ຟັງຊັນສະເປຣດຊີດ

ພາກນີ້ປະກອບດ້ວຍຄຳອະທິບາຍຂອງຟັງຊັນ ສະເປຣດຊີດ ພ້ອມກັບຕົວຢ່າງ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ແຊກ - ຟັງຊັນ - ໝວດໝູ່ ສະເປຣດຊີດ


ERROR.TYPE

ສົ່ງຄືນຕົວເລກທີ່ແທນປະເພດຂໍ້ຜິດພາດທີ່ລະບຸ ຫຼື ສົ່ງຄືນຄ່າຂໍ້ຜິດພາດ #N/A ຖ້າບໍ່ມີຂໍ້ຜິດພາດ.

STYLE

ນຳໃຊ້ຮູບແບບ (style) ໃຫ້ກັບຫ້ອງທີ່ມີສູດ.

ADDRESS

ສົ່ງຄືນທີ່ຢູ່ຫ້ອງ (ການອ້າງອີງ) ເປັນຂໍ້ຄວາມ, ຕາມໝາຍເລກແຖວ ແລະ ຖັນທີ່ລະບຸ. ທ່ານສາມາດກຳນົດໄດ້ວ່າທີ່ຢູ່ນັ້ນຈະຖືກແປເປັນທີ່ຢູ່ແບບສຳບູນ (ຕົວຢ່າງ: $A$1), ທີ່ຢູ່ແບບສຳພັນ (ຕົວຢ່າງ: A1) ຫຼື ແບບປະສົມ (A$1 ຫຼື $A1). ນອກຈາກນີ້ ທ່ານຍັງສາມາດລະບຸຊື່ຂອງແຜ່ນງານໄດ້.

For interoperability the ADDRESS and INDIRECT functions support an optional parameter to specify whether the R1C1 address notation instead of the usual A1 notation should be used.

ໃນ ADDRESS, ພາຣາມິເຕີນີ້ຈະຖືກແຊກເປັນພາຣາມິເຕີທີສີ່, ເຊິ່ງຈະເຮັດໃຫ້ພາຣາມິເຕີຊື່ແຜ່ນງານຍ້າຍໄປຢູ່ຕຳແໜ່ງທີຫ້າ.

ໃນ INDIRECT, ພາຣາມິເຕີນີ້ຈະຖືກເພີ່ມເຂົ້າເປັນພາຣາມິເຕີທີສອງ.

In both functions, if the argument is inserted with the value 0, then the R1C1 notation is used. If the argument is not given or has a value other than 0, then the A1 notation is used.

In case of R1C1 notation, ADDRESS returns address strings using the exclamation mark '!' as the sheet name separator, and INDIRECT expects the exclamation mark as sheet name separator. Both functions still use the dot '.' sheet name separator with A1 notation.

ເມື່ອເປີດເອກະສານຈາກຮູບແບບ ODF 1.0/1.1, ຟັງຊັນ ADDRESS ທີ່ເຄີຍມີຊື່ແຜ່ນງານເປັນພາຣາມິເຕີທີສີ່ ຈະຍ້າຍຊື່ແຜ່ນງານນັ້ນໄປເປັນພາຣາມິເຕີທີຫ້າ ແລະ ຈະມີພາຣາມິເຕີທີສີ່ໃໝ່ທີ່ມີຄ່າ 1 ຖືກແຊກເຂົ້າມາ.

ເມື່ອບັນທຶກເອກະສານໃນຮູບແບບ ODF 1.0/1.1, ຖ້າຟັງຊັນ ADDRESS ມີພາຣາມິເຕີທີສີ່, ພາຣາມິເຕີນັ້ນຈະຖືກລົບອອກ.

note

ຢ່າບັນທຶກສະເປຣດຊີດໃນຮູບແບບເກົ່າ ODF 1.0/1.1 ຖ້າພາຣາມິເຕີທີສີ່ໃໝ່ຂອງຟັງຊັນ ADDRESS ຖືກໃຊ້ດ້ວຍຄ່າ 0.


note

ຟັງຊັນ INDIRECT ຈະຖືກບັນທຶກໂດຍບໍ່ມີການແປງເປັນຮູບແບບ ODF 1.0/1.1. ຖ້າມີພາຣາມິເຕີທີສອງຢູ່, Calc ເວີຊັນເກົ່າຈະສະແດງຂໍ້ຜິດພາດສຳລັບຟັງຊັນນັ້ນ.


ໄວຍາກອນ

ADDRESS(ແຖວ; ຖັນ [; Abs [; A1 [; "Sheet"]]])

ແຖວ ໝາຍເຖິງ ໝາຍເລກແຖວສຳລັບການອ້າງອີງຫ້ອງ

ຖັນ ໝາຍເຖິງ ໝາຍເລກຖັນສຳລັບການອ້າງອີງຫ້ອງ (ໃຫ້ໃຊ້ຕົວເລກ, ບໍ່ແມ່ນຕົວອັກສອນ)

Abs ກຳນົດປະເພດຂອງການອ້າງອີງ:

1: ສຳບູນ ($A$1)

2: ແຖວເປັນແບບສຳບູນ; ຖັນເປັນແບບສຳພັນ (A$1)

3: ແຖວເປັນແບບສຳພັນ; ຖັນເປັນແບບສຳບູນ ($A1)

4: ສຳພັນ (A1)

A1 (optional) - if set to 0, the R1C1 notation is used. If this parameter is absent or set to another value than 0, the A1 notation is used.

Sheet ໝາຍເຖິງ ຊື່ຂອງແຜ່ນງານ. ຕ້ອງໃສ່ໃນເຄື່ອງໝາຍຄຳເວົ້າ (").

ຕົວຢ່າງ:

=ADDRESS(1;1;2;;"Sheet2") ສົ່ງຄືນຜົນດັ່ງນີ້: Sheet2.A$1

ຖ້າສູດຂ້າງເທິງນັ້ນຢູ່ໃນຫ້ອງ B2 ຂອງແຜ່ນງານປັດຈຸບັນ, ແລະ ຫ້ອງ A1 ໃນແຜ່ນງານ 2 ມີຄ່າ -6, ທ່ານສາມາດອ້າງອີງທາງອ້ອມໄປຫາຫ້ອງດັ່ງກ່າວໂດຍໃຊ້ຟັງຊັນໃນ B2 ດ້ວຍການປ້ອນ =ABS(INDIRECT(B2)). ຜົນໄດ້ຮັບຈະແມ່ນຄ່າສຳບູນຂອງການອ້າງອີງຫ້ອງທີ່ລະບຸໃນ B2, ເຊິ່ງໃນກໍລະນີນີ້ນັບວ່າແມ່ນ 6.

AREAS

ສົ່ງຄືນຈຳນວນຂອງຂອບເຂດແຕ່ລະອັນທີ່ຢູ່ໃນຂອບເຂດແບບຫຼາຍອັນ. ຂອບເຂດໜຶ່ງສາມາດປະກອບດ້ວຍຫ້ອງທີ່ຢູ່ຕິດກັນ ຫຼື ພຽງແຕ່ຫ້ອງດຽວກໍໄດ້.

ຟັງຊັນນີ້ຕ້ອງການອາກິວເມັນພຽງອັນດຽວ. ຖ້າທ່ານລະບຸຫຼາຍຂອບເຂດ, ທ່ານຕ້ອງໃສ່ພວກມັນໄວ້ໃນວົງເລັບຕື່ມອີກ. ຫຼາຍຂອບເຂດສາມາດປ້ອນເຂົ້າໄດ້ໂດຍໃຊ້ເຄື່ອງໝາຍຈຳ້ຈຸດ (;) ເປັນຕົວຂັ້ນ, ແຕ່ນີ້ຈະຖືກປ່ຽນເປັນຕົວດຳເນີນການ tilde (~) ໂດຍອັດຕະໂນມັດ. tilde ຖືກໃຊ້ເພື່ອເຊື່ອມຕໍ່ຂອບເຂດເຂົ້າກັນ.

ໄວຍາກອນ

AREAS(ການອ້າງອີງ)

Reference ໝາຍເຖິງ ການອ້າງອີງເຖິງຫ້ອງ ຫຼື ຂອບເຂດຫ້ອງ.

ຕົວຢ່າງ

=AREAS((A1:B3;F2;G1)) ສົ່ງຄືນ 3, ເນື່ອງຈາກມັນເປັນການອ້າງອີງເຖິງສາມຫ້ອງ ແລະ/ຫຼື ຂອບເຂດ. ຫຼັງຈາກປ້ອນເຂົ້າແລ້ວ ມັນຈະຖືກປ່ຽນເປັນ =AREAS((A1:B3~F2~G1)).

=AREAS(All) ສົ່ງຄືນ 1 ຖ້າທ່ານໄດ້ກຳນົດຂອບເຂດທີ່ຊື່ວ່າ All ໄວ້ໃນ ຂໍ້ມູນ - ກຳນົດຂອບເຂດ.

CHOOSE

ໃຊ້ດັດຊະນີເພື່ອສົ່ງຄືນຄ່າຈາກລາຍການທີ່ມີໄດ້ສູງສຸດ 30 ຄ່າ.

ໄວຍາກອນ

CHOOSE(Index; ຄ່າ 1 [; ຄ່າ 2 [; ... [; ຄ່າ 30]]])

Index ແມ່ນການອ້າງອີງ ຫຼື ຕົວເລກລະຫວ່າງ 1 ຫາ 30 ທີ່ລະບຸວ່າຈະເລືອກເອົາຄ່າໃດຈາກລາຍການ.

ຄ່າ 1, ຄ່າ 2, ..., ຄ່າ 30 ແມ່ນລາຍການຄ່າທີ່ປ້ອນເຂົ້າເປັນການອ້າງອີງຫ້ອງ ຫຼື ເປັນຄ່າແຕ່ລະອັນ.

ຕົວຢ່າງ

ຕົວຢ່າງ: =CHOOSE(A1;B1;B2;B3;"Today";"Yesterday";"Tomorrow") ຈະສົ່ງຄືນເນື້ອໃນຂອງຫ້ອງ B2 ຖ້າ A1 = 2; ສຳລັບ A1 = 4, ຟັງຊັນຈະສົ່ງຄືນຂໍ້ຄວາມ "Today".

COLUMN

ສົ່ງຄືນໝາຍເລກຖັນຂອງການອ້າງອີງຫ້ອງ. ຖ້າການອ້າງອີງແມ່ນຫ້ອງດຽວ, ຈະສົ່ງຄືນໝາຍເລກຖັນຂອງຫ້ອງນັ້ນ; ຖ້າພາຣາມິເຕີແມ່ນຂອບເຂດຫ້ອງ, ໝາຍເລກຖັນທີ່ກົງກັນຈະຖືກສົ່ງຄືນໃນຮູບແບບ ອາເຣ ແຖວດຽວ ຖ້າສູດນັ້ນຖືກປ້ອນເຂົ້າ ເປັນສູດອາເຣ. ຖ້າຟັງຊັນ COLUMN ທີ່ມີການອ້າງອີງຂອບເຂດບໍ່ໄດ້ຖືກໃຊ້ເປັນສູດອາເຣ, ຈະສົ່ງຄືນພຽງແຕ່ໝາຍເລກຖັນຂອງຫ້ອງທຳອິດພາຍໃນຂອບເຂດນັ້ນ.

ໄວຍາກອນ

COLUMN([ການອ້າງອີງ])

Reference ແມ່ນການອ້າງອີງເຖິງຫ້ອງ ຫຼື ຂອບເຂດຫ້ອງທີ່ຕ້ອງການຊອກຫາໝາຍເລກຖັນທຳອິດ.

ຖ້າບໍ່ມີການປ້ອນການອ້າງອີງໃດໆ, ຈະສົ່ງຄືນໝາຍເລກຖັນຂອງຫ້ອງທີ່ມີສູດນັ້ນຢູ່. LibreOffice Calc ຈະຕັ້ງການອ້າງອີງໄປຫາຫ້ອງປັດຈຸບັນໂດຍອັດຕະໂນມັດ.

ຕົວຢ່າງ

=COLUMN(A1) ເທົ່າກັບ 1. ຖັນ A ແມ່ນຖັນທຳອິດໃນຕາຕະລາງ.

=COLUMN(C3:E3) ເທົ່າກັບ 3. ຖັນ C ແມ່ນຖັນທີສາມໃນຕາຕະລາງ.

=COLUMN(D3:G10) ສົ່ງຄືນ 4 ເພາະວ່າຖັນ D ແມ່ນຖັນທີສີ່ໃນຕາຕະລາງ ແລະ ຟັງຊັນ COLUMN ນີ້ບໍ່ໄດ້ຖືກໃຊ້ເປັນສູດອາເຣ. (ໃນກໍລະນີນີ, ຄ່າທຳອິດຂອງອາເຣຈະຖືກນຳມາໃຊ້ເປັນຜົນໄດ້ຮັບສະເໝີ.)

{=COLUMN(B2:B7)} ແລະ =COLUMN(B2:B7) ທັງສອງຈະສົ່ງຄືນ 2 ເພາະວ່າການອ້າງອີງມີພຽງແຕ່ຖັນ B ເຊິ່ງເປັນຖັນທີສອງໃນຕາຕະລາງ. ເນື່ອງຈາກຂອບເຂດທີ່ມີຖັນດຽວຈະມີໝາຍເລກຖັນດຽວ, ຈຶ່ງບໍ່ມີຄວາມແຕກຕ່າງກັນວ່າຈະໃຊ້ສູດເປັນແບບອາເຣຫຼືບໍ່.

=COLUMN() ສົ່ງຄືນ 3 ຖ້າສູດຖືກປ້ອນເຂົ້າໃນຖັນ C.

{=COLUMN(Rabbit)} ສົ່ງຄືນອາເຣແຖວດຽວ (3, 4) ຖ້າ "Rabbit" ແມ່ນຊື່ຂອບເຂດ (C1:D3).

COLUMNS

ສົ່ງຄືນຈຳນວນຖັນໃນການອ້າງອີງທີ່ກຳນົດໃຫ້.

ໄວຍາກອນ

COLUMNS(ອາເຣ)

Array ແມ່ນການອ້າງອີງເຖິງຂອບເຂດຫ້ອງທີ່ຕ້ອງການຊອກຫາຈຳນວນຖັນທັງໝົດ. ອາກິວເມັນສາມາດເປັນຫ້ອງດຽວກໍໄດ້.

ຕົວຢ່າງ

=COLUMNS(B5) ສົ່ງຄືນ 1 ເພາະວ່າຫ້ອງໜຶ່ງປະກອບດ້ວຍຖັນດຽວ.

=COLUMNS(A1:C5) ເທົ່າກັບ 3. ການອ້າງອີງນີ້ປະກອບດ້ວຍສາມຖັນ.

=COLUMNS(Rabbit) ສົ່ງຄືນ 2 ຖ້າ Rabbit ແມ່ນຊື່ຂອບເຂດ (C1:D3).

DDE

ສົ່ງຄືນຜົນໄດ້ຮັບຂອງການເຊື່ອມຕໍ່ແບບ DDE. ຖ້າເນື້ອໃນຂອງຂອບເຂດ ຫຼື ສ່ວນທີ່ເຊື່ອມຕໍ່ມີການປ່ຽນແປງ, ຄ່າທີ່ສົ່ງຄືນກໍຈະປ່ຽນແປງເຊັ່ນກັນ. ທ່ານຕ້ອງໂຫຼດສະເປຣດຊີດຄືນໃໝ່ ຫຼື ເລືອກ ແກ້ໄຂ - ການເຊື່ອມຕໍ່ ເພື່ອເບິ່ງການອັບເດດການເຊື່ອມຕໍ່. ການເຊື່ອມຕໍ່ຂ້າມລະບົບປະຕິບັດການ, ຕົວຢ່າງຈາກ LibreOffice ທີ່ເຮັດວຽກເທິງ Windows ໄປຫາເອກະສານທີ່ສ້າງຂຶ້ນເທິງ Linux, ແມ່ນບໍ່ໄດ້ຮັບອະນຸຍາດ.

ໄວຍາກອນ

DDE("Server"; "File"; "Range" [; Mode])

Server ແມ່ນຊື່ຂອງແອັບພລິເຄຊັນເຊີເວີ. ແອັບພລິເຄຊັນ LibreOffice ຈະມີຊື່ເຊີເວີແມ່ນ "soffice".

File ແມ່ນຊື່ໄຟລ໌ທີ່ສົມບູນ, ລວມທັງການລະບຸທີ່ຢູ່ (path).

Range ແມ່ນຂອບເຂດທີ່ປະກອບດ້ວຍຂໍ້ມູນທີ່ຈະນຳມາປະເມີນຜົນ.

Mode ແມ່ນພາຣາມິເຕີເສີມທີ່ຄວບຄຸມວິທີການທີ່ເຊີເວີ DDE ຈະແປງຂໍ້ມູນໃຫ້ເປັນຕົວເລກ.

ໂໝດ (Mode)

ຜົນທີ່ໄດ້

0 ຫຼື ບໍ່ໄດ້ລະບຸ

ຮູບແບບຕົວເລກຈາກຮູບແບບຫ້ອງ "ເລີ່ມຕົ້ນ"

1

ຂໍ້ມູນຈະຖືກແປເປັນຮູບແບບມາດຕະຖານສຳລັບພາສາອັງກິດ (ສະຫະລັດ) ສະເໝີ

2

ຂໍ້ມູນຈະຖືກດຶງມາເປັນຂໍ້ຄວາມ; ບໍ່ມີການແປງເປັນຕົວເລກ


ຕົວຢ່າງ

=DDE("soffice";"c:\office\document\data1.ods";"sheet1.A1") ອ່ານເນື້ອໃນຂອງຫ້ອງ A1 ໃນແຜ່ນງານ 1 ຂອງສະເປຣດຊີດ LibreOffice Calc ທີ່ຊື່ວ່າ data1.ods.

=DDE("soffice";"c:\office\document\motto.odt";"Today's motto") ສົ່ງຄືນຂໍ້ຄວາມຄະຕິພົດໃນຫ້ອງທີ່ມີສູດນີ້. ທຳອິດ, ທ່ານຕ້ອງປ້ອນຂໍ້ຄວາມຄະຕິພົດໃນເອກະສານ motto.odt ແລະ ກຳນົດໃຫ້ມັນເປັນແຖວທຳອິດຂອງສ່ວນທີ່ຊື່ວ່າ Today's Motto (ໃນ LibreOffice Writer ທີ່ ແຊກ - ສ່ວນ). ຖ້າຄະຕິພົດຖືກແກ້ໄຂ (ແລະ ບັນທຶກ) ໃນເອກະສານ Writer, ຄະຕິພົດຈະຖືກອັບເດດໃນທຸກໆຫ້ອງ Calc ທີ່ມີການກຳນົດລິ້ງ DDE ນີ້ໄວ້.

ERRORTYPE

ສົ່ງຄືນຕົວເລກທີ່ກົງກັບ ຄ່າຂໍ້ຜິດພາດ ທີ່ເກີດຂຶ້ນໃນຫ້ອງອື່ນ. ດ້ວຍການຊ່ວຍເຫຼືອຂອງຕົວເລກນີ້, ທ່ານສາມາດສ້າງຂໍ້ຄວາມແຈ້ງຂໍ້ຜິດພາດໄດ້.

ຖ້າມີຂໍ້ຜິດພາດເກີດຂຶ້ນ, ຟັງຊັນຈະສົ່ງຄືນຄ່າຕັກກະສາດ ຫຼື ຄ່າຕົວເລກ.

note

ແຖບສະຖານະຈະສະແດງລະຫັດຂໍ້ຜິດພາດທີ່ກຳນົດໄວ້ລ່ວງໜ້າຈາກ LibreOffice ຖ້າທ່ານຄລິກໃສ່ຫ້ອງທີ່ມີຂໍ້ຜິດພາດນັ້ນ.


ໄວຍາກອນ

ERRORTYPE(ການອ້າງອີງ)

Reference ປະກອບດ້ວຍທີ່ຢູ່ຂອງຫ້ອງທີ່ເກີດຂໍ້ຜິດພາດ.

ຕົວຢ່າງ

ຖ້າຫ້ອງ A1 ສະແດງ Err:518, ຟັງຊັນ =ERRORTYPE(A1) ຈະສົ່ງຄືນຕົວເລກ 518.

ຂໍ້ມູນທາງເຕັກນິກ

ຟັງຊັນນີ້ ບໍ່ແມ່ນ ສ່ວນໜຶ່ງຂອງມາດຕະຖານ Open Document Format for Office Applications (OpenDocument) ເວີຊັນ 1.3 ພາກທີ 4: ຮູບແບບສູດທີ່ຄິດໄລ່ຄືນໃໝ່ (OpenFormula). ຊື່ພື້ນທີ່ (name space) ແມ່ນ

ORG.OPENOFFICE.ERRORTYPE

GETPIVOTDATA

ຟັງຊັນ GETPIVOTDATA ສົ່ງຄືນຄ່າຜົນໄດ້ຮັບຈາກຕາຕະລາງພິວອດ. ຄ່ານັ້ນຖືກອ້າງອີງໂດຍໃຊ້ຊື່ຟີວ ແລະ ຊື່ລາຍການ, ດັ່ງນັ້ນມັນຈຶ່ງຍັງໃຊ້ງານໄດ້ເຖິງວ່າຮູບແບບຂອງຕາຕະລາງພິວອດຈະປ່ຽນແປງກໍຕາມ.

ໄວຍາກອນ

ສາມາດໃຊ້ຮູບແບບໄວຍາກອນໄດ້ສອງແບບທີ່ແຕກຕ່າງກັນ:

GETPIVOTDATA(TargetField; pivot table[; ຟີວ 1; ລາຍການ 1][; ... [ຟີວ 126; ລາຍການ 126]])

ຫຼື

GETPIVOTDATA(pivot table; ຂໍ້ກຳນົດ)

ໄວຍາກອນແບບທີສອງຈະຖືກນຳມາໃຊ້ຫາກມີການລະບຸພາຣາມິເຕີພຽງສອງອັນ, ເຊິ່ງພາຣາມິເຕີທຳອິດແມ່ນການອ້າງອີງຫ້ອງ ຫຼື ຂອບເຂດຫ້ອງ. ໃນກໍລະນີອື່ນໆ ຈະໃຊ້ໄວຍາກອນແບບທຳອິດ. ຕົວຊ່ວຍສ້າງຟັງຊັນຈະສະແດງໄວຍາກອນແບບທຳອິດ.

ໄວຍາກອນແບບທຳອິດ

TargetField ແມ່ນຂໍ້ຄວາມທີ່ເລືອກເອົາໜຶ່ງໃນຟີວຂໍ້ມູນຂອງຕາຕະລາງພິວອດ. ຂໍ້ຄວາມນັ້ນສາມາດເປັນຊື່ຂອງຖັນຕົ້ນທາງ, ຫຼື ຊື່ຟີວຂໍ້ມູນຕາມທີ່ສະແດງໃນຕາຕະລາງ (ເຊັ່ນ "Sum - Sales").

pivot table ແມ່ນການອ້າງອີງເຖິງຫ້ອງ ຫຼື ຂອບເຂດຫ້ອງທີ່ຕັ້ງຢູ່ໃນຕາຕະລາງພິວອດ ຫຼື ປະກອບດ້ວຍຕາຕະລາງພິວອດ. ຖ້າຂອບເຂດຫ້ອງມີຕາຕະລາງພິວອດຫຼາຍອັນ, ຈະໃຊ້ຕາຕະລາງທີ່ຖືກສ້າງຂຶ້ນຫຼ້າສຸດ.

ຖ້າບໍ່ມີການລະບຸຄູ່ Field n / Item n, ຈະສົ່ງຄືນຜົນລວມທັງໝົດ. ຖ້າບໍ່ດັ່ງນັ້ນ, ແຕ່ລະຄູ່ຈະເປັນການເພີ່ມຂໍ້ກຳນົດທີ່ຜົນໄດ້ຮັບຕ້ອງສອດຄ່ອງ. Field n ແມ່ນຊື່ຂອງຟີວຈາກຕາຕະລາງພິວອດ. Item n ແມ່ນຊື່ຂອງລາຍການຈາກຟີວນັ້ນ.

ຖ້າຕາຕະລາງພິວອດມີຄ່າຜົນໄດ້ຮັບພຽງອັນດຽວທີ່ກົງກັບຂໍ້ກຳນົດທັງໝົດ, ຫຼື ມີຜົນລວມຍ່ອຍທີ່ສະຫຼຸບຄ່າທີ່ກົງກັນທັງໝົດ, ຜົນໄດ້ຮັບນັ້ນຈະຖືກສົ່ງຄືນ. ຫາກບໍ່ມີຜົນໄດ້ຮັບທີ່ກົງກັນ, ຫຼື ມີຫຼາຍອັນໂດຍບໍ່ມີຜົນລວມຍ່ອຍສຳລັບພວກມັນ, ຈະສົ່ງຄືນຂໍ້ຜິດພາດ. ເງື່ອນໄຂເຫຼົ່ານີ້ໃຊ້ກັບຜົນໄດ້ຮັບທີ່ມີຢູ່ໃນຕາຕະລາງພິວອດ.

ຖ້າຂໍ້ມູນຕົ້ນທາງມີລາຍການທີ່ຖືກເຊື່ອງໄວ້ໂດຍການຕັ້ງຄ່າຂອງຕາຕະລາງພິວອດ, ລາຍການເຫຼົ່ານັ້ນຈະຖືກລະເວັ້ນ. ລຳດັບຂອງຄູ່ ຟີວ/ລາຍການ ແມ່ນບໍ່ສຳຄັນ. ຊື່ຟີວ ແລະ ຊື່ລາຍການແມ່ນບໍ່ແຍກຕົວອັກສອນໃຫຍ່-ນ້ອຍ.

ຖ້າບໍ່ມີການລະບຸຂໍ້ກຳນົດສຳລັບຕົວຕອງ, ຄ່າທີ່ຖືກເລືອກຂອງຟີວນັ້ນຈະຖືກນຳມາໃຊ້ໂດຍປະລິຍາຍ. ຖ້າມີການລະບຸຂໍ້ກຳນົດສຳລັບຕົວຕອງ, ມັນຕ້ອງກົງກັບຄ່າທີ່ຖືກເລືອກຂອງຟີວນັ້ນ, ບໍ່ດັ່ງນັ້ນຈະສົ່ງຄືນຂໍ້ຜິດພາດ. ຕົວຕອງແມ່ນຟີວທີ່ຢູ່ດ້ານເທິງຊ້າຍຂອງຕາຕະລາງພິວອດ, ເຊິ່ງມາຈາກພື້ນທີ່ "ຕົວຕອງ" ໃນໄດອະລັອກຮູບແບບຕາຕະລາງພິວອດ. ໃນແຕ່ລະຕົວຕອງ ສາມາດເລືອກລາຍການ (ຄ່າ) ໄດ້, ເຊິ່ງໝາຍຄວາມວ່າຈະມີພຽງແຕ່ລາຍການນັ້ນທີ່ຖືກນຳມາຄິດໄລ່.

ຄ່າຜົນລວມຍ່ອຍຈາກຕາຕະລາງພິວອດຈະຖືກນຳມາໃຊ້ກໍຕໍ່ເມື່ອພວກມັນໃຊ້ຟັງຊັນ "auto" (ຍົກເວັ້ນເມື່ອມີການລະບຸໃນຂໍ້ກຳນົດ, ເບິ່ງ ໄວຍາກອນແບບທີສອງ ດ້ານລຸ່ມ).

ໄວຍາກອນແບບທີສອງ

pivot table ມີຄວາມໝາຍຄືກັນກັບໃນໄວຍາກອນແບບທຳອິດ.

Constraints ແມ່ນລາຍການທີ່ຂັ້ນດ້ວຍຍະຫວ່າງ. ແຕ່ລະລາຍການສາມາດໃສ່ເຄື່ອງໝາຍຄຳເວົ້າດ່ຽວ (') ໄດ້. ຂໍ້ຄວາມທັງໝົດຕ້ອງໃສ່ໃນເຄື່ອງໝາຍຄຳເວົ້າຄູ່ ("), ຍົກເວັ້ນແຕ່ທ່ານຈະອ້າງອີງຂໍ້ຄວາມນັ້ນຈາກຫ້ອງອື່ນ.

ໜຶ່ງໃນລາຍການສາມາດເປັນຊື່ຟີວຂໍ້ມູນໄດ້. ສາມາດລະເວັ້ນຊື່ຟີວຂໍ້ມູນໄດ້ຫາກຕາຕະລາງພິວອດມີຟີວຂໍ້ມູນພຽງອັນດຽວ, ແຕ່ຖ້າບໍ່ດັ່ງນັ້ນ ຕ້ອງລະບຸໃຫ້ຊັດເຈນ.

ແຕ່ລະລາຍການອື່ນໆຈະລະບຸຂໍ້ກຳນົດໃນຮູບແບບ ຟີວ[ລາຍການ] (ໂດຍໃຊ້ເຄື່ອງໝາຍ [ ແລະ ]), ຫຼື ລະບຸພຽງແຕ່ ລາຍການ ຫາກຊື່ລາຍການນັ້ນບໍ່ຊຳ້ກັບລາຍການອື່ນໃນທຸກໆຟີວທີ່ໃຊ້ໃນຕາຕະລາງພິວອດ.

ສາມາດເພີ່ມຊື່ຟັງຊັນໃນຮູບແບບ ຟີວ[ລາຍການ;ຟັງຊັນ], ເຊິ່ງຈະເຮັດໃຫ້ຂໍ້ກຳນົດນັ້ນກົງກັບສະເພາະຄ່າຜົນລວມຍ່ອຍທີ່ໃຊ້ຟັງຊັນນັ້ນເທົ່ານັ້ນ. ຊື່ຟັງຊັນທີ່ສາມາດໃຊ້ໄດ້ຄື Sum, Count, Average, Max, Min, Product, Count (ຕົວເລກເທົ່ານັ້ນ), StDev (ຕົວຢ່າງ), StDevP (ປະຊາກອນ), Var (ຕົວຢ່າງ), ແລະ VarP (ປະຊາກອນ), ໂດຍບໍ່ແຍກຕົວອັກສອນໃຫຍ່-ນ້ອຍ.

HLOOKUP

ຄົ້ນຫາຄ່າ ແລະ ການອ້າງອີງໄປຫາຫ້ອງທີ່ຢູ່ຖັດລົງມາຈາກພື້ນທີ່ທີ່ເລືອກ. ຟັງຊັນນີ້ຈະກວດສອບວ່າແຖວທຳອິດຂອງອາເຣມີຄ່າທີ່ລະບຸຫຼືບໍ່. ຈາກນັ້ນຟັງຊັນຈະສົ່ງຄືນຄ່າໃນແຖວຂອງອາເຣທີ່ລະບຸໃນ ດັດຊະນີ (Index) ໃນຖັນດຽວກັນ.

ການຄົ້ນຫາຮອງຮັບຕົວແທນ (wildcards) ຫຼື ນິພົດປົກກະຕິ (regular expressions). ເມື່ອເປີດໃຊ້ນິພົດປົກກະຕິ, ທ່ານສາມາດປ້ອນ "all.*", ຕົວຢ່າງເພື່ອຊອກຫາຕຳແໜ່ງທຳອິດຂອງ "all" ທີ່ຕາມດ້ວຍຕົວອັກສອນໃດໆ. ຖ້າທ່ານຕ້ອງການຄົ້ນຫາຂໍ້ຄວາມທີ່ເປັນນິພົດປົກກະຕິຄືກັນ, ທ່ານຕ້ອງໃສ່ເຄື່ອງໝາຍ "\" ໄວ້ໜ້າທຸກຕົວອັກສອນພິເສດ ຫຼື ຕົວດຳເນີນການຂອງນິພົດປົກກະຕິ, ຫຼື ກວມເອົາຂໍ້ຄວາມນັ້ນໄວ້ໃນ \Q...\E. ທ່ານສາມາດເປີດ ຫຼື ປິດການປະເມີນອັດຕະໂນມັດຂອງຕົວແທນ ຫຼື ນິພົດປົກກະຕິໄດ້ທີ່ - LibreOffice Calc - ຄິດໄລ່.

warning

ເມື່ອໃຊ້ຟັງຊັນທີ່ມີອາຄິວເມັ້ນ (argument) ໜຶ່ງ ຫຼື ຫຼາຍກວ່າເປັນຂໍ້ຄວາມເງື່ອນໄຂການຄົ້ນຫາທີ່ສະແດງເຖິງນິພົດປົກກະຕິ, ມັນຈະພະຍາຍາມແປງຂໍ້ຄວາມເງື່ອນໄຂນັ້ນໃຫ້ເປັນຕົວເລກກ່ອນ. ຕົວຢ່າງ, ".0" ຈະຖືກແປງເປັນ 0.0 ແລະ ອື່ນໆ. ຖ້າສຳເລັດ, ການຈັບຄູ່ຈະບໍ່ແມ່ນການຈັບຄູ່ແບບນິພົດປົກກະຕິ ແຕ່ຈະເປັນການຈັບຄູ່ແບບຕົວເລກ. ແນວໃດກໍຕາມ, ເມື່ອປ່ຽນໄປໃຊ້ທ້ອງຖິ່ນ (locale) ທີ່ຕົວຂັ້ນທົດສະນິຍົມບໍ່ແມ່ນຈຸດ ຈະເຮັດໃຫ້ການແປງນິພົດປົກກະຕິເຮັດວຽກໄດ້. ເພື່ອບັງຄັບໃຫ້ມີການປະເມີນເປັນນິພົດປົກກະຕິແທນການສະແດງຜົນແບບຕົວເລກ, ໃຫ້ໃຊ້ບາງນິພົດທີ່ບໍ່ສາມາດຖືກອ່ານຜິດເປັນຕົວເລກໄດ້ ເຊັ່ນ ".[0]" ຫຼື ".\0" ຫຼື "(?i).0".


ໄວຍາກອນ

HLOOKUP(Lookup; ອາເຣ; ດັດຊະນີ [; SortedRangeLookup])

ສຳລັບຄຳອະທິບາຍກ່ຽວກັບພາຣາມິເຕີ, ເບິ່ງ: VLOOKUP (ຖັນ ແລະ ແຖວຈະຖືກສະລັບບ່ອນກັນ)

ການຈັດການກັບເຊວວ່າງ

ຕົວຢ່າງ

ສົມມຸດວ່າພວກເຮົາໄດ້ສ້າງຕາຕະລາງຖານຂໍ້ມູນຂະໜາດນ້ອຍໃນຂອບເຂດ A1:DO4 ເຊິ່ງປະກອບດ້ວຍຂໍ້ມູນພື້ນຖານກ່ຽວກັບ 118 ທາດເຄມີ. ຖັນທຳອິດປະກອບດ້ວຍຫົວຂໍ້ແຖວຄື “Element”, “Symbol”, “Atomic Number”, ແລະ “Relative Atomic Mass”. ຖັນຕໍ່ໆມາປະກອບດ້ວຍຂໍ້ມູນທີ່ກ່ຽວຂ້ອງຂອງແຕ່ລະທາດ, ຈັດລຽງຈາກຊ້າຍໄປຂວາຕາມໝາຍເລກອາຕອມ. ຕົວຢ່າງ: ຫ້ອງ B1:B4 ປະກອບດ້ວຍ “Hydrogen”, “H”, “1” ແລະ “1.008”, ໃນຂະນະທີ່ຫ້ອງ DO1:DO4 ປະກອບດ້ວຍ “Oganesson”, “Og”, “118”, ແລະ “294”.

A

B

C

D

...

DO

1

ທາດ

ຮີໂດຣແຊນ

ຮີລີອອມ

ລີຕີອອມ

...

ໂອກາເນັດຊອນ

2

ສັນຍະລັກ

H

He

Li

...

Og

3

ໝາຍເລກອາຕອມ

1

2

3

...

118

4

ມວນສານອາຕອມສຳພັນ

1.008

4.0026

6.94

...

294


=HLOOKUP("Lead"; $A$1:$DO$4; 2; 0) ສົ່ງຄືນ “Pb”, ເຊິ່ງແມ່ນສັນຍະລັກຂອງທາດກົ່ວ.

=HLOOKUP("Gold"; $A$1:$DO$4; 3; 0) ສົ່ງຄືນ 79, ເຊິ່ງແມ່ນໝາຍເລກອາຕອມຂອງທາດຄຳ.

=HLOOKUP("Carbon"; $A$1:$DO$4; 4; 0) ສົ່ງຄືນ 12.011, ເຊິ່ງແມ່ນມວນສານອາຕອມສຳພັນຂອງທາດກາກບອນ.

HYPERLINK

ເມື່ອທ່ານຄລິກໃສ່ຫ້ອງທີ່ມີຟັງຊັນ HYPERLINK, ໄຮເປີລິງຈະຖືກເປີດຂຶ້ນ.

ຖ້າທ່ານໃຊ້ພາຣາມິເຕີ CellValue ເສີມ, ສູດຈະຊອກຫາ URL ແລະ ສະແດງຂໍ້ຄວາມ ຫຼື ຕົວເລກອອກມາ.

tip

ເພື່ອເປີດຫ້ອງທີ່ມີໄຮເປີລິງດ້ວຍຄີບອດ, ໃຫ້ເລືອກຫ້ອງນັ້ນ, ກົດ F2 ເພື່ອເຂົ້າສູ່ໂໝດແກ້ໄຂ, ເລື່ອນເຄີເຊີໄປໄວ້ທາງໜ້າໄຮເປີລິງ, ກົດ Shift+F10, ແລ້ວເລືອກ ເປີດໄຮເປີລິງ.


ໄວຍາກອນ

HYPERLINK("URL" [; CellValue])

URL ລະບຸເປົ້າໝາຍຂອງລິ້ງ. ພາຣາມິເຕີ CellValue ທີ່ເລືອກໄດ້ແມ່ນຂໍ້ຄວາມ ຫຼື ຕົວເລກທີ່ຈະສະແດງໃນຫ້ອງ ແລະ ຈະຖືກສົ່ງຄືນເປັນຜົນໄດ້ຮັບ. ຖ້າບໍ່ໄດ້ລະບຸພາຣາມິເຕີ CellValue, URL ຈະຖືກສະແດງໃນຂໍ້ຄວາມຂອງຫ້ອງ ແລະ ຈະຖືກສົ່ງຄືນເປັນຜົນໄດ້ຮັບ.

ຕົວເລກ 0 ຈະຖືກສົ່ງຄືນສຳລັບຫ້ອງວ່າງ ແລະ ອົງປະກອບມາຕຣິດ.

ຕົວຢ່າງ

=HYPERLINK("http://www.example.org") ສະແດງຂໍ້ຄວາມ "http://www.example.org" ໃນຫ້ອງ ແລະ ຈະເປີດໄຮເປີລິງ http://www.example.org ເມື່ອຖືກຄລິກ.

=HYPERLINK("http://www.example.org";"Click here") ສະແດງຂໍ້ຄວາມ "Click here" ໃນຫ້ອງ ແລະ ຈະເປີດໄຮເປີລິງ http://www.example.org ເມື່ອຖືກຄລິກ.

=HYPERLINK("http://www.example.org";12345) ສະແດງຕົວເລກ 12345 ແລະ ຈະເປີດໄຮເປີລິງ http://www.example.org ເມື່ອຖືກຄລິກ.

=HYPERLINK($B4) ໂດຍທີ່ຫ້ອງ B4 ປະກອບດ້ວຍ http://www.example.org. ຟັງຊັນຈະເພີ່ມ http://www.example.org ເຂົ້າໃນ URL ຂອງຫ້ອງໄຮເປີລິງ ແລະ ສົ່ງຄືນຂໍ້ຄວາມດຽວກັນນັ້ນເປັນຜົນໄດ້ຮັບຂອງສູດ.

=HYPERLINK("http://www.";"Click ") & "example.org" ສະແດງຂໍ້ຄວາມ Click example.org ໃນຫ້ອງ ແລະ ຈະເປີດໄຮເປີລິງ http://www.example.org ເມື່ອຖືກຄລິກ.

=HYPERLINK("#Sheet1.A1";"Go to top") ສະແດງຂໍ້ຄວາມ Go to top ແລະ ຈະໂດດໄປຫາຫ້ອງ Sheet1.A1 ໃນເອກະສານນີ້.

=HYPERLINK("file:///C:/writer.odt#Specification";"Go to Writer bookmark") ສະແດງຂໍ້ຄວາມ "Go to Writer bookmark", ໂຫຼດເອກະສານຂໍ້ຄວາມທີ່ລະບຸ ແລະ ໂດດໄປຫາບຸກມາກ "Specification".

=HYPERLINK("file:///C:/Documents/";"Open Documents folder") ສະແດງຂໍ້ຄວາມ "Open Documents folder" ແລະ ສະແດງເນື້ອໃນຂອງໂຟນເດີໂດຍໃຊ້ຕົວຈັດການໄຟລ໌ມາດຕະຖານໃນລະບົບປະຕິບັດການຂອງທ່ານ.

tip

ຟັງຊັນພະຍາຍາມເຊື່ອມຕໍ່ກັບລັກສະນະສະເພາະຂອງລະບົບ. ຕົວຢ່າງ: "c:\path to\file.ext" ຈະຖືກແປຢ່າງຖືກຕ້ອງເປັນ "file:///c:/path%20to/file.ext" ໃນ Windows, ຫຼື ".." ຈະພາໄປຫາໄດເຣັກທໍຣີແມ່ຂອງເອກະສານ.


INDEX

INDEX ສົ່ງຄືນການອ້າງອີງ, ຄ່າ ຫຼື ອາເຣຂອງຄ່າຈາກຂອບເຂດການອ້າງອີງ, ເຊິ່ງລະບຸໂດຍໝາຍເລກດັດຊະນີແຖວ ແລະ ຖັນ ຫຼື ອາເຣຂອງດັດຊະນີແຖວ ແລະ ອາເຣຂອງດັດຊະນີຖັນ, ແລະ ດັດຊະນີຂອບເຂດທີ່ເລືອກໄດ້.

INDEX() ຈະສົ່ງຄືນການອ້າງອີງຖ້າອາກິວເມັນແມ່ນການອ້າງອີງໜຶ່ງອັນ ຫຼື ຫຼາຍກວ່ານັ້ນ. ເມື່ອໃຊ້ໃນຫ້ອງໃນຮູບແບບ =INDEX(), ການອ້າງອີງຈະຖືກແກ້ໄຂ ແລະ ສະແດງຄ່າອອກມາ. ເມື່ອ INDEX() ຖືກໃຊ້ໃນອາກິວເມັນຂອງຟັງຊັນອື່ນ, =FUNCTION(INDEX()...), ຟັງຊັນນັ້ນຈະໄດ້ຮັບການອ້າງອີງທີ່ INDEX() ສົ່ງຄືນມາ. ການສົ່ງຄືນການອ້າງອີງແມ່ນແຕກຕ່າງຈາກການສົ່ງຄືນອາເຣຂອງຄ່າ ສຳລັບຟັງຊັນທີ່ຈັດການກັບພວກມັນແຕກຕ່າງກັນ.

ໄວຍາກອນ

INDEX(ການອ້າງອີງ [; [ແຖວ] [; [ຖັນ] [; ຂອບເຂດ]]])

Reference ແມ່ນການອ້າງອີງ, ເຊິ່ງປ້ອນເຂົ້າໂດຍກົງ ຫຼື ໂດຍການລະບຸຊື່ຂອບເຂດ. ຖ້າການອ້າງອີງປະກອບດ້ວຍຫຼາຍຂອບເຂດ, ທ່ານຕ້ອງໃສ່ລາຍການການອ້າງອີງ ຫຼື ຊື່ຂອບເຂດໄວ້ໃນວົງເລັບ, ຫຼື ໃຊ້ຕົວດຳເນີນການ tilde (~) ຕົວດຳເນີນການເຊື່ອມຕໍ່ຂອບເຂດ ຫຼື ກຳນົດຊື່ຂອບເຂດທີ່ມີຫຼາຍພື້ນທີ່.

ແຖວ (ເລືອກໄດ້) ໝາຍເຖິງ ແຖວ ຫຼື ອາເຣຂອງດັດຊະນີແຖວຂອງຂອບເຂດການອ້າງອີງທີ່ຕ້ອງການສົ່ງຄືນຄ່າ. ໃນກໍລະນີທີ່ເປັນສູນ ຫຼື ບໍ່ໄດ້ລະບຸ (ບໍ່ມີແຖວສະເພາະ) ແຖວທີ່ອ້າງອີງທັງໝົດຈະຖືກສົ່ງຄືນ.

ຖັນ (ເລືອກໄດ້) ໝາຍເຖິງ ຖັນ ຫຼື ອາເຣຂອງດັດຊະນີຖັນຂອງຂອບເຂດການອ້າງອີງທີ່ຕ້ອງການສົ່ງຄືນຄ່າ. ໃນກໍລະນີທີ່ເປັນສູນ ຫຼື ບໍ່ໄດ້ລະບຸ (ບໍ່ມີຖັນສະເພາະ) ຖັນທີ່ອ້າງອີງທັງໝົດຈະຖືກສົ່ງຄືນ.

note

ຖ້າ ແຖວ, ຖັນ ຫຼື ທັງສອງຢ່າງຖືກລະເວັ້ນ ຫຼື ຖືກກຳນົດເປັນອາເຣຂອງດັດຊະນີ, ຟັງຊັນ INDEX ຕ້ອງຖືກປ້ອນເຂົ້າເປັນ ຟັງຊັນອາເຣ.


ຂອບເຂດ (ເລືອກໄດ້) ໝາຍເຖິງ ດັດຊະນີຂອງຂອບເຂດຍ່ອຍຫາກມີການອ້າງອີງເຖິງຫຼາຍຂອບເຂດ, ຄ່າເລີ່ມຕົ້ນແມ່ນ 1.

ຕົວຢ່າງ

{=INDEX({1,3,5;7,9,10},{2;1},1)} ສົ່ງຄືນອາເຣ 2 ແຖວ ທີ່ປະກອບດ້ວຍ 7 ແລະ 1. ດັດຊະນີແຖວ {2;1} ຈະເລືອກແຖວ 2 ແລ້ວຕາມດ້ວຍແຖວ 1. ດັດຊະນີຖັນ 1 ຈະເລືອກຖັນທຳອິດ.

{=INDEX(D3:G12,{1;2;3;4},{3,1})} ສົ່ງຄືນອາເຣຂະໜາດ 4 ແຖວ ຄູນ 2 ຖັນ. ອາເຣດັດຊະນີແຖວ {1;2;3;4} ເລືອກແຖວທີ 3 ຫາ 6 ແລະ {3,1} ເລືອກຖັນທີສາມ (F) ແລະ ຖັນທຳອິດ (D). ຖັນ 1 ແລະ 3 ຂອງການອ້າງອີງຕົ້ນທາງຈະຖືກສະລັບບ່ອນກັນໃນອາເຣຜົນໄດ້ຮັບ.

=INDEX(Prices;4;1) ສົ່ງຄືນຄ່າຈາກແຖວທີ 4 ແລະ ຖັນທີ 1 ຂອງຂອບເຂດຖານຂໍ້ມູນທີ່ກຳນົດໄວ້ໃນ ຂໍ້ມູນ - ກຳນົດ ເປັນ Prices.

=INDEX(SumX;4;1) ສົ່ງຄືນຄ່າຈາກຂອບເຂດ SumX ໃນແຖວທີ 4 ແລະ ຖັນທີ 1 ຕາມທີ່ກຳນົດໄວ້ໃນ ແຜ່ນງານ - ຂອບເຂດທີ່ຕັ້ງຊື່ ແລະ ນິພົດ - ກຳນົດ.

{=INDEX(A1:B6;1)} ສົ່ງຄືນຄ່າຂອງແຖວທຳອິດຂອງ A1:B6. ໃຫ້ປ້ອນສູດເປັນ ສູດອາເຣ.

{=INDEX(A1:B6;0;1)} ສົ່ງຄືນຄ່າຂອງຖັນທຳອິດຂອງ A1:B6. ໃຫ້ປ້ອນສູດເປັນ ສູດອາເຣ.

=INDEX(A1:B6;1;1) ລະບຸຄ່າໃນຫ້ອງເທິງສຸດເບື້ອງຊ້າຍຂອງຂອບເຂດ A1:B6.

{=INDEX((A1:B6;C1:D6);0;0;2)} ສົ່ງຄືນຄ່າຂອງຂອບເຂດທີສອງ C1:D6 ຈາກຂອບເຂດແບບຫຼາຍອັນ. ໃຫ້ປ້ອນສູດເປັນ ສູດອາເຣ.

INDIRECT

ສົ່ງຄືນ ການອ້າງອີງ ທີ່ລະບຸໂດຍຂໍ້ຄວາມ. ຟັງຊັນນີ້ຍັງສາມາດໃຊ້ເພື່ອສົ່ງຄືນພື້ນທີ່ຂອງຂໍ້ຄວາມທີ່ກົງກັນໄດ້.

ຟັງຊັນນີ້ຈະຖືກຄຳນວນຄືນໃໝ່ທຸກຄັ້ງເມື່ອມີການຄຳນວນເກີດຂຶ້ນ.

For interoperability the ADDRESS and INDIRECT functions support an optional parameter to specify whether the R1C1 address notation instead of the usual A1 notation should be used.

ໃນ ADDRESS, ພາຣາມິເຕີນີ້ຈະຖືກແຊກເປັນພາຣາມິເຕີທີສີ່, ເຊິ່ງຈະເຮັດໃຫ້ພາຣາມິເຕີຊື່ແຜ່ນງານຍ້າຍໄປຢູ່ຕຳແໜ່ງທີຫ້າ.

ໃນ INDIRECT, ພາຣາມິເຕີນີ້ຈະຖືກເພີ່ມເຂົ້າເປັນພາຣາມິເຕີທີສອງ.

In both functions, if the argument is inserted with the value 0, then the R1C1 notation is used. If the argument is not given or has a value other than 0, then the A1 notation is used.

In case of R1C1 notation, ADDRESS returns address strings using the exclamation mark '!' as the sheet name separator, and INDIRECT expects the exclamation mark as sheet name separator. Both functions still use the dot '.' sheet name separator with A1 notation.

ເມື່ອເປີດເອກະສານຈາກຮູບແບບ ODF 1.0/1.1, ຟັງຊັນ ADDRESS ທີ່ເຄີຍມີຊື່ແຜ່ນງານເປັນພາຣາມິເຕີທີສີ່ ຈະຍ້າຍຊື່ແຜ່ນງານນັ້ນໄປເປັນພາຣາມິເຕີທີຫ້າ ແລະ ຈະມີພາຣາມິເຕີທີສີ່ໃໝ່ທີ່ມີຄ່າ 1 ຖືກແຊກເຂົ້າມາ.

ເມື່ອບັນທຶກເອກະສານໃນຮູບແບບ ODF 1.0/1.1, ຖ້າຟັງຊັນ ADDRESS ມີພາຣາມິເຕີທີສີ່, ພາຣາມິເຕີນັ້ນຈະຖືກລົບອອກ.

note

ຢ່າບັນທຶກສະເປຣດຊີດໃນຮູບແບບເກົ່າ ODF 1.0/1.1 ຖ້າພາຣາມິເຕີທີສີ່ໃໝ່ຂອງຟັງຊັນ ADDRESS ຖືກໃຊ້ດ້ວຍຄ່າ 0.


note

ຟັງຊັນ INDIRECT ຈະຖືກບັນທຶກໂດຍບໍ່ມີການແປງເປັນຮູບແບບ ODF 1.0/1.1. ຖ້າມີພາຣາມິເຕີທີສອງຢູ່, Calc ເວີຊັນເກົ່າຈະສະແດງຂໍ້ຜິດພາດສຳລັບຟັງຊັນນັ້ນ.


ໄວຍາກອນ

INDIRECT(ການອ້າງອີງ [; A1])

Ref ໝາຍເຖິງ ການອ້າງອີງເຖິງຫ້ອງ ຫຼື ພື້ນທີ່ (ໃນຮູບແບບຂໍ້ຄວາມ) ທີ່ຕ້ອງການໃຫ້ສົ່ງຄືນເນື້ອໃນ.

A1 (optional) - if set to 0, the R1C1 notation is used. If this parameter is absent or set to another value than 0, the A1 notation is used.

note

ຖ້າທ່ານເປີດສະເປຣດຊີດ Excel ທີ່ໃຊ້ທີ່ຢູ່ທາງອ້ອມເຊິ່ງຄິດໄລ່ມາຈາກຟັງຊັນຂໍ້ຄວາມ, ທີ່ຢູ່ແຜ່ນງານຈະບໍ່ຖືກແປໂດຍອັດຕະໂນມັດ. ຕົວຢ່າງ: ທີ່ຢູ່ Excel ໃນ INDIRECT("[filename]sheetname!"&B1) ຈະບໍ່ຖືກແປງເປັນທີ່ຢູ່ Calc ໃນ INDIRECT("filename#sheetname."&B1).


ຕົວຢ່າງ

=INDIRECT(A1) ມີຄ່າເທົ່າກັບ 100 ຖ້າຫ້ອງ A1 ມີຂໍ້ຄວາມ C108 ເປັນການອ້າງອີງ ແລະ ຫ້ອງ C108 ມີຄ່າ 100.

=SUM(INDIRECT("a1:" & ADDRESS(1;3))) ລວມຄ່າໃນຫ້ອງຕັ້ງແຕ່ພື້ນທີ່ A1 ຈົນເຖິງຫ້ອງທີ່ມີທີ່ຢູ່ຕາມທີ່ກຳນົດໂດຍແຖວ 1 ແລະ ຖັນ 3. ນັ້ນໝາຍຄວາມວ່າພື້ນທີ່ A1:C1 ຈະຖືກລວມເຂົ້າກັນ.

LOOKUP

Returns the contents of a cell either from a one-row or one-column range. Optionally, the assigned value (of the same index) is returned in a different column and row. As opposed to VLOOKUP and HLOOKUP, search and result vector may be at different positions; they do not have to be adjacent. Additionally, the search vector for the LOOKUP must be sorted ascending, otherwise the search will not return any usable results.

note

If LOOKUP cannot find the search criterion, it matches the largest value in the search vector that is less than or equal to the search criterion.


ການຄົ້ນຫາຮອງຮັບຕົວແທນ (wildcards) ຫຼື ນິພົດປົກກະຕິ (regular expressions). ເມື່ອເປີດໃຊ້ນິພົດປົກກະຕິ, ທ່ານສາມາດປ້ອນ "all.*", ຕົວຢ່າງເພື່ອຊອກຫາຕຳແໜ່ງທຳອິດຂອງ "all" ທີ່ຕາມດ້ວຍຕົວອັກສອນໃດໆ. ຖ້າທ່ານຕ້ອງການຄົ້ນຫາຂໍ້ຄວາມທີ່ເປັນນິພົດປົກກະຕິຄືກັນ, ທ່ານຕ້ອງໃສ່ເຄື່ອງໝາຍ "\" ໄວ້ໜ້າທຸກຕົວອັກສອນພິເສດ ຫຼື ຕົວດຳເນີນການຂອງນິພົດປົກກະຕິ, ຫຼື ກວມເອົາຂໍ້ຄວາມນັ້ນໄວ້ໃນ \Q...\E. ທ່ານສາມາດເປີດ ຫຼື ປິດການປະເມີນອັດຕະໂນມັດຂອງຕົວແທນ ຫຼື ນິພົດປົກກະຕິໄດ້ທີ່ - LibreOffice Calc - ຄິດໄລ່.

warning

ເມື່ອໃຊ້ຟັງຊັນທີ່ມີອາຄິວເມັ້ນ (argument) ໜຶ່ງ ຫຼື ຫຼາຍກວ່າເປັນຂໍ້ຄວາມເງື່ອນໄຂການຄົ້ນຫາທີ່ສະແດງເຖິງນິພົດປົກກະຕິ, ມັນຈະພະຍາຍາມແປງຂໍ້ຄວາມເງື່ອນໄຂນັ້ນໃຫ້ເປັນຕົວເລກກ່ອນ. ຕົວຢ່າງ, ".0" ຈະຖືກແປງເປັນ 0.0 ແລະ ອື່ນໆ. ຖ້າສຳເລັດ, ການຈັບຄູ່ຈະບໍ່ແມ່ນການຈັບຄູ່ແບບນິພົດປົກກະຕິ ແຕ່ຈະເປັນການຈັບຄູ່ແບບຕົວເລກ. ແນວໃດກໍຕາມ, ເມື່ອປ່ຽນໄປໃຊ້ທ້ອງຖິ່ນ (locale) ທີ່ຕົວຂັ້ນທົດສະນິຍົມບໍ່ແມ່ນຈຸດ ຈະເຮັດໃຫ້ການແປງນິພົດປົກກະຕິເຮັດວຽກໄດ້. ເພື່ອບັງຄັບໃຫ້ມີການປະເມີນເປັນນິພົດປົກກະຕິແທນການສະແດງຜົນແບບຕົວເລກ, ໃຫ້ໃຊ້ບາງນິພົດທີ່ບໍ່ສາມາດຖືກອ່ານຜິດເປັນຕົວເລກໄດ້ ເຊັ່ນ ".[0]" ຫຼື ".\0" ຫຼື "(?i).0".


ໄວຍາກອນ

LOOKUP(Lookup; SearchVector [; ResultVector])

Lookup is the value of any type to be looked for; entered either directly or as a reference.

SearchVector is the single-row or single-column area to be searched.

ResultVector is another single-row or single-column range from which the result of the function is taken. The result is the cell of the result vector with the same index as the instance found in the search vector.

ການຈັດການກັບເຊວວ່າງ

ຕົວຢ່າງ

=LOOKUP(A1;D1:D100;F1:F100) searches the corresponding cell in range D1:D100 for the number you entered in A1. For the instance found, the index is determined, for example, the 12th cell in this range. Then, the contents of the 12th cell are returned as the value of the function (in the result vector).

MATCH

ສົ່ງຄືນຕຳແໜ່ງສຳພັນຂອງລາຍການໃນອາເຣທີ່ກົງກັບຄ່າທີ່ລະບຸ. ຟັງຊັນຈະສົ່ງຄືນຕຳແໜ່ງຂອງຄ່າທີ່ພົບໃນ lookup_array ເປັນຕົວເລກ.

ໄວຍາກອນ

MATCH(Search; LookupArray [; Type])

Search ແມ່ນຄ່າທີ່ຕ້ອງການຄົ້ນຫາໃນອາເຣແບບແຖວດຽວ ຫຼື ຖັນດຽວ.

LookupArray ແມ່ນການອ້າງອີງທີ່ໃຊ້ຄົ້ນຫາ. ອາເຣການຄົ້ນຫາສາມາດເປັນແຖວ ຫຼື ຖັນດຽວ, ຫຼື ສ່ວນໃດສ່ວນໜຶ່ງຂອງແຖວ ຫຼື ຖັນດຽວ.

Type ສາມາດມີຄ່າເປັນ 1, 0, ຫຼື -1. ຖ້າ Type = 1 ຫຼື ຫາກບໍ່ມີພາຣາມິເຕີນີ, ຈະຖືວ່າຖັນທຳອິດຂອງອາເຣຖືກຈັດລຽງຕາມລຳດັບຈາກໜ້ອຍໄປຫາຫຼາຍ. ຖ້າ Type = -1 ຈະຖືວ່າຖັນຖືກຈັດລຽງຕາມລຳດັບຈາກຫຼາຍໄປຫາໜ້ອຍ. ສິ່ງນີ້ກົງກັບຟັງຊັນດຽວກັນໃນ Microsoft Excel.

ຖ້າ Type = 0, ຈະຄົ້ນຫາພຽງແຕ່ຄ່າທີ່ກົງກັນພໍດີເທົ່ານັ້ນ. ຖ້າພົບເງື່ອນໄຂການຄົ້ນຫາຫຼາຍກວ່າໜຶ່ງຄັ້ງ, ຟັງຊັນຈະສົ່ງຄືນດັດຊະນີຂອງຄ່າທຳອິດທີ່ກົງກັນ. ສະເພາະກໍລະນີ Type = 0 ເທົ່ານັ້ນທີ່ທ່ານສາມາດຄົ້ນຫາໂດຍໃຊ້ regular expressions (ຖ້າເປີດໃຊ້ໃນຕົວເລືອກການຄິດໄລ່) ຫຼື wildcards (ຖ້າເປີດໃຊ້ໃນຕົວເລືອກການຄິດໄລ່).

If Type = 1 or the third parameter is missing, the index of the last value that is smaller or equal to the search criterion is returned. For Type = -1, the index of the last value that is larger or equal is returned.

ການຄົ້ນຫາຮອງຮັບຕົວແທນ (wildcards) ຫຼື ນິພົດປົກກະຕິ (regular expressions). ເມື່ອເປີດໃຊ້ນິພົດປົກກະຕິ, ທ່ານສາມາດປ້ອນ "all.*", ຕົວຢ່າງເພື່ອຊອກຫາຕຳແໜ່ງທຳອິດຂອງ "all" ທີ່ຕາມດ້ວຍຕົວອັກສອນໃດໆ. ຖ້າທ່ານຕ້ອງການຄົ້ນຫາຂໍ້ຄວາມທີ່ເປັນນິພົດປົກກະຕິຄືກັນ, ທ່ານຕ້ອງໃສ່ເຄື່ອງໝາຍ "\" ໄວ້ໜ້າທຸກຕົວອັກສອນພິເສດ ຫຼື ຕົວດຳເນີນການຂອງນິພົດປົກກະຕິ, ຫຼື ກວມເອົາຂໍ້ຄວາມນັ້ນໄວ້ໃນ \Q...\E. ທ່ານສາມາດເປີດ ຫຼື ປິດການປະເມີນອັດຕະໂນມັດຂອງຕົວແທນ ຫຼື ນິພົດປົກກະຕິໄດ້ທີ່ - LibreOffice Calc - ຄິດໄລ່.

warning

ເມື່ອໃຊ້ຟັງຊັນທີ່ມີອາຄິວເມັ້ນ (argument) ໜຶ່ງ ຫຼື ຫຼາຍກວ່າເປັນຂໍ້ຄວາມເງື່ອນໄຂການຄົ້ນຫາທີ່ສະແດງເຖິງນິພົດປົກກະຕິ, ມັນຈະພະຍາຍາມແປງຂໍ້ຄວາມເງື່ອນໄຂນັ້ນໃຫ້ເປັນຕົວເລກກ່ອນ. ຕົວຢ່າງ, ".0" ຈະຖືກແປງເປັນ 0.0 ແລະ ອື່ນໆ. ຖ້າສຳເລັດ, ການຈັບຄູ່ຈະບໍ່ແມ່ນການຈັບຄູ່ແບບນິພົດປົກກະຕິ ແຕ່ຈະເປັນການຈັບຄູ່ແບບຕົວເລກ. ແນວໃດກໍຕາມ, ເມື່ອປ່ຽນໄປໃຊ້ທ້ອງຖິ່ນ (locale) ທີ່ຕົວຂັ້ນທົດສະນິຍົມບໍ່ແມ່ນຈຸດ ຈະເຮັດໃຫ້ການແປງນິພົດປົກກະຕິເຮັດວຽກໄດ້. ເພື່ອບັງຄັບໃຫ້ມີການປະເມີນເປັນນິພົດປົກກະຕິແທນການສະແດງຜົນແບບຕົວເລກ, ໃຫ້ໃຊ້ບາງນິພົດທີ່ບໍ່ສາມາດຖືກອ່ານຜິດເປັນຕົວເລກໄດ້ ເຊັ່ນ ".[0]" ຫຼື ".\0" ຫຼື "(?i).0".


ຕົວຢ່າງ

=MATCH(200;D1:D100) ຄົ້ນຫາຄ່າ 200 ໃນພື້ນທີ່ D1:D100 ເຊິ່ງຖືກຈັດລຽງຕາມຖັນ D. ເມື່ອພົບຄ່ານີ, ໝາຍເລກແຖວທີ່ພົບຈະຖືກສົ່ງຄືນ. ຖ້າພົບຄ່າທີ່ສູງກວ່າໃນລະຫວ່າງການຄົ້ນຫາໃນຖັນ, ໝາຍເລກຂອງແຖວກ່ອນໜ້ານັ້ນຈະຖືກສົ່ງຄືນ.

OFFSET

ສົ່ງຄືນຄ່າຂອງຫ້ອງທີ່ຖັດອອກໄປຕາມຈຳນວນແຖວ ແລະ ຖັນທີ່ກຳນົດຈາກຈຸດອ້າງອີງ.

ຟັງຊັນນີ້ຈະຖືກຄຳນວນຄືນໃໝ່ທຸກຄັ້ງເມື່ອມີການຄຳນວນເກີດຂຶ້ນ.

ໄວຍາກອນ

OFFSET(ການອ້າງອີງ; ແຖວ; ຖັນ [; ຄວາມສູງ [; ຄວາມກວ້າງ]])

Reference ແມ່ນຈຸດອ້າງອີງທີ່ຟັງຊັນຈະເລີ່ມຕົ້ນຄົ້ນຫາການອ້າງອີງໃໝ່.

Rows ແມ່ນຈຳນວນແຖວທີ່ການອ້າງອີງຖືກເລື່ອນຂຶ້ນ (ຄ່າລົບ) ຫຼື ເລື່ອນລົງ. ໃຊ້ 0 ເພື່ອໃຫ້ຢູ່ແຖວເດີມ.

Columns ແມ່ນຈຳນວນຖັນທີ່ການອ້າງອີງຖືກເລື່ອນໄປທາງຊ້າຍ (ຄ່າລົບ) ຫຼື ໄປທາງຂວາ. ໃຊ້ 0 ເພື່ອໃຫ້ຢູ່ຖັນເດີມ.

Height (ເລືອກໄດ້) ແມ່ນຄວາມສູງຕາມແນວຕັ້ງສຳລັບພື້ນທີ່ທີ່ເລີ່ມຕົ້ນຈາກຕຳແໜ່ງອ້າງອີງໃໝ່.

Width (ເລືອກໄດ້) ແມ່ນຄວາມກວ້າງຕາມແນວນອນສຳລັບພື້ນທີ່ທີ່ເລີ່ມຕົ້ນຈາກຕຳແໜ່ງອ້າງອີງໃໝ່.

ອາກິວເມັນ Rows ແລະ Columns ຕ້ອງບໍ່ພາໄປຫາແຖວ ຫຼື ຖັນເລີ່ມຕົ້ນທີ່ເປັນສູນ ຫຼື ຄ່າລົບ.

ອາກິວເມັນ Height ແລະ Width ຕ້ອງບໍ່ພາໄປຫາຈຳນວນແຖວ ຫຼື ຖັນທີ່ເປັນສູນ ຫຼື ຄ່າລົບ.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຕົວຢ່າງ

=OFFSET(A1;2;2) ສົ່ງຄືນຄ່າໃນຫ້ອງ C3 (ຫ້ອງ A1 ທີ່ເລື່ອນລົງສອງແຖວ ແລະ ໄປທາງຂວາສອງຖັນ). ຖ້າຫ້ອງ C3 ມີຄ່າ 100 ຟັງຊັນນີ້ຈະສົ່ງຄືນຄ່າ 100.

=OFFSET(B2:C3;1;1) ສົ່ງຄືນການອ້າງອີງເຖິງ B2:C3 ທີ່ເລື່ອນລົງໜຶ່ງແຖວ ແລະ ໄປທາງຂວາໜຶ່ງຖັນ (C3:D4).

=OFFSET(B2:C3;-1;-1) ສົ່ງຄືນການອ້າງອີງເຖິງ B2:C3 ທີ່ເລື່ອນຂຶ້ນໜຶ່ງແຖວ ແລະ ໄປທາງຊ້າຍໜຶ່ງຖັນ (A1:B2).

=OFFSET(B2:C3;0;0;3;4) ສົ່ງຄືນການອ້າງອີງເຖິງ B2:C3 ທີ່ຖືກປັບຂະໜາດເປັນ 3 ແຖວ ແລະ 4 ຖັນ (B2:E4).

=OFFSET(B2:C3;1;0;3;4) ສົ່ງຄືນການອ້າງອີງເຖິງ B2:C3 ທີ່ເລື່ອນລົງໜຶ່ງແຖວ ແລະ ປັບຂະໜາດເປັນ 3 ແຖວ ແລະ 4 ຖັນ (B3:E5).

=SUM(OFFSET(A1;2;2;5;6)) ຄິດໄລ່ຜົນລວມຂອງພື້ນທີ່ທີ່ເລີ່ມຕົ້ນຈາກຫ້ອງ C3 ແລະ ມີຄວາມສູງ 5 ແຖວ ແລະ ຄວາມກວ້າງ 6 ຖັນ (ພື້ນທີ່ = C3:H7).

note

ຖ້າລະບຸ ຄວາມກວ້າງ ຫຼື ຄວາມສູງ, ຟັງຊັນ OFFSET ຈະສົ່ງຄືນການອ້າງອີງຂອບເຂດຫ້ອງ. ຖ້າ ການອ້າງອີງ ແມ່ນການອ້າງອີງຫ້ອງດຽວ ແລະ ທັງສອງຢ່າງຖືກລະເວັ້ນ, ຈະສົ່ງຄືນການອ້າງອີງຫ້ອງດຽວ.


ROW

ສົ່ງຄືນໝາຍເລກແຖວຂອງການອ້າງອີງຫ້ອງ. ຖ້າການອ້າງອີງແມ່ນຫ້ອງດຽວ, ຈະສົ່ງຄືນໝາຍເລກແຖວຂອງຫ້ອງນັ້ນ. ຖ້າການອ້າງອີງແມ່ນຂອບເຂດຫ້ອງ, ຈະສົ່ງຄືນໝາຍເລກແຖວທີ່ກົງກັນໃນຮູບແບບ ອາເຣ ຖັນດຽວ ຖ້າສູດນັ້ນຖືກປ້ອນເຂົ້າ ເປັນສູດອາເຣ. ຖ້າຟັງຊັນ ROW ທີ່ມີການອ້າງອີງຂອບເຂດບໍ່ໄດ້ຖືກໃຊ້ໃນສູດອາເຣ, ຈະສົ່ງຄືນພຽງແຕ່ໝາຍເລກແຖວຂອງຫ້ອງທຳອິດໃນຂອບເຂດນັ້ນ.

ໄວຍາກອນ

ROW([ການອ້າງອີງ])

Reference ແມ່ນຫ້ອງ, ພື້ນທີ່ ຫຼື ຊື່ຂອງພື້ນທີ່.

ຖ້າທ່ານບໍ່ລະບຸການອ້າງອີງ, ຈະສົ່ງຄືນໝາຍເລກແຖວຂອງຫ້ອງທີ່ມີສູດນັ້ນຢູ່. LibreOffice Calc ຈະຕັ້ງການອ້າງອີງໄປຫາຫ້ອງປັດຈຸບັນໂດຍອັດຕະໂນມັດ.

ຕົວຢ່າງ

=ROW(B3) ສົ່ງຄືນ 3 ເພາະວ່າການອ້າງອີງໝາຍເຖິງແຖວທີສາມໃນຕາຕະລາງ.

{=ROW(D5:D8)} ສົ່ງຄືນອາເຣຖັນດຽວ (5, 6, 7, 8) ເພາະວ່າການອ້າງອີງທີ່ລະບຸປະກອບດ້ວຍແຖວທີ 5 ຫາ 8.

=ROW(D5:D8) ສົ່ງຄືນ 5 ເພາະວ່າຟັງຊັນ ROW ນີ້ບໍ່ໄດ້ຖືກໃຊ້ເປັນສູດອາເຣ ແລະ ຈະສົ່ງຄືນພຽງແຕ່ໝາຍເລກຂອງແຖວທຳອິດຂອງການອ້າງອີງ.

{=ROW(A1:E1)} ແລະ =ROW(A1:E1) ທັງສອງຈະສົ່ງຄືນ 1 ເພາະວ່າການອ້າງອີງມີພຽງແຕ່ແຖວ 1 ເຊິ່ງເປັນແຖວທຳອິດໃນຕາຕະລາງ. (ເນື່ອງຈາກຂອບເຂດທີ່ມີແຖວດຽວຈະມີໝາຍເລກແຖວດຽວ, ຈຶ່ງບໍ່ມີຄວາມແຕກຕ່າງກັນວ່າຈະໃຊ້ສູດເປັນແບບອາເຣຫຼືບໍ່.)

=ROW() ສົ່ງຄືນ 3 ຖ້າສູດຖືກປ້ອນເຂົ້າໃນແຖວ 3.

{=ROW(Rabbit)} ສົ່ງຄືນອາເຣຖັນດຽວ (1, 2, 3) ຖ້າ "Rabbit" ແມ່ນຊື່ຂອບເຂດ (C1:D3).

ROWS

ສົ່ງຄືນຈຳນວນແຖວໃນການອ້າງອີງ ຫຼື ອາເຣ.

ໄວຍາກອນ

ROWS(ອາເຣ)

Array ແມ່ນການອ້າງອີງ ຫຼື ຊື່ພື້ນທີ່ທີ່ຕ້ອງການຊອກຫາຈຳນວນແຖວທັງໝົດ.

ຕົວຢ່າງ

=Rows(B5) ສົ່ງຄືນ 1 ເພາະວ່າຫ້ອງໜຶ່ງປະກອບດ້ວຍແຖວດຽວ.

=ROWS(A10:B12) ສົ່ງຄືນ 3.

=ROWS(Rabbit) ສົ່ງຄືນ 3 ຖ້າ "Rabbit" ແມ່ນຊື່ຂອບເຂດ (C1:D3).

SHEET

ສົ່ງຄືນໝາຍເລກແຜ່ນງານຂອງການອ້າງອີງ ຫຼື ຂໍ້ຄວາມທີ່ລະບຸຊື່ແຜ່ນງານ. ຖ້າທ່ານບໍ່ປ້ອນພາຣາມິເຕີໃດໆ, ຜົນໄດ້ຮັບຈະແມ່ນໝາຍເລກແຜ່ນງານຂອງສະເປຣດຊີດທີ່ມີສູດນັ້ນຢູ່.

ໄວຍາກອນ

SHEET([ການອ້າງອີງ])

Reference ແມ່ນພາຣາມິເຕີເສີມ ແລະ ເປັນການອ້າງອີງເຖິງຫ້ອງ, ພື້ນທີ່ ຫຼື ຂໍ້ຄວາມຊື່ແຜ່ນງານ.

ຕົວຢ່າງ

=SHEET(Sheet2.A1) ສົ່ງຄືນ 2 ຖ້າ Sheet2 ແມ່ນແຜ່ນງານທີສອງໃນເອກະສານສະເປຣດຊີດ.

=SHEET("Sheet3") ສົ່ງຄືນ 3 ຖ້າ Sheet3 ແມ່ນແຜ່ນງານທີສາມໃນເອກະສານສະເປຣດຊີດ.

SHEETS

ກຳນົດຈຳນວນແຜ່ນງານໃນການອ້າງອີງ. ຖ້າທ່ານບໍ່ປ້ອນພາຣາມິເຕີໃດໆ, ມັນຈະສົ່ງຄືນຈຳນວນແຜ່ນງານທັງໝົດໃນເອກະສານປັດຈຸບັນ.

ໄວຍາກອນ

SHEETS([ການອ້າງອີງ])

Reference ແມ່ນການອ້າງອີງເຖິງແຜ່ນງານ ຫຼື ພື້ນທີ່. ພາຣາມິເຕີນີແມ່ນເລືອກໄດ້.

ຕົວຢ່າງ

=SHEETS(Sheet1.A1:Sheet3.G12) ສົ່ງຄືນ 3 ຖ້າ Sheet1, Sheet2, ແລະ Sheet3 ມີຢູ່ຕາມລຳດັບທີ່ລະບຸ.

VLOOKUP

Vertical search with reference to adjacent cells to the right. This function checks if a specific value is contained in the first column of an array. The function then returns the value in the same row of the column named by Index. If the Sorted parameter is omitted or set to TRUE or one, it is assumed that the data is sorted in ascending order. In this case, if the exact Lookup is not found, the last value that is smaller than the criterion will be returned. If Sorted is set to FALSE or zero, an exact match must be found, otherwise the error Error: Value Not Available will be the result. Thus with a value of zero the data does not need to be sorted in ascending order.

ການຄົ້ນຫາຮອງຮັບຕົວແທນ (wildcards) ຫຼື ນິພົດປົກກະຕິ (regular expressions). ເມື່ອເປີດໃຊ້ນິພົດປົກກະຕິ, ທ່ານສາມາດປ້ອນ "all.*", ຕົວຢ່າງເພື່ອຊອກຫາຕຳແໜ່ງທຳອິດຂອງ "all" ທີ່ຕາມດ້ວຍຕົວອັກສອນໃດໆ. ຖ້າທ່ານຕ້ອງການຄົ້ນຫາຂໍ້ຄວາມທີ່ເປັນນິພົດປົກກະຕິຄືກັນ, ທ່ານຕ້ອງໃສ່ເຄື່ອງໝາຍ "\" ໄວ້ໜ້າທຸກຕົວອັກສອນພິເສດ ຫຼື ຕົວດຳເນີນການຂອງນິພົດປົກກະຕິ, ຫຼື ກວມເອົາຂໍ້ຄວາມນັ້ນໄວ້ໃນ \Q...\E. ທ່ານສາມາດເປີດ ຫຼື ປິດການປະເມີນອັດຕະໂນມັດຂອງຕົວແທນ ຫຼື ນິພົດປົກກະຕິໄດ້ທີ່ - LibreOffice Calc - ຄິດໄລ່.

warning

ເມື່ອໃຊ້ຟັງຊັນທີ່ມີອາຄິວເມັ້ນ (argument) ໜຶ່ງ ຫຼື ຫຼາຍກວ່າເປັນຂໍ້ຄວາມເງື່ອນໄຂການຄົ້ນຫາທີ່ສະແດງເຖິງນິພົດປົກກະຕິ, ມັນຈະພະຍາຍາມແປງຂໍ້ຄວາມເງື່ອນໄຂນັ້ນໃຫ້ເປັນຕົວເລກກ່ອນ. ຕົວຢ່າງ, ".0" ຈະຖືກແປງເປັນ 0.0 ແລະ ອື່ນໆ. ຖ້າສຳເລັດ, ການຈັບຄູ່ຈະບໍ່ແມ່ນການຈັບຄູ່ແບບນິພົດປົກກະຕິ ແຕ່ຈະເປັນການຈັບຄູ່ແບບຕົວເລກ. ແນວໃດກໍຕາມ, ເມື່ອປ່ຽນໄປໃຊ້ທ້ອງຖິ່ນ (locale) ທີ່ຕົວຂັ້ນທົດສະນິຍົມບໍ່ແມ່ນຈຸດ ຈະເຮັດໃຫ້ການແປງນິພົດປົກກະຕິເຮັດວຽກໄດ້. ເພື່ອບັງຄັບໃຫ້ມີການປະເມີນເປັນນິພົດປົກກະຕິແທນການສະແດງຜົນແບບຕົວເລກ, ໃຫ້ໃຊ້ບາງນິພົດທີ່ບໍ່ສາມາດຖືກອ່ານຜິດເປັນຕົວເລກໄດ້ ເຊັ່ນ ".[0]" ຫຼື ".\0" ຫຼື "(?i).0".


ໄວຍາກອນ

=VLOOKUP(Lookup; ອາເຣ; ດັດຊະນີ [; SortedRangeLookup])

Lookup ແມ່ນຄ່າປະເພດໃດກໍໄດ້ທີ່ຕ້ອງການຄົ້ນຫາໃນຖັນທຳອິດຂອງອາເຣ.

Array ແມ່ນການອ້າງອີງ, ເຊິ່ງຕ້ອງມີຈຳນວນຖັນຢ່າງໜ້ອຍເທົ່າກັບໝາຍເລກທີ່ລະບຸໃນອາກິວເມັນ ດັດຊະນີ (Index).

Index ແມ່ນໝາຍເລກຖັນໃນອາເຣທີ່ປະກອບດ້ວຍຄ່າທີ່ຕ້ອງການໃຫ້ສົ່ງຄືນ. ຖັນທຳອິດມີໝາຍເລກ 1.

SortedRangeLookup ແມ່ນພາຣາມິເຕີເສີມທີ່ລະບຸວ່າຖັນທຳອິດໃນອາເຣປະກອບດ້ວຍຂອບເຂດຂອງຄ່າແທນທີ່ຈະເປັນຄ່າປົກກະຕິຫຼືບໍ່. ໃນໂໝດນີ້, ການຄົ້ນຫາຈະສົ່ງຄືນຄ່າໃນແຖວທີ່ຖັນທຳອິດມີຄ່າເທົ່າກັບ ຫຼື ໜ້ອຍກວ່າ Lookup. ຕົວຢ່າງ: ມັນອາດຈະປະກອບດ້ວຍວັນທີທີ່ມີການປ່ຽນແປງຄ່າພາສີ, ດັ່ງນັ້ນຄ່າຕ່າງໆຈຶ່ງໝາຍເຖິງວັນທີເລີ່ມຕົ້ນຂອງໄລຍະເວລາທີ່ຄ່າພາສີນັ້ນມີຜົນບັງຄັບໃຊ້. ດັ່ງນັ້ນ, ການຄົ້ນຫາວັນທີທີ່ບໍ່ມີຢູ່ໃນຖັນທຳອິດ ແຕ່ຢູ່ລະຫວ່າງວັນທີທີ່ກຳນົດໄວ້ ຈະສົ່ງຄືນຄ່າທີ່ຕຳ່ກວ່າ, ເຮັດໃຫ້ສາມາດຊອກຫາຂໍ້ມູນທີ່ມີຜົນໃນວັນທີທີ່ຄົ້ນຫານັ້ນໄດ້. ໃຫ້ປ້ອນຄ່າບູລີນ FALSE ຫຼື ສູນ ຖ້າຖັນທຳອິດບໍ່ແມ່ນລາຍການຂອບເຂດ. ເມື່ອພາຣາມິເຕີນີເປັນ TRUE ຫຼື ບໍ່ໄດ້ລະບຸ, ຖັນທຳອິດໃນອາເຣ ຕ້ອງຖືກຈັດລຽງຕາມລຳດັບຈາກໜ້ອຍໄປຫາຫຼາຍ. ຖັນທີ່ຈັດລຽງແລ້ວຈະຄົ້ນຫາໄດ້ໄວຂຶ້ນ ແລະ ຟັງຊັນຈະສົ່ງຄືນຄ່າສະເໝີ ເຖິງວ່າຈະບໍ່ພົບຄ່າທີ່ກົງກັນພໍດີກໍຕາມ ຫາກຄ່ານັ້ນໃຫຍ່ກວ່າຄ່າທີ່ຕຳ່ສຸດໃນລາຍການ. ສຳລັບລາຍການທີ່ບໍ່ໄດ້ຈັດລຽງ, ຄ່າທີ່ຄົ້ນຫາຕ້ອງກົງກັນພໍດີ ເພາະຖ້າບໍ່ດັ່ງນັ້ນຟັງຊັນຈະສົ່ງຄືນ #N/A ພ້ອມຂໍ້ຄວາມ: Error: Value Not Available.

ການຈັດການກັບເຊວວ່າງ

ຕົວຢ່າງ

ທ່ານຕ້ອງການປ້ອນໝາຍເລກອາຫານໃນເມນູລົງໃນຫ້ອງ A1, ແລະ ໃຫ້ຊື່ຂອງອາຫານນັ້ນສະແດງເປັນຂໍ້ຄວາມໃນຫ້ອງຂ້າງໆ (B1) ທັນທີ. ການກຳນົດໝາຍເລກໃຫ້ກົງກັບຊື່ແມ່ນຢູ່ໃນອາເຣ D1:E100. ໂດຍຫ້ອງ D1 ປະກອບດ້ວຍ 100, ຫ້ອງ E1 ປະກອບດ້ວຍຊື່ ແກງຜັກ, ແລະ ຕໍ່ໆໄປສຳລັບລາຍການອາຫານ 100 ຢ່າງ. ຕົວເລກໃນຖັນ D ຖືກຈັດລຽງຕາມລຳດັບແລ້ວ; ດັ່ງນັ້ນ, ພາຣາມິເຕີ Sorted ຈຶ່ງບໍ່ຈຳເປັນ.

ປ້ອນສູດຕໍ່ໄປນີ້ໃນ B1:

=VLOOKUP(A1;D1:E100;2)

ທັນທີທີ່ທ່ານປ້ອນຕົວເລກໃນ A1, ຫ້ອງ B1 ຈະສະແດງຂໍ້ຄວາມທີ່ກົງກັນຈາກຖັນທີສອງຂອງການອ້າງອີງ D1:E100. ການປ້ອນຕົວເລກທີ່ບໍ່ມີຢູ່ໃນລາຍການຈະສະແດງຂໍ້ຄວາມຂອງຕົວເລກທີ່ຖັດລົງມາ. ເພື່ອປ້ອງກັນສິ່ງນີ້, ໃຫ້ປ້ອນ FALSE ເປັນພາຣາມິເຕີສຸດທ້າຍໃນສູດ ເພື່ອໃຫ້ມັນສະແດງຂໍ້ຄວາມຂໍ້ຜິດພາດເມື່ອມີການປ້ອນຕົວເລກທີ່ບໍ່ມີຢູ່ໃນລາຍການ.