ຟັງຊັນອາເຣ

ໝວດໝູນີ້ບັນຈຸຟັງຊັນຕ່າງໆ ຂອງອາເຣ (Array).

ອາເຣ (Array) ແມ່ນຫຍັງ?

ອາເຣ ແມ່ນຂອບເຂດຂອງຫ້ອງຂໍ້ມູນທີ່ເຊື່ອມໂຍງກັນໃນແຜ່ນງານເຊິ່ງບັນຈຸຄ່າຕ່າງໆ ໄວ້. ຂອບເຂດຮູບຈະຕຸລັດທີ່ມີ 3 ແຖວ ແລະ 3 ຖັນ ເອີ້ນວ່າ ອາເຣ ຂະໜາດ 3 x 3:

A

B

C

D

E

1

7

31

33

2

95

17

2

3

5

10

50

4


ອາເຣ ທີ່ນ້ອຍທີ່ສຸດທີ່ເປັນໄປໄດ້ແມ່ນອາເຣ ຂະໜາດ 1 x 2 ຫຼື 2 x 1 ທີ່ມີສອງຫ້ອງຕິດກັນ.

ສູດອາເຣ (Array Formula) ແມ່ນຫຍັງ?

ສູດທີ່ປະມວນຜົນຄ່າແຕ່ລະຄ່າໃນຂອບເຂດຫ້ອງຂໍ້ມູນພ້ອມໆ ກັນເອີ້ນວ່າ ສູດອາເຣ. ຄວາມແຕກຕ່າງລະຫວ່າງສູດອາເຣ ແລະ ສູດທົ່ວໄປຄື ສູດອາເຣຈະຈັດການກັບຫຼາຍຄ່າພ້ອມກັນ ແທນທີ່ຈະເຮັດເທື່ອລະຄ່າ.

ສູດອາເຣບໍ່ພຽງແຕ່ປະມວນຜົນໄດ້ຫຼາຍຄ່າເທົ່ານັ້ນ, ແຕ່ຍັງສາມາດສົ່ງຄ່າຄືນມາໄດ້ຫຼາຍຄ່າໃນເວລາດຽວກັນອີກດ້ວຍ. ຜົນໄດ້ຮັບຂອງສູດອາເຣກໍຄືອາເຣນັ້ນເອງ.

ເພື່ອຄູນຄ່າໃນແຕ່ລະຫ້ອງດ້ວຍ 10 ໃນອາເຣຂ້າງເທິງ, ທ່ານບໍ່ຈຳເປັນຕ້ອງໃສ່ສູດໃນທຸກຫ້ອງ. ພຽງແຕ່ໃຊ້ສູດອາເຣດຽວເທົ່ານັ້ນ. ໂດຍການເລືອກຂອບເຂດ 3 x 3 ບ່ອນອື່ນ, ປ້ອນສູດ =10*A1:C3 ແລ້ວກົດ Ctrl + Shift + Enter. ຜົນໄດ້ຮັບຈະເປັນອາເຣ 3 x 3 ທີ່ທຸກຄ່າໃນ (A1:C3) ຖືກຄູນດ້ວຍ 10 ແລ້ວ.

ນອກຈາກການຄູນແລ້ວ, ທ່ານຍັງສາມາດໃຊ້ຕົວດຳເນີນການອື່ນໆ ກັບອາເຣໄດ້ ເຊັ່ນ: ບວກ (+), ລົບ (-), ຫານ (/), ຍົກກຳລັງ (^), ເຊື່ອມຂໍ້ຄວາມ (&) ແລະ ການປຽບທຽບຕ່າງໆ. ຕົວດຳເນີນການເຫຼົ່ານີ້ຈະເຮັດວຽກກັບທຸກຄ່າໃນອາເຣ ແລະ ສົ່ງຜົນໄດ້ຮັບອອກມາເປັນອາເຣໃໝ່.

ຕົວດຳເນີນການປຽບທຽບໃນສູດອາເຣຈະປະຕິບັດກັບຫ້ອງວ່າງຄືກັນກັບສູດປົກກະຕິ, ຄືເບິ່ງເປັນສູນ ຫຼື ຂໍ້ຄວາມວ່າງ. ຕົວຢ່າງ: ຖ້າ A1 ແລະ A2 ວ່າງ, ສູດ {=A1:A2=""} ແລະ {=A1:A2=0} ຈະສົ່ງຄ່າ TRUE ທັງສອງຫ້ອງ.

ຄວນໃຊ້ສູດອາເຣເມື່ອໃດ?

ໃຊ້ສູດອາເຣເມື່ອທ່ານຕ້ອງຄຳນວນຊ້ຳໆ ດ້ວຍຫຼາຍຄ່າທີ່ແຕກຕ່າງກັນ. ຖ້າທ່ານຕ້ອງການປ່ຽນວິທີຄຳນວນໃນພາຍຫຼັງ, ທ່ານພຽງແຕ່ແກ້ໄຂສູດອາເຣບ່ອນດຽວເທົ່ານັ້ນ.

ສູດອາເຣຊ່ວຍປະຢັດເນື້ອທີ່ ແລະ ໜ່ວຍຄວາມຈຳເມື່ອຕ້ອງຄຳນວນຫຼາຍຄ່າພ້ອມກັນ. ນອກຈາກນັ້ນ, ມັນຍັງເປັນເຄື່ອງມືສຳຄັນສຳລັບການຄຳນວນທີ່ຊັບຊ້ອນ. LibreOffice ມີຟັງຊັນທາງຄະນິດສາດສຳລັບອາເຣໂດຍສະເພາະ ເຊັ່ນ MMULT ສຳລັບການຄູນມາຕຣິກ ຫຼື SUMPRODUCT ສຳລັບຫາຜົນບວກຂອງຜົນຄູນ.

ການໃຊ້ສູດອາເຣໃນ LibreOffice Calc

ຈຸດຕັດແບບໂດຍນັຍ (Implicit intersection) ຂອງສູດອາເຣ

ທ່ານສາມາດສ້າງສູດ "ປົກກະຕິ" ທີ່ອ້າງອີງເຖິງຂອບເຂດອາເຣໄດ້, ເຊິ່ງເອີ້ນວ່າ "ຈຸດຕັດແບບໂດຍນັຍ". ຜົນໄດ້ຮັບຈະມາຈາກຈຸດຕັດລະຫວ່າງຂອບເຂດທີ່ອ້າງອີງກັບແຖວ ຫຼື ຖັນທີ່ສູດນັ້ນຕັ້ງຢູ່. ຖ້າບໍ່ມີຈຸດຕັດ ຈະສະແດງຂໍ້ຜິດພາດ #VALUE!.

ໃນຕາຕະລາງຂ້າງເທິງ, ໃຫ້ໃສ່ສູດອາເຣໃນ D1:

{=A1:A3 + 100}

ຫ້ອງ D1, D2, D3 ຈະມີຄ່າ 107, 195, 105 ຕາມລຳດັບ.

ໃສ່ສູດລຸ່ມນີ້ໃນ E2, ແຕ່ບໍ່ຕ້ອງໃສ່ເປັນແບບສູດອາເຣ (ບໍ່ຕ້ອງກົດ Ctrl+Shift+Enter).

=A1:A3 + 100

ຫ້ອງ E1 ແລະ E3 ຈະວ່າງ, ສ່ວນຫ້ອງ E2 ຈະມີຄ່າ 195. ນີ້ຄືຕົວຢ່າງຂອງຈຸດຕັດແບບໂດຍນັຍ.

ໃສ່ສູດລຸ່ມນີ້ໃນ E4, ຄືກັນກັບໃນ E2.

=A1:A3 + 100

ຫ້ອງ E4 ຈະສະແດງ #VALUE! ເພາະແຖວທີ 4 ຢູ່ນອກຂອບເຂດ A1:A3 ທີ່ສູດອ້າງອີງເຖິງ.

ການສ້າງສູດອາເຣ

ຖ້າທ່ານສ້າງສູດອາເຣໂດຍໃຊ້ ຕົວຊ່ວຍສ້າງຟັງຊັນ, ທ່ານຕ້ອງໝາຍຕິກໃສ່ຊ່ອງ ອາເຣ (Array) ທຸກຄັ້ງ. ຖ້າບໍ່ດັ່ງນັ້ນ, ມັນຈະສະແດງຜົນສະເພາະຫ້ອງຊ້າຍເທິງສຸດຫ້ອງດຽວ.

ຖ້າປ້ອນສູດອາເຣລົງໃນຫ້ອງໂດຍກົງ, ທ່ານຕ້ອງກົດ Ctrl + Shift + Enter ແທນການກົດ Enter ທຳມະດາ ເພື່ອໃຫ້ສູດນັ້ນກາຍເປັນສູດອາເຣ.

note

ສູດອາເຣຈະປະກົດຢູ່ໃນວົງຂໍປີກກາ { } ໃນ Calc. ທ່ານບໍ່ສາມາດສ້າງສູດອາເຣດ້ວຍການພິມວົງຂໍນັ້ນດ້ວຍມືເອງໄດ້.


warning

ຫ້ອງທີ່ຢູ່ໃນອາເຣຜົນໄດ້ຮັບຈະຖືກປ້ອງກັນບໍ່ໃຫ້ແກ້ໄຂແຍກຫ້ອງ. ແຕ່ທ່ານສາມາດແກ້ໄຂ, ລຶບ ຫຼື ກັອບປີ້ໄດ້ໂດຍການເລືອກຂອບເຂດອາເຣທັງໝົດ.


ການໃຊ້ຄ່າຄົງທີ່ອາເຣໃນຕົວ (Inline Array Constants) ໃນສູດ

Calc ຮອງຮັບຄ່າຄົງທີ່ມາຕຣິກ/ອາເຣໃນສູດ. ອາເຣໃນຕົວຈະຖືກຫຸ້ມດ້ວຍວົງຂໍປີກກາ '{' ແລະ '}'. ແຕ່ລະອົງປະກອບສາມາດເປັນຕົວເລກ, ຄ່າທາງໂລຊິກ (TRUE, FALSE), ຫຼື ຂໍ້ຄວາມ. ທຸກແຖວ ແລະ ທຸກຖັນຕ້ອງມີຈຳນວນອົງປະກອບເທົ່າກັນ.

ຕົວຂັ້ນຖັນ ແລະ ຕົວຂັ້ນແຖວແມ່ນຂຶ້ນກັບພາສາ ແລະ ພາກພື້ນທີ່ທ່ານໃຊ້. ໃນເນື້ອໃນຊ່ວຍເຫຼືອນີ້, ພວກເຮົາໃຊ້ ';' ເປັນຕົວຂັ້ນຖັນ ແລະ '|' ເປັນຕົວຂັ້ນແຖວ ເປັນຕົວຢ່າງ.

tip

ທ່ານສາມາດເບິ່ງ ແລະ ປ່ຽນຕົວຂັ້ນແຖວ ແລະ ຖັນໄດ້ທີ່ ເຄື່ອງມື - ຕົວເລືອກ - Calc - ສູດ - ຕົວຂັ້ນ.


ບໍ່ສາມາດໃຊ້ ອາເຣ ຊ້ອນ ອາເຣ ໄດ້.

ຕົວຢ່າງ:

={1;2;3}

ອາເຣ ທີ່ມີໜຶ່ງແຖວ ເຊິ່ງປະກອບດ້ວຍຕົວເລກສາມຕົວຄື 1, 2, ແລະ 3.

ເພື່ອປ້ອນຄ່າຄົງທີ່ອາເຣນີ້, ໃຫ້ເລືອກສາມຫ້ອງໃນແຖວດຽວກັນ, ພິມສູດ ={1;2;3} ແລ້ວກົດ Ctrl + Shift + Enter.

={1;2;3|4;5;6}

ອາເຣ ທີ່ມີສອງແຖວ ແລະ ແຕ່ລະແຖວມີສາມຄ່າ.

={0;1;2|FALSE;TRUE;"ສອງ"}

ອາເຣ ທີ່ມີຂໍ້ມູນປະສົມກັນ.

=SIN({1;2;3})

ເມື່ອປ້ອນເປັນສູດມາຕຣິກ, ຈະໃຫ້ຜົນໄດ້ຮັບຂອງການຄຳນວນ SIN ສາມຄັ້ງ ດ້ວຍຄ່າ 1, 2, ແລະ 3.

ການແກ້ໄຂສູດອາເຣ

  1. ເລືອກຂອບເຂດຫ້ອງ ຫຼື ອາເຣທີ່ມີສູດອາເຣຢູ່. ເພື່ອເລືອກອາເຣທັງໝົດ, ໃຫ້ວາງເຄີເຊີໃນອາເຣ ແລ້ວກົດ Ctrl + / (ປຸ່ມຫານຢູ່ແຖບຕົວເລກ).

  2. ກົດ F2 ຫຼື ຄລິກໃສ່ແຖບປ້ອນສູດ ເພື່ອແກ້ໄຂສູດ.

  3. ຫຼັງຈາກແກ້ໄຂແລ້ວ, ໃຫ້ກົດ Ctrl + Shift + Enter.

tip

ທ່ານສາມາດຈັດຮູບແບບບາງສ່ວນຂອງອາເຣໄດ້ ເຊັ່ນ: ປ່ຽນສີຕົວອັກສອນ. ພຽງແຕ່ເລືອກຂອບເຂດຫ້ອງທີ່ຕ້ອງການ ແລ້ວປ່ຽນຮູບແບບຕາມໃຈ.


ການລຶບສູດອາເຣ

  1. ເລືອກຂອບເຂດອາເຣທີ່ຕ້ອງການລຶບ. ເພື່ອເລືອກທັງໝົດໃຫ້ກົດ Ctrl + /.

  2. ກົດ Delete ເພື່ອລຶບເນື້ອໃນ ແລະ ສູດອາເຣທັງໝົດ, ຫຼື ກົດ Backspace ເພື່ອເປີດໜ້າຕ່າງ ລຶບເນື້ອໃນ. ເລືອກ ສູດ ຫຼື ລຶບທັງໝົດ ແລ້ວກົດ ຕົກລົງ.

ການກັອບປີ້ສູດອາເຣ

  1. ເລືອກຂອບເຂດຫ້ອງ ຫຼື ອາເຣທີ່ມີສູດອາເຣນັ້ນຢູ່.

  2. ກົດ F2 ຫຼື ຄລິກໃສ່ແຖບປ້ອນສູດ.

  3. ກັອບປີ້ສູດຈາກແຖບປ້ອນສູດໂດຍການກົດ Ctrl + C.

  4. ເລືອກຂອບເຂດຫ້ອງໃໝ່ທີ່ຕ້ອງການວາງສູດ ແລ້ວກົດ F2 ຫຼື ຄລິກໃສ່ແຖບປ້ອນສູດ.

  5. Paste the formula by pressing + V in the selected space and confirm it by pressing + Shift + Enter. The selected range now contains the array formula.

ການປັບຂອບເຂດອາເຣ

ຖ້າທ່ານຕ້ອງການປັບປ່ຽນຂອບເຂດຂອງອາເຣຜົນໄດ້ຮັບ, ໃຫ້ເຮັດດັ່ງນີ້:

  1. ເລືອກຂອບເຂດອາເຣທີ່ມີສູດຢູ່.

  2. ຢູ່ມຸມຂວາລຸ່ມຂອງສ່ວນທີ່ເລືອກ, ທ່ານຈະເຫັນໄອຄອນນ້ອຍໆ ເຊິ່ງທ່ານສາມາດໃຊ້ເມົາສ໌ລາກເພື່ອຂະຫຍາຍ ຫຼື ຫຍໍ້ຂອບເຂດໄດ້.

note

ເມື່ອທ່ານປັບຂອບເຂດອາເຣ, ສູດອາເຣຈະບໍ່ຖືກປັບປ່ຽນໂດຍອັດຕະໂນມັດ. ທ່ານພຽງແຕ່ປ່ຽນບໍລິເວນທີ່ຈະໃຫ້ຜົນໄດ້ຮັບປະກົດອອກມາເທົ່ານັ້ນ.


ໂດຍການກົດປຸ່ມ Ctrl ຄ້າງໄວ້ຂະນະທີ່ລາກ, ທ່ານສາມາດກັອບປີ້ສູດອາເຣໄປຍັງຂອບເຂດທີ່ກຳນົດໄດ້.

ການຄຳນວນອາເຣແບບມີເງື່ອນໄຂ

ການຄຳນວນອາເຣແບບມີເງື່ອນໄຂຄືການໃຊ້ສູດອາເຣ ຫຼື ມາຕຣິກ ທີ່ປະກອບມີຟັງຊັນ IF() ຫຼື CHOOSE().

ໃນຕົວຢ່າງລຸ່ມນີ້, ສູດ {=IF(A1:A3>0;"yes";"no")} ຈະຖືກກວດສອບກັບທຸກຫ້ອງໃນ A1:A3 ແລະ ສະແດງຜົນໃນຫ້ອງທີ່ກົງກັນ.

A

B (ສູດ)

B (ຜົນໄດ້ຮັບ)

1

1

{=IF(A1:A3>0;"yes";"no")}

yes

2

0

{=IF(A1:A3>0;"yes";"no")}

no

3

1

{=IF(A1:A3>0;"yes";"no")}

yes


ຟັງຊັນຕໍ່ໄປນີ້ມີການຈັດການອາເຣແບບບັງຄັບ: CORREL, COVAR, FORECAST, FTEST, INTERCEPT, MDETERM, MINVERSE, MMULT, MODE, PEARSON, PROB, RSQ, SLOPE, STEYX, SUMPRODUCT, SUMX2MY2, SUMX2PY2, SUMXMY2, TTEST. ຖ້າທ່ານໃຊ້ອ້າງອີງຂອບເຂດເປັນອາກິວເມັນ, ພວກມັນຈະເຮັດວຽກເປັນຟັງຊັນອາເຣ.

A

B (ສູດ)

B (ຜົນໄດ້ຮັບ)

C (ບັງຄັບສູດອາເຣ)

C (ຜົນໄດ້ຮັບ)

1

1

=A1:A2+1

2

=SUMPRODUCT(A1:A2+1)

5

2

2

=A1:A2+1

3

=SUMPRODUCT(A1:A2+1)

5

3

=A1:A2+1

#VALUE!

=SUMPRODUCT(A1:A2+1)

5


FREQUENCY

ສະແດງການແຈກຢາຍຄວາມຖີ່ໃນອາເຣແບບຖັນດຽວ. ຟັງຊັນນີ້ຈະນັບຈຳນວນຄ່າໃນ Data ທີ່ຕົກຢູ່ໃນຊ່ວງທີ່ກຳນົດໂດຍ Classes.

ໄວຍາກອນ

FREQUENCY(Data; Classes)

Data ແມ່ນຂອບເຂດຂໍ້ມູນທີ່ຕ້ອງການນຳມານັບຄວາມຖີ່.

Classes ແມ່ນອາເຣຂອງຄ່າຂີດຈຳກັດຂອງແຕ່ລະຊ່ວງຄວາມຖີ່.

note

ຟັງຊັນນີ້ຈະລະເວັ້ນຂໍ້ຄວາມ ຫຼື ເຊວວ່າງໃດໆພາຍໃນຊ່ວງຂໍ້ມູນ. ຫາກທ່ານສົງໄສວ່າຜົນຮັບຈາກຟັງຊັນນີ້ບໍ່ຖືກຕ້ອງ, ໃຫ້ກວດເບິ່ງຂໍ້ຄວາມໃນຊ່ວງຂໍ້ມູນ. ເພື່ອເນັ້ນເນື້ອໃນຂໍ້ຄວາມໃນຊ່ວງຂໍ້ມູນ, ໃຫ້ໃຊ້ຄຸນສົມບັດ ການເນັ້ນຄ່າ.


note

ທ່ານສາມາດເບິ່ງຄຳແນະນຳທົ່ວໄປກ່ຽວກັບຟັງຊັນອາເຣໄດ້ທີ່ສ່ວນເທິງຂອງໜ້ານີ້.


ຕົວຢ່າງ

ໃນຕາຕະລາງລຸ່ມນີ້, ຖັນ A ແມ່ນຄ່າທີ່ວັດແທກໄດ້. ຖັນ B ແມ່ນຂີດຈຳກັດສູງສຸດຂອງແຕ່ລະຊ່ວງ. ຕົວຢ່າງ: ໃນ B1 ແມ່ນ 5, ຟັງຊັນຈະນັບຄ່າທີ່ນ້ອຍກວ່າ ຫຼື ເທົ່າກັບ 5. ໃນ B2 ແມ່ນ 10, ມັນຈະນັບຄ່າທີ່ຫຼາຍກວ່າ 5 ແຕ່ບໍ່ເກີນ 10.

A

B

C

1

12

5

1

2

8

10

3

3

24

15

2

4

11

20

3

5

5

25

1

6

20

>25

1

7

16

8

9

9

7

10

16

11

33


ເລືອກຂອບເຂດຖັນດຽວເພື່ອໃສ່ຄວາມຖີ່. ທ່ານຕ້ອງເລືອກຈຳນວນຫ້ອງຫຼາຍກວ່າຈຳນວນຊ່ວງໃນ Classes ຢູ່ໜຶ່ງຫ້ອງ. ໃນຕົວຢ່າງນີ້, ເລືອກ C1:C6, ເປີດ ຕົວຊ່ວຍສ້າງຟັງຊັນ, ເລືອກ Data (A1:A11) ແລະ Classes (B1:B6), ໝາຍຕິກ ອາເຣ (Array) ແລ້ວກົດ ຕົກລົງ.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

GROWTH

ຄິດໄລ່ຈຸດຂອງແນວໂນ້ມແບບເລກກຳລັງໃນອາເຣ.

ໄວຍາກອນ

GROWTH(DataY [; [ DataX ] [; [ NewDataX ] [; FunctionType ] ] ])

DataY ໝາຍເຖິງ ອາເຣຂໍ້ມູນ Y.

DataX (ເລືອກໄດ້) ໝາຍເຖິງ ອາເຣຂໍ້ມູນ X.

NewDataX (ເລືອກໄດ້) ໝາຍເຖິງ ອາເຣຂໍ້ມູນ X ທີ່ຕ້ອງການຄິດໄລ່ຄ່າໃໝ່.

FunctionType (ເລືອກໄດ້). ຖ້າ FunctionType = 0, ຈະຄິດໄລ່ຟັງຊັນໃນຮູບແບບ y = m^x. ຖ້າເປັນຢ່າງອື່ນ, ຈະຄິດໄລ່ຟັງຊັນ y = b*m^x.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

ຕົວຢ່າງ

ຟັງຊັນນີ້ສົ່ງຄືນເປັນອາເຣ ແລະ ຖືກຈັດການໃນແບບດຽວກັບຟັງຊັນອາເຣອື່ນໆ. ເລືອກຂອບເຂດທີ່ທ່ານຕ້ອງການໃຫ້ຜົນໄດ້ຮັບສະແດງອອກມາແລ້ວເລືອກຟັງຊັນ. ເລືອກ DataY. ປ້ອນພາຣາມິເຕີອື່ນໆ, ໝາຍເອົາ Array ແລ້ວກົດ OK.

LINEST

ສົ່ງຄ່າຕາຕະລາງສະຖິຕິສຳລັບເສັ້ນຊື່ທີ່ເໝາະສົມທີ່ສຸດກັບຊຸດຂໍ້ມູນ.

ໄວຍາກອນ

LINEST(data_Y [; data_X [; linearType [; stats]]])

data_Y ແມ່ນຂອບເຂດແຖວ ຫຼື ຖັນທີ່ກຳນົດພິກັດ y ຂອງຊຸດຂໍ້ມູນ.

data_X ແມ່ນຂອບເຂດພິກັດ x ທີ່ກົງກັນ.

LINEST ຈະຫາເສັ້ນຊື່ y = a + bx ທີ່ເໝາະສົມທີ່ສຸດໂດຍໃຊ້ວິທີການຖົດຖອຍແບບເສັ້ນຊື່ (linear regression).

ຖ້າ linearType ເປັນ FALSE, ເສັ້ນຊື່ຈະຖືກບັງຄັບໃຫ້ຜ່ານຈຸດເລີ່ມຕົ້ນ (ຄ່າ a ເປັນສູນ).

ຖ້າ stats ເປັນ FALSE, ຈະສົ່ງຄືນມາສະເພາະແຖວເທິງສຸດຂອງຕາຕະລາງສະຖິຕິ. ຖ້າເປັນ TRUE ຈະສົ່ງຄືນມາທັງໝົດ.

LINEST ສົ່ງຄ່າເປັນຕາຕະລາງ (ອາເຣ) ສະຖິຕິ ແລະ ຕ້ອງປ້ອນເປັນສູດອາເຣດ້ວຍການກົດ Ctrl + Shift + Enter.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

ຕົວຢ່າງ

ຟັງຊັນນີ້ສົ່ງຄ່າເປັນອາເຣ. ໃຫ້ເລືອກຂອບເຂດຜົນໄດ້ຮັບ, ເລືອກຟັງຊັນ, ໃສ່ອາກິວເມັນ ແລະ ໝາຍຕິກ ອາເຣ (Array).

ຜົນໄດ້ຮັບຈະສະແດງຄ່າຄວາມຊັນ (slope) ແລະ ຈຸດຕັດແກນ Y (intercept) ເປັນຢ່າງໜ້ອຍ.

ຜົນໄດ້ຮັບອື່ນໆ ຂອງ LINEST:

ພິຈາລະນາຕົວຢ່າງຕໍ່ໄປນີ້:

A

B

C

D

E

F

G

1

x1

x2

y

ຄ່າ LINEST

2

4

7

100

4,17

-3,48

82,33

3

5

9

105

5,46

10,96

9,35

4

6

11

104

0,87

5,06

#NA

5

7

12

108

13,21

4

#NA

6

8

15

111

675,45

102,26

#NA

7

9

17

120

8

10

19

133


ຖັນ A ບັນຈຸຄ່າ X1, ຖັນ B ບັນຈຸຄ່າ X2 ແລະ ຖັນ C ບັນຈຸຄ່າ Y. ເພື່ອໃຊ້ LINEST, ໃຫ້ເລືອກຂອບເຂດ E2:G6, ເປີດ ຕົວຊ່ວຍສ້າງຟັງຊັນ ແລະ ໝາຍຕິກ ອາເຣ (Array).

data_Y ແມ່ນ C2:C8

data_X ແມ່ນ A2:B8

linearType ແລະ stats ທັງສອງແມ່ນຕັ້ງເປັນ 1.

ເມື່ອທ່ານກົດ ຕົກລົງ, LibreOffice Calc ຈະຕື່ມຄ່າ LINEST ລົງໃນຕາຕະລາງຕາມຕົວຢ່າງ.

ສູດໃນແຖບສູດຈະສະແດງເປັນສູດອາເຣ {=LINEST(C2:C8;A2:B8;1;1)}.

ນີ້ຄືຄ່າ LINEST ທີ່ຄຳນວນໄດ້:

E2 ແລະ F2: ຄ່າຄວາມຊັນ m ຂອງເສັ້ນຖົດຖອຍ y=b+m*x. ຄ່າຈະລຽງລຳດັບປີ້ນກັນ; ຄື ຄວາມຊັນ x2 ຢູ່ໃນ E2 ແລະ ຄວາມຊັນ x1 ຢູ່ໃນ F2.

G2: ຈຸດຕັດແກນ y (ຄ່າ b).

E3 ແລະ F3: ຂໍ້ຜິດພາດມາດຕະຖານ (standard error) ຂອງຄ່າຄວາມຊັນ.

G3: ຂໍ້ຜິດພາດມາດຕະຖານຂອງຈຸດຕັດແກນ.

E4: RSQ (ສຳປະສິດການຕັດສິນໃຈ)

F4: ຂໍ້ຜິດພາດມາດຕະຖານຂອງການຖົດຖອຍສຳລັບຄ່າ Y.

E5: ຄ່າ F ຈາກການວິເຄາະຄວາມຜັນປ່ຽນ.

F5: ອົງສາອິດສະລະຈາກການວິເຄາະຄວາມຜັນປ່ຽນ.

E6: ຜົນບວກຂອງສ່ວນຜິດດ່ຽງກຳລັງສອງຂອງຄ່າ Y ທີ່ຄາດຄະເນຈາກຄ່າສະເລ່ຍແບບເສັ້ນຊື່.

F6: ຜົນບວກຂອງສ່ວນຜິດດ່ຽງກຳລັງສອງຂອງຄ່າ Y ທີ່ຄາດຄະເນຈາກຄ່າ Y ທີ່ກຳນົດໃຫ້.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

LOGEST

ຟັງຊັນນີ້ຄິດໄລ່ການປັບແກ້ຂໍ້ມູນທີ່ປ້ອນເຂົ້າເປັນເສັ້ນໂຄ້ງການຖົດຖອຍແບບເລກກຳລັງ (y=b*m^x).

ໄວຍາກອນ

LOGEST(DataY [; DataX [; FunctionType [; Stats]]])

DataY ໝາຍເຖິງ ອາເຣຂໍ້ມູນ Y.

DataX (ເລືອກໄດ້) ໝາຍເຖິງ ອາເຣຂໍ້ມູນ X.

FunctionType (ເລືອກໄດ້). ຖ້າ Function_Type = 0, ຈະຄິດໄລ່ຟັງຊັນໃນຮູບແບບ y = m^x. ຖ້າເປັນຢ່າງອື່ນ, ຈະຄິດໄລ່ຟັງຊັນ y = b*m^x.

Stats (ເລືອກໄດ້). ຖ້າ Stats=0, ຈະຄິດໄລ່ພຽງແຕ່ສຳປະສິດການຖົດຖອຍ.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

ຕົວຢ່າງ

ເບິ່ງ LINEST. ເຖິງຢ່າງໃດກໍຕາມ, ຈະບໍ່ມີການສົ່ງຄືນຜົນບວກກຳລັງສອງ.

MDETERM

ສົ່ງຄ່າດີແຕກມີນັງ (determinant) ຂອງມາຕຣິກ. ຟັງຊັນນີ້ຈະສົ່ງຄ່າອອກມາໃນຫ້ອງດຽວ, ບໍ່ຈຳເປັນຕ້ອງເລືອກຂອບເຂດຜົນໄດ້ຮັບຫຼາຍຫ້ອງ.

ໄວຍາກອນ

MDETERM(Array)

Array ແມ່ນມາຕຣິກຈະຕຸລັດທີ່ຕ້ອງການຫາຄ່າດີແຕກມີນັງ.

note

ທ່ານສາມາດເບິ່ງຄຳແນະນຳທົ່ວໄປກ່ຽວກັບການໃຊ້ຟັງຊັນອາເຣໄດ້ທີ່ສ່ວນເທິງຂອງໜ້ານີ້.


ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

MINVERSE

ສົ່ງຄ່າມາຕຣິກປີ້ນ (inverse array).

ໄວຍາກອນ

MINVERSE(Array)

Array ແມ່ນມາຕຣິກຈະຕຸລັດທີ່ຕ້ອງການຫາຄ່າປີ້ນ.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

ຕົວຢ່າງ

ເລືອກຂອບເຂດຫ້ອງຮູບຈະຕຸລັດ, ເລືອກຟັງຊັນ MINVERSE, ເລືອກອາເຣຕົ້ນທາງ ແລ້ວກົດ ຕົກລົງ (ຢ່າລືມໝາຍຕິກອາເຣ).

MMULT

ຄຳນວນຜົນຄູນມາຕຣິກຂອງສອງອາເຣ. ຈຳນວນຖັນຂອງອາເຣທີ 1 ຕ້ອງເທົ່າກັບຈຳນວນແຖວຂອງອາເຣທີ 2.

ໄວຍາກອນ

MMULT(Array 1; Array 2)

Array 1 ແມ່ນອາເຣທຳອິດທີ່ໃຊ້ໃນການຄູນ.

Array 2 ແມ່ນອາເຣທີສອງ.

note

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.


ຕົວຢ່າງ

ເລືອກຂອບເຂດຫ້ອງ, ເລືອກຟັງຊັນ MMULT, ເລືອກ Array 1 ແລະ Array 2, ໝາຍຕິກ ອາເຣ (Array) ແລ້ວກົດ ຕົກລົງ.

MUNIT

ສົ່ງຄ່າມາຕຣິກເອກະລັກ (unitary square array) ຕາມຂະໜາດທີ່ກຳນົດ. ມາຕຣິກເອກະລັກແມ່ນມາຕຣິກຈະຕຸລັດທີ່ເສັ້ນເນັ່ງຈອມຫຼັກມີຄ່າເປັນ 1 ແລະ ສ່ວນທີ່ເຫຼືອເປັນ 0 ທັງໝົດ.

ໄວຍາກອນ

MUNIT(Dimensions)

Dimensions ໝາຍເຖິງຂະໜາດຂອງມາຕຣິກເອກະລັກ.

note

ທ່ານສາມາດເບິ່ງຄຳແນະນຳທົ່ວໄປກ່ຽວກັບຟັງຊັນອາເຣໄດ້ທີ່ສ່ວນເທິງຂອງໜ້ານີ້.


ຕົວຢ່າງ

ເລືອກຂອບເຂດຫ້ອງເປັນຮູບຈະຕຸລັດໃນແຜ່ນງານ, ຕົວຢ່າງ: ຈາກ A1 ຫາ E5.

ໂດຍທີ່ຍັງເລືອກຂອບເຂດນັ້ນຢູ່, ໃຫ້ເລືອກຟັງຊັນ MUNIT. ໝາຍຕິກໃສ່ ອາເຣ (Array). ປ້ອນຂະໜາດທີ່ຕ້ອງການ (ໃນນີ້ແມ່ນ 5), ແລ້ວກົດ ຕົກລົງ.

ທ່ານຍັງສາມາດພິມສູດ =MUNIT(5) ລົງໃນຫ້ອງສຸດທ້າຍຂອງຂອບເຂດທີ່ເລືອກ (E5), ແລ້ວກົດ Shift + Ctrl + Enter.

ຕອນນີ້ທ່ານຈະເຫັນມາຕຣິກເອກະລັກປະກົດຢູ່ໃນຂອບເຂດ A1:E5.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

SUMPRODUCT

ຄູນອົງປະກອບທີ່ກົງກັນໃນອາເຣທີ່ກຳນົດໃຫ້, ແລະ ສົ່ງຄືນຜົນບວກຂອງຜົນຄູນເຫຼົ່ານັ້ນ.

ໄວຍາກອນ

SUMPRODUCT(ອາເຣ 1[; ອາເຣ 2;][...;[ອາເຣ 255]])

ອາເຣ 1[; ອາເຣ 2;][...;[ອາເຣ 255]] ໝາຍເຖິງ ອາເຣທີ່ຕ້ອງການເອົາອົງປະກອບທີ່ກົງກັນມາຄູນກັນ.

ຢ່າງໜ້ອຍຕ້ອງມີໜຶ່ງອາເຣເປັນສ່ວນໜຶ່ງຂອງລາຍການອາກິວເມັນ. ຖ້າໃຫ້ມາພຽງອາເຣດຽວ, ອົງປະກອບທັງໝົດຂອງອາເຣຈະຖືກລວມເຂົ້າກັນ. ຖ້າໃຫ້ມາຫຼາຍກວ່າໜຶ່ງອາເຣ, ພວກມັນທັງໝົດຕ້ອງມີຂະໜາດເທົ່າກັນ.

ຕົວຢ່າງ

A

B

C

D

1

2

3

4

5

2

6

7

8

9

3

10

11

12

13


=SUMPRODUCT(A1:B3;C1:D3) ສົ່ງຄືນ 397.

ການຄິດໄລ່: A1*C1 + B1*D1 + A2*C2 + B2*D2 + A3*C3 + B3*D3

ທ່ານສາມາດໃຊ້ SUMPRODUCT ເພື່ອຄິດໄລ່ຜົນຄູນສະກາລາຂອງສອງເວັກເຕີ.

note

SUMPRODUCT ສົ່ງຄືນເປັນຕົວເລກດຽວ, ບໍ່ຈຳເປັນຕ້ອງປ້ອນຟັງຊັນເປັນແບບອາເຣ.


ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

SUMX2MY2

ສົ່ງຄືນຜົນບວກຂອງຜົນຕ່າງກຳລັງສອງຂອງຄ່າທີ່ກົງກັນໃນສອງອາເຣ.

ໄວຍາກອນ

SUMX2MY2(ອາເຣX; ອາເຣY)

ອາເຣX ໝາຍເຖິງ ອາເຣທຳອິດທີ່ຕ້ອງການເອົາອົງປະກອບມາຍົກກຳລັງສອງແລ້ວບວກເຂົ້າກັນ.

ອາເຣY ໝາຍເຖິງ ອາເຣທີສອງທີ່ຕ້ອງການເອົາອົງປະກອບມາຍົກກຳລັງສອງແລ້ວລົບອອກ.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

SUMX2PY2

ສົ່ງຄືນຜົນບວກຂອງຜົນລວມກຳລັງສອງຂອງຄ່າທີ່ກົງກັນໃນສອງອາເຣ.

ໄວຍາກອນ

SUMX2PY2(ອາເຣX; ອາເຣY)

ອາເຣX ໝາຍເຖິງ ອາເຣທຳອິດທີ່ຕ້ອງການເອົາອົງປະກອບມາຍົກກຳລັງສອງແລ້ວບວກເຂົ້າກັນ.

ອາເຣY ໝາຍເຖິງ ອາເຣທີສອງທີ່ຕ້ອງການເອົາອົງປະກອບມາຍົກກຳລັງສອງແລ້ວບວກເຂົ້າກັນ.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

SUMXMY2

ບວກຄ່າກຳລັງສອງຂອງສ່ວນຜິດດ່ຽງລະຫວ່າງຄ່າທີ່ກົງກັນໃນສອງອາເຣ.

ໄວຍາກອນ

SUMXMY2(ອາເຣX; ອາເຣY)

ອາເຣX ໝາຍເຖິງ ອາເຣທຳອິດທີ່ຕ້ອງການເອົາອົງປະກອບມາລົບກັນແລ້ວຍົກກຳລັງສອງ.

ອາເຣY ໝາຍເຖິງ ອາເຣທີສອງທີ່ຕ້ອງການເອົາອົງປະກອບມາລົບກັນແລ້ວຍົກກຳລັງສອງ.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

TRANSPOSE

ປີ້ນຖັນເປັນແຖວ ແລະ ປີ້ນແຖວເປັນຖັນຂອງອາເຣ (Transpose).

ໄວຍາກອນ

TRANSPOSE(Array)

Array ແມ່ນອາເຣທີ່ຕ້ອງການປີ້ນແຖວເປັນຖັນ.

note

ທ່ານສາມາດເບິ່ງຄຳແນະນຳທົ່ວໄປກ່ຽວກັບການໃຊ້ຟັງຊັນອາເຣໄດ້ທີ່ສ່ວນເທິງຂອງໜ້ານີ້.


ຕົວຢ່າງ

ເລືອກຂອບເຂດຫ້ອງປາຍທາງ (ຖ້າຕົ້ນທາງມີ n ແຖວ m ຖັນ, ປາຍທາງຕ້ອງມີ m ແຖວ n ຖັນ). ປ້ອນສູດແລ້ວກົດ Shift + Ctrl + Enter. ອາເຣທີ່ຖືກປີ້ນແລ້ວຈະປະກົດອອກມາ.

A

B

C

D

1

2

3

4

5

2

6

7

8

9


ຕາຕະລາງຂ້າງເທິງມີ 2 ແຖວ, 4 ຖັນ. ເພື່ອປີ້ນມັນ, ທ່ານຕ້ອງເລືອກຂອບເຂດທີ່ມີ 4 ແຖວ, 2 ຖັນ (ຕົວຢ່າງ: A7:B10) ແລ້ວປ້ອນສູດດັ່ງນີ້:

TRANSPOSE(A1:D2)

ຈາກນັ້ນ ຢ່າລືມກົດຢືນຢັນເປັນສູດມາຕຣິກດ້ວຍ Shift + Ctrl + Enter. ຜົນໄດ້ຮັບຈະປະກົດດັ່ງນີ້:

A

B

7

2

6

8

3

7

9

4

8

10

5

9


TREND

ສົ່ງຄືນຄ່າຕາມແນວໂນ້ມແບບເສັ້ນຊື່.

ໄວຍາກອນ

TREND(DataY [; DataX [; NewDataX [; LinearType]]])

DataY ໝາຍເຖິງ ອາເຣຂໍ້ມູນ Y.

DataX (ເລືອກໄດ້) ໝາຍເຖິງ ອາເຣຂໍ້ມູນ X.

NewDataX (ເລືອກໄດ້) ໝາຍເຖິງ ອາເຣຂອງຂໍ້ມູນ X ທີ່ໃຊ້ສຳລັບການຄິດໄລ່ຄ່າໃໝ່.

LinearType (ເລືອກໄດ້). ຖ້າ LinearType = 0, ເສັ້ນຈະຖືກຄິດໄລ່ຜ່ານຈຸດສູນ. ຖ້າເປັນຢ່າງອື່ນ, ຈະຄິດໄລ່ເສັ້ນທີ່ມີຄ່າອັອຟເຊັດນຳ. ຄ່າເລີ່ມຕົ້ນແມ່ນ LinearType <> 0.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຄຳອະທິບາຍເພີ່ມເຕີມຢູ່ດ້ານເທິງຂອງໜ້ານີ້.

ຕົວຢ່າງ

ເລືອກຂອບເຂດໃນສະເປຣດຊີດທີ່ຈະໃຫ້ຂໍ້ມູນແນວໂນ້ມສະແດງອອກມາ. ເລືອກຟັງຊັນ. ປ້ອນຂໍ້ມູນຜົນອອກ ຫຼື ເລືອກດ້ວຍເມົາສ໌. ໝາຍເອົາຊ່ອງ Array, ແລ້ວກົດ OK. ຂໍ້ມູນແນວໂນ້ມທີ່ຄິດໄລ່ຈາກຂໍ້ມູນຜົນອອກຈະຖືກສະແດງຂຶ້ນ.