ເລືອກຟັງຊັນ

Insert a function of a cell range into the current cell. The function can be Sum, Average, Minimum, Maximum and Count. Click in a cell, click this icon, select the function in the drop down list and optionally adjust the cell range. Or select some cells into which the function value will be inserted, then click the icon. The function result is added at the bottom of the range.

ໄອຄອນເລືອກຟັງຊັນ

ເລືອກຟັງຊັນ

ເລືອກຟັງຊັນທີ່ໃຊ້ໂດຍບໍ່ມີຊ່ວງທີ່ເລືອກ

LibreOffice ຈະແນະນຳຊ່ວງເຊວໂດຍອັດຕະໂນມັດ, ຖ້າຫາກວ່າແຜ່ນງານມີຂໍ້ມູນ. ຖ້າຊ່ວງເຊວມີຟັງຊັນຢູ່ແລ້ວ, ທ່ານສາມາດຮວມມັນເຂົ້າກັບຟັງຊັນໃໝ່ເພື່ອໃຫ້ໄດ້ຟັງຊັນທີ່ໃຊ້ກັບຂໍ້ມູນໃນຊ່ວງນັ້ນ. ຖ້າຊ່ວງນັ້ນມີຕົວກອງ, ຟັງຊັນຜົນລວມຍ່ອຍ (Subtotal) ຈະຖືກແຊກແທນຟັງຊັນທີ່ເລືອກ.

ຄລິກໄອຄອນ ຍອມຮັບ ເພື່ອໃຊ້ສູດທີ່ສະແດງຢູ່ໃນແຖວປ້ອນຂໍ້ມູນ ຫຼື ຍົກເລີກ.

ໄອຄອນຍອມຮັບ

ຍອມຮັບ

ໄອຄອນຍົກເລີກ

ຍົກເລີກ

ເລືອກຟັງຊັນທີ່ໃຊ້ກັບຊ່ວງທີ່ເລືອກ

ເມື່ອຊ່ວງທີ່ເລືອກມີສອງແຖວ ຫຼື ຫຼາຍກວ່າ, ຟັງຊັນຈະຖືກຄິດໄລ່ສຳລັບແຕ່ລະຖັນ. ຜົນໄດ້ຮັບຈະຖືກວາງໄວ້ໃນເຊວຫວ່າງໃນແຖວທຳອິດທີ່ມີຢູ່ທາງລຸ່ມຂອງຊ່ວງ, ໂດຍໜຶ່ງຜົນໄດ້ຮັບຕໍ່ໜຶ່ງຖັນ.

ເມື່ອຊ່ວງທີ່ເລືອກມີແຖວດຽວ, ຜົນໄດ້ຮັບຂອງຟັງຊັນຈະຖືກວາງໄວ້ໃນເຊວທຳອິດທີ່ມີຢູ່ທາງເບື້ອງຂວາຂອງຊ່ວງທີ່ເລືອກ.