ວນໃຫຍ່ຈະໃຫ້ຄຸນສົມບັດຕາມບໍລິບົດ, ການຈັດການຮູບແບບ, ການນຳທາງເອກະສານ, ຄັງມີເດຍ ແລະ ຄຸນລັກສະນະອື່ນໆ.
ໃຊ້ສ່ວນ ຮູບແບບ ຂອງແຖບຂ້າງ ເພື່ອນຳໃຊ້, ສ້າງ, ແກ້ໄຂ ແລະ ລຶບຮູບແບບການຈັດຮູບແບບ. ຄລິກສອງບາດໃສ່ລາຍການເພື່ອນຳໃຊ້ຮູບແບບນັ້ນ.
ເປີດສ່ວນຄັງຮູບຂອງແຖບຂ້າງ, ເຊິ່ງທ່ານສາມາດເລືອກຮູບພາບ ແລະ ຄລິບສຽງເພື່ອແຊກເຂົ້າໃນເອກະສານຂອງທ່ານ.
ສະແດງ ຫຼື ຊ່ອນໜ້າຕ່າງຕົວນຳທາງ. ໃຊ້ຕົວນຳທາງເພື່ອໄປຫາພາກສ່ວນຕ່າງໆຂອງເອກະສານຢ່າງໄວວາ, ຫຼື ສະຫຼັບລະຫວ່າງໄຟລ໌ທີ່ເປີດຢູ່.
ສະແດງ ຫຼື ເຊື່ອງເມນູ ແລະ ແຖບເຄື່ອງມືໃນ Writer ຫຼື Calc. ເພື່ອອອກຈາກໂໝດເຕັມຈໍ, ໃຫ້ຄລິກທີ່ປຸ່ມ ເຕັມຈໍ ຫຼື ກົດປຸ່ມ Esc.
ເປີດກ່ອງໂຕ້ຕອບ ຊູມ ແລະ ຮູບແບບການເບິ່ງ ເພື່ອໃຫ້ທ່ານຕັ້ງຄ່າປັດໄຈການຊູມສຳລັບສະແດງເອກະສານປັດຈຸບັນ.
ເປີດກ່ອງໂຕ້ຕອບ ເລືອກສ່ວນຕິດຕໍ່ຜູ້ໃຊ້ທີ່ທ່ານຕ້ອງການ ເພື່ອໃຫ້ທ່ານເລືອກຮູບແບບສ່ວນຕິດຕໍ່ຜູ້ໃຊ້ສຳລັບ LibreOffice.
ເປີດເມນູຍ່ອຍເພື່ອສະແດງ ແລະ ເເຊື່ອງແຖບເຄື່ອງມື. ແຖບເຄື່ອງມືປະກອບດ້ວຍໄອຄອນ ແລະ ຕົວເລືອກຕ່າງໆທີ່ຊ່ວຍໃຫ້ທ່ານເຂົ້າເຖິງຄຳສັ່ງຂອງ LibreOffice ໄດ້ຢ່າງວ່ອງໄວ.
ສະແດງ ຫຼື ເຊື່ອງ ແຖບສູດ, ເຊິ່ງໃຊ້ສຳລັບການປ້ອນ ແລະ ແກ້ໄຂສູດ. ແຖບສູດແມ່ນເຄື່ອງມືທີ່ສຳຄັນທີ່ສຸດເມື່ອເຮັດວຽກກັບສະເປຣດຊີດ.
ສະຫຼັບການສະແດງຜົນຂອງຈຸດຕາຕະລາງ ແລະ ເສັ້ນແນະນຳເພື່ອຊ່ວຍໃນການຍ້າຍວັດຖຸ ແລະ ການກຳນົດຕຳແໜ່ງທີ່ຊັດເຈນໃນໜ້າປັດຈຸບັນ.
ແບ່ງແຜ່ນງານຢູ່ທີ່ມຸມຊ້າຍເທິງຂອງເຊລທີ່ໃຊ້ງານ ແລະ ພື້ນທີ່ທາງດ້ານຊ້າຍເທິງຈະບໍ່ສາມາດເລື່ອນໄດ້ອີກຕໍ່ໄປ.
ແຖບຂ້າງແມ່ນສ່ວນຕິດຕໍ່ຜູ້ໃຊ້ແບບກຣາຟິກແນວຕັ້ງ ເຊິ່ງສ່ວນໃຫຍ່ຈະໃຫ້ຄຸນສົມບັດຕາມບໍລິບົດ, ການຈັດການຮູບແບບ, ການນຳທາງເອກະສານ, ຄັງມີເດຍ ແລະ ຄຸນລັກສະນະອື່ນໆ.
ໃຊ້ສ່ວນ ຮູບແບບ ຂອງແຖບຂ້າງ ເພື່ອນຳໃຊ້, ສ້າງ, ແກ້ໄຂ ແລະ ລຶບຮູບແບບການຈັດຮູບແບບ. ຄລິກສອງບາດໃສ່ລາຍການເພື່ອນຳໃຊ້ຮູບແບບນັ້ນ.
ເປີດສ່ວນຄັງຮູບຂອງແຖບຂ້າງ, ເຊິ່ງທ່ານສາມາດເລືອກຮູບພາບ ແລະ ຄລິບສຽງເພື່ອແຊກເຂົ້າໃນເອກະສານຂອງທ່ານ.
ສະແດງ ຫຼື ຊ່ອນໜ້າຕ່າງຕົວນຳທາງ. ໃຊ້ຕົວນຳທາງເພື່ອໄປຫາພາກສ່ວນຕ່າງໆຂອງເອກະສານຢ່າງໄວວາ, ຫຼື ສະຫຼັບລະຫວ່າງໄຟລ໌ທີ່ເປີດຢູ່.
ເປີດແຜງລາຍການຟັງຊັນຂອງແຖບຂ້າງ, ເຊິ່ງສະແດງຟັງຊັນທັງໝົດທີ່ສາມາດແຊກລົງໃນເອກະສານຂອງທ່ານໄດ້.
ສະແດງ ຫຼື ເຊື່ອງເມນູ ແລະ ແຖບເຄື່ອງມືໃນ Writer ຫຼື Calc. ເພື່ອອອກຈາກໂໝດເຕັມຈໍ, ໃຫ້ຄລິກທີ່ປຸ່ມ ເຕັມຈໍ ຫຼື ກົດປຸ່ມ Esc.
ປ່ຽນເປັນມຸມມອງໂຄງຮ່າງ, ເຊິ່ງທ່ານສາມາດເພີ່ມ, ແກ້ໄຂ ແລະ ຈັດລະບຽບຫົວຂໍ້ສະໄລ້ ແລະ ຫົວຂໍ້ຍ່ອຍໄດ້.
ປ່ຽນເປັນມຸມມອງບັນທຶກ, ເຊິ່ງທ່ານສາມາດເພີ່ມບັນທຶກໃສ່ສະໄລ້ຂອງທ່ານໄດ້. ບັນທຶກເຫຼົ່ານີ້ຈະຖືກຊ່ອນໄວ້ບໍ່ໃຫ້ຜູ້ຊົມເຫັນໃນຂະນະທີ່ທ່ານກຳລັງນຳສະເໜີ.
ປ່ຽນເປັນມຸມມອງໜ້າເອກະສານປະກອບ, ເຊິ່ງທ່ານສາມາດປັບຂະໜາດສະໄລ້ຫຼາຍອັນໃຫ້ພໍດີກັບໜ້າເຈ້ຍພິມໜຶ່ງໜ້າ.
ປ່ຽນເປັນມຸມມອງສະໄລ້ຕົ້ນແບບ, ເຊິ່ງທ່ານສາມາດເພີ່ມອົງປະກອບທີ່ທ່ານຕ້ອງການໃຫ້ສະແດງໃນທຸກໆສະໄລ້ທີ່ໃຊ້ສະໄລ້ຕົ້ນແບບດຽວກັນນີ້.
ເປີດເມນູຍ່ອຍເພື່ອສະແດງ ແລະ ເເຊື່ອງແຖບເຄື່ອງມື. ແຖບເຄື່ອງມືປະກອບດ້ວຍໄອຄອນ ແລະ ຕົວເລືອກຕ່າງໆທີ່ຊ່ວຍໃຫ້ທ່ານເຂົ້າເຖິງຄຳສັ່ງຂອງ LibreOffice ໄດ້ຢ່າງວ່ອງໄວ.
ສະຫຼັບການສະແດງຜົນຂອງຈຸດຕາຕະລາງ ແລະ ເສັ້ນແນະນຳເພື່ອຊ່ວຍໃນການຍ້າຍວັດຖຸ ແລະ ການກຳນົດຕຳແໜ່ງທີ່ຊັດເຈນໃນໜ້າປັດຈຸບັນ.
ກຳນົດວ່າຈະໃຫ້ສະແດງເສັ້ນນຳທາງເມື່ອມີການຍ້າຍວັດຖຸຫຼືບໍ່.
ສະແດງ ຫຼື ເຊື່ອງຄຳອະທິບາຍປະກອບຂອງການນຳສະເໜີ.
ສະຫຼັບການເບິ່ງເຫັນພື້ນຫຼັງຂອງສະໄລ້ຕົ້ນແບບເພື່ອໃຊ້ເປັນພື້ນຫຼັງຂອງສະໄລ້ປັດຈຸບັນ.
ສະຫຼັບການເບິ່ງເຫັນວັດຖຸຂອງສະໄລ້ຕົ້ນແບບເພື່ອໃຫ້ປະກົດຢູ່ໃນສະໄລ້ປັດຈຸບັນ.
ເພີ່ມກອບຂໍ້ຄວາມ (placeholder) ສຳລັບຫົວໜ້າ, ທ້າຍໜ້າ, ວັນທີ ແລະ ເລກໜ້າສະໄລ້ ລົງໃນສະໄລ້ຕົ້ນແບບ.
ແຖບຂ້າງແມ່ນສ່ວນຕິດຕໍ່ຜູ້ໃຊ້ແບບກຣາຟິກແນວຕັ້ງ ເຊິ່ງສ່ວນໃຫຍ່ຈະໃຫ້ຄຸນສົມບັດຕາມບໍລິບົດ, ການຈັດການຮູບແບບ, ການນຳທາງເອກະສານ, ຄັງມີເດຍ ແລະ ຄຸນລັກສະນະອື່ນໆ.
ໃຊ້ສ່ວນ ຮູບແບບ ຂອງແຖບຂ້າງ ເພື່ອນຳໃຊ້, ສ້າງ, ແກ້ໄຂ ແລະ ລຶບຮູບແບບການຈັດຮູບແບບ. ຄລິກສອງບາດໃສ່ລາຍການເພື່ອນຳໃຊ້ຮູບແບບນັ້ນ.
ເປີດສ່ວນຄັງຮູບຂອງແຖບຂ້າງ, ເຊິ່ງທ່ານສາມາດເລືອກຮູບພາບ ແລະ ຄລິບສຽງເພື່ອແຊກເຂົ້າໃນເອກະສານຂອງທ່ານ.
ສະແດງ ຫຼື ຊ່ອນໜ້າຕ່າງຕົວນຳທາງ. ໃຊ້ຕົວນຳທາງເພື່ອໄປຫາພາກສ່ວນຕ່າງໆຂອງເອກະສານຢ່າງໄວວາ, ຫຼື ສະຫຼັບລະຫວ່າງໄຟລ໌ທີ່ເປີດຢູ່.
ເປີດກ່ອງໂຕ້ຕອບ ຊູມ ແລະ ຮູບແບບການເບິ່ງ ເພື່ອໃຫ້ທ່ານຕັ້ງຄ່າປັດໄຈການຊູມສຳລັບສະແດງເອກະສານປັດຈຸບັນ.
ສະຫຼັບໄປເປັນການເບິ່ງແບບປົກກະຕິຂອງໜ້າ.
ສະຫຼັບໄປເປັນການເບິ່ງແບບຕົ້ນແບບ.
ເປີດກ່ອງຂໍ້ຄວາມເພື່ອເລືອກການຈັດວາງຂອງສ່ວນຕິດຕໍ່ຜູ້ໃຊ້.
ເປີດເມນູຍ່ອຍເພື່ອສະແດງ ແລະ ເເຊື່ອງແຖບເຄື່ອງມື. ແຖບເຄື່ອງມືປະກອບດ້ວຍໄອຄອນ ແລະ ຕົວເລືອກຕ່າງໆທີ່ຊ່ວຍໃຫ້ທ່ານເຂົ້າເຖິງຄຳສັ່ງຂອງ LibreOffice ໄດ້ຢ່າງວ່ອງໄວ.
ສະຫຼັບການສະແດງຜົນຂອງຈຸດຕາຕະລາງ ແລະ ເສັ້ນແນະນຳເພື່ອຊ່ວຍໃນການຍ້າຍວັດຖຸ ແລະ ການກຳນົດຕຳແໜ່ງທີ່ຊັດເຈນໃນໜ້າປັດຈຸບັນ.
ສະແດງ ຫຼື ເຊື່ອງຄຳອະທິບາຍປະກອບຢູ່ໃນໜ້າ.
ແຖບຂ້າງແມ່ນສ່ວນຕິດຕໍ່ຜູ້ໃຊ້ແບບກຣາຟິກແນວຕັ້ງ ເຊິ່ງສ່ວນໃຫຍ່ຈະໃຫ້ຄຸນສົມບັດຕາມບໍລິບົດ, ການຈັດການຮູບແບບ, ການນຳທາງເອກະສານ, ຄັງມີເດຍ ແລະ ຄຸນລັກສະນະອື່ນໆ.
ໃຊ້ສ່ວນ ຮູບແບບ ຂອງແຖບຂ້າງ ເພື່ອນຳໃຊ້, ສ້າງ, ແກ້ໄຂ ແລະ ລຶບຮູບແບບການຈັດຮູບແບບ. ຄລິກສອງບາດໃສ່ລາຍການເພື່ອນຳໃຊ້ຮູບແບບນັ້ນ.
ເປີດສ່ວນຄັງຮູບຂອງແຖບຂ້າງ, ເຊິ່ງທ່ານສາມາດເລືອກຮູບພາບ ແລະ ຄລິບສຽງເພື່ອແຊກເຂົ້າໃນເອກະສານຂອງທ່ານ.
ສະແດງ ຫຼື ຊ່ອນໜ້າຕ່າງຕົວນຳທາງ. ໃຊ້ຕົວນຳທາງເພື່ອໄປຫາພາກສ່ວນຕ່າງໆຂອງເອກະສານຢ່າງໄວວາ, ຫຼື ສະຫຼັບລະຫວ່າງໄຟລ໌ທີ່ເປີດຢູ່.
ສະແດງ ຫຼື ເຊື່ອງແຖບ ສີ.
ໃຊ້ເພື່ອຍ້າຍຕຳແໜ່ງຂອງໜ້າຢູ່ໃນໜ້າຕ່າງ. ເມື່ອເປີດໃຊ້ງານ, ຮູບຮ່າງຂອງຕົວຊີ້ເມົາສ໌ຈະປ່ຽນໄປ. ຄລິກທີ່ໜ້າແລ້ວລາກໄປຍັງຕຳແໜ່ງທີ່ຕ້ອງການ.
ເປີດກ່ອງໂຕ້ຕອບ ຊູມ ແລະ ຮູບແບບການເບິ່ງ ເພື່ອໃຫ້ທ່ານຕັ້ງຄ່າປັດໄຈການຊູມສຳລັບສະແດງເອກະສານປັດຈຸບັນ.
ເປີດກ່ອງໂຕ້ຕອບ ຊູມ ແລະ ຮູບແບບການເບິ່ງ ເພື່ອໃຫ້ທ່ານຕັ້ງຄ່າປັດໄຈການຊູມສຳລັບສະແດງເອກະສານປັດຈຸບັນ.
Increases the display scale of the formula by 25%. The current zoom factor is displayed on the status bar. A selection of available zoom options is accessible through the context menu. The context menu in the work area also contains zoom commands.
Decreases the display scale of formulas by 25%. The current zoom factor is displayed on the status bar. A selection of available zoom options is accessible through the context menu. The context menu in the work area also contains zoom commands.
ສະແດງສູດທັງໝົດໃນຂະໜາດສູງສຸດທີ່ເປັນໄປໄດ້ເພື່ອໃຫ້ລວມເອົາທຸກອົງປະກອບ. ສູດຈະຖືກຫຼຸດລົງ ຫຼື ຂະຫຍາຍອອກເພື່ອໃຫ້ທຸກອົງປະກອບຂອງສູດສາມາດສະແດງຢູ່ໃນພື້ນທີ່ເຮັດວຽກໄດ້. ອັດຕາສ່ວນການຊູມປັດຈຸບັນຈະຖືກສະແດງຢູ່ໃນແຖບສະຖານະ. ຕົວເລືອກການຊູມທີ່ມີຢູ່ສາມາດເຂົ້າເຖິງໄດ້ຜ່ານ ເມນູລັດ. ເມນູລັດໃນພື້ນທີ່ເຮັດວຽກຍັງມີຄຳສັ່ງຊູມ. ຄຳສັ່ງຊູມ ແລະ ໄອຄອນແມ່ນມີໃຫ້ສະເພາະໃນເອກະສານ Math ເທົ່ານັ້ນ, ບໍ່ມີສຳລັບວັດຖຸ Math ທີ່ຝັງໄວ້.
ປັບຂະໜາດການສະແດງຜົນເພື່ອໃຫ້ລວມເອົາວັດຖຸທັງໝົດໃນ ສະໄລ້ໜ້າ.
This command updates the formula in the document window.
Changes in the Commands window are automatically updated if AutoUpdate Display is activated.
Automatically updates a modified formula. If you do not select this option, the formula will only be updated after you choose View - Update or press F9.
This is a list of operators, functions, symbols and format options that can be inserted into the formula.